ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະມົນຕີຕ່າງປະເທດ ທີ່ຖືກແຕ່ງຕັ້ງ ໂດຍຫະຫານມຽນມາ ເດີນທາງໄປບາງກອກເພື່ອເຂົ້າຮ່ວມການຫາລື


ທ່ານວັນນາ ມອງ ວິນ ເຂົ້າຮ່ວມກອງປະຊຸາສະໄໝສາມັນຄົບຮອບ 70 ປ່ີ ສະຫະປະຊາຊາດ ທີ່ນະຄອນນິວຢອກ ເມື່ອວັນທີ 2 ພະຈິກ 2015.
ທ່ານວັນນາ ມອງ ວິນ ເຂົ້າຮ່ວມກອງປະຊຸາສະໄໝສາມັນຄົບຮອບ 70 ປ່ີ ສະຫະປະຊາຊາດ ທີ່ນະຄອນນິວຢອກ ເມື່ອວັນທີ 2 ພະຈິກ 2015.

ບັນດາເພື່ອນບ້ານຂອງມຽນມາເພີ້ມຄວາມພະຍາຍາມເພື່ອຫາທາງແກ້ໄຂວິກິດການ ດ້ານການເມືອງທີ່ເກິີດຂຶ້ນຍ້ອນພວກທະຫານໂຄ່ນລົ້ມລັດຖະບານພົນລະເຮືອນ ທີ່ຜ່ານການເລືອກຕັ້ງຂອງປະເທດ.

ທ່ານວັນນາ ມອງ ວິນ ລັດຖະມົນຕີຕ່າງປະເທດຂອງທະຫານ ໄດ້ເດີນທາງໄປ ບາງກອກໃນວັນພຸດວານນີ້ ເພື່ອເຈລະຈາຫາລືກັບນານົກລັດຖະມົນຕີໄທ ທ່ານ ປຣະຢຸດ ຈັນໂອຊາ ແລະລັດຖະມົນຕີຕ່າງປະເທດ ທ່ານດອນ ປຣະມັດວິໄນ ອີງຕາມແຫຼ່ງຂ່າວຂອງລັດຖະບານໄທ.

ລັດຖະມົນຕີຕ່າງປະເທດອີນໂດເນເຊຍ ທ່ານເຣັດໂນ ມາຊູດີ ກໍຢູ່ທີ່ນະຄອນ ຫຼວງຂອງໄທ ໃນການເຈລະຈາຫາລືກ່ຽວກັບສະຖານະການໃນມຽນມາ. ອົງ ການຂ່າວຣອຍເຕີໄດ້ລາຍງານວ່າ ທ່ານເຣັດໂນ ແລະທ່ານວັນນາ ມອງ ວິນ ໄດ້ພົບປະກັນໃນວັນພຸດວານນີ້ ໂດຍອ້າງແຫຼ່ງຂ່າວຈາກກະຊວງຕ່າງປະເທດ ໄທ.

ຂ່່າວທີ່ວ່າ ຈາກາຕາ ກຳລັງຊອກຫາການສະໜັບສະໜູນ ຈາກບັນດາປະ​ເທດ​ສະມາຊິກຂອງ​ສະມາຄົມ​ບັນດາ​ປະ​ເທດ​ຊາດ ​ໃນ​ເຂ​ດ​ເອ​ເຊຍ​ຕາເວັນອອກສຽງ ໃຕ້ ຫລື ​ອາ​ຊຽນ ກ່ຽວກັບແຜນ
ການທີ່ລັດຖະບານທະຫານ ຈະຮັກສາຄຳໝັ້ນ ສັນຍາ ຈັດເລືອກຕັ້ງໃໝ່ພາຍໃນນຶ່ງປີ ໄດ້ສ້າງຄວາມໂກດແຄ້ນຕໍ່ພວກປະທ້ວງ ໃນນະຄອນຢ່າງກຸ້ງໃນວັນອັງຄານທີ່ຜ່ານມາ ຢູ່ຕໍ່ໜ້າສະຖານທູດອິນໂດເນເຊຍ. ພວກປະ ທ້ວງໄດ້ຮຽກຮ້ອງ ໃຫ້ອິນໂດເນເຊຍ ເຄົາລົບຜົນການເລືອກຕັ້ງ ໃນເດືອນພະຈິກຜ່ານມາ ທີ່ໄດ້ຊະນະຢ່າງຖ້ວມລົ້ນ ໂດຍຜູ້ນຳຂອງພັກສັນນິບາດ ເພື່ອປະຊາທິປະໄຕ ທ່ານນາງອອງ ຊານ ຊູຈີ.

ໂຄສົກກະຊວງຕ່າງປະເທດອິນໂດເນເຊຍ ທ່ານເຕີກູ ຟາຍຊາສຢາ ໄດ້ປະຕິ ເສດຕໍ່ລາຍງານນີີ້ ໂດຍກ່າວຕໍຍ່ບັນດານັກຂ່າວ ໃນວັນອັງຄານທີ່ຜ່ານມາວ່າ ບໍ່ແມ່ນໜ້າທີ່ຂອງອິນໂດເນເຊຍເລີຍ ທີ່ຈະໃຫ້ການສະໜັບສະໜູນ ຈັດການ ເລືອກຕັ້ງໃໝ່ຢູ່ໃນມຽນມາ.

ພວກປະທ້ວງຈຳນວນຫຼວງຫຼາຍໄດ້ພາກັນລົງສູ່ຖະໜົນຫົນທາງຢູ່ທົ່ວປະເທດ ມຽນມາ ໃນແຕ່ລະວັນ ນັບແຕ່ພວກທະຫານໄດ້ຈັບກຸມຄຸມຂັງທ່ານນາງ ຊູຈີ ແລະຊະມາຊິກລັດຖະບານພົນລະເຣືອນຄົນອື່ນໆ ໃນວັນທີ 1 ກຸມພາ ໂດຍອ້າງວ່າມີການສໍ້ໂກງການເລືອກຕັ້ງຢ່າງກວ້າງຂວາງ. ສາມຄົນໄດ້ເສຍຊີວິດ ອັນເປັນຜົນມາຈາກການປະທ້ວງ ຮວມທັງອີກສອງຄົນທີ່ເສຍຊີວິດໃນວັນເສົາ ຢູ່ໃນເມືອງມັນດາເລ ນຶ່ງໃນນັ້ນແມ່ນເດັກຊາຍໄວລຸ້ນ ເວລາຕຳຫຼວດແລະກຳ ລັງຮັກສາຄວາມສະຫງົບ ໃຊ້ລູກປືນແທ້ ລູກປືນຢາງ ລະເບີດນ້ຳຕາ ທໍ່ສີດນໍ້າ ຂະໜາດໃຫຍ່ ແລະໝາກກະຖຸນ ຍິງເຂົ້າໃສ່ພວກເດີນຂະບວນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG