ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານມຽນມາ ກ່າວຫາ ທ່ານນາງອອງ ຊານ ຊູຈີ ຮັບເງິີນສິນບົນ


ພວກຄົນພາກັນນັ່ງປະທ້ວງ ຢູ່ເມືອງມັນດາເລ ປະເທດມຽນມາ ວັນທີ 10 ມີນາ 2021.
ພວກຄົນພາກັນນັ່ງປະທ້ວງ ຢູ່ເມືອງມັນດາເລ ປະເທດມຽນມາ ວັນທີ 10 ມີນາ 2021.

ລັດຖະບານທະຫານມຽນມາໄດ້ກ່າວຫາ ຜູ້ນໍາທີ່ແທ້ຈິງທີ່ຖືກປົດຈາກໜ້າທີ່ ທ່ານນາງ
ອອງຊານ ຊູຈີ ວ່າ ໄດ້ຮັບເງິນສິນບົນ ຫຼາຍກວ່າຫ້າແສນໂດລາ ໃນຂະນະທີ່ມີການ ປະ
ທ້ວງຕໍ່ຕ້ານການເຮັດລັດຖະປະຫານອີກ ໃນວັນພະຫັດວານນີ້ ທີ່ເຮັດໃຫ້ມີຜູ້ເສຍຊີວິດ
ເພີ້ມຂຶ້ນຢູ່ໃນບັນດາພວກປະທ້ວງ.

ທ່ານນອງ ລິນ ຮານ ປະທານສະມາຄົມອາສາສະໝັກບັນເທົາທຸກນັກຮຽນ ເມືອງມິແຍັງ
ໃນເຂດມັກວີ ກ່າວຕໍ່ວີໂອເອ ພະແນກພາສາມຽນມາວ່າ ແປດຄົນໄດ້ເສຍຊີວິດ ແລະ
ອີກຫົກຄົນໄດ້ຮັບບາດເຈັບ ເວລາຕຳຫຼວດໄດ້ເປີດສາກຍິງປືນໃສ່ພວກ ປະທ້ວງທີ່ຢູ່ອ້ອມ
ແອ້ມປ້ອມຍາມຕຳຫຼວດ ຢູ່ກາງເມືອງມີແຍັງ, ທ່ານກ່າວວ່ານີ້ເປັນ ເທື່ອທຳອິດທີ່ມີການໃຊ້
ກຳລັງຮ້າຍແຮງ ຕໍ່ພວກປະທ້ວງໃນເມືອງມີແຍັງ.

ນອກນັ້ນ ຍັງໄດ້ມີລາຍງານການເສຍຊີວິດ ຢູ່ໃນນະຄອນຢາງກຸ້ງ ແລະຢູ່ຫົວເມືອງໃຫຍ່
ອັນສອງ ຄືເມືອງມັນດາເລ.

ລະຫວ່າງກອງປະຊຸມນັກຂ່າວຢູ່ນະຄອນຫຼວງເນປີດໍ ໂຄສົກຂອງພວກທະຫານ ນາຍ
ພົນຈັດຕະວາຊໍ ມິນ ຕຸນ ໄດ້ກ່າວຫາທ່ານນາງອອງ ຊານ ຊູຈີ ຮັບເອົາການຈ່າຍເງິນ ທີ່
ຜິດກົດໝາຍ 600,000 ໂດລາ ແລະແທ່ງຄໍາຈຳນວນນຶ່ງ ໃນຂະນະທີ່ຢູ່ໃນໜ້າທີ່ ອີງ
ຕາມການຍືນຟ້ອງ ໂດຍທ່ານພິໂຍ ມິນ ທຽນ ອະດີດຫົວໜ້າລັດຖະມົນຕີ ໃນນະ ຄອນ
ຢາງກຸ້ງ.

ທ່ານນາງອອງ ຊານ ຊູຈີ ໄດ້ປະເຊີນໜ້າກັບການກະທຳຜິດກັບສີ່ຂໍ້ຫາ ຄືມີວິທະຍຸ
ສົນທະນາຫົກໜ່ວຍ ທີ່ບໍ່ໄດ້ລົງທະບຽນ ຢູ່ໃນຄວາມຄອບຄອງຂອງຕົນ ໃຊ້ອຸບປະ
ກອນການສື່ສານທີ່ບໍ່ມີໃບອະນຸຍາດ ລະເມີດກົດລະບຽບໂຄວິດ-19 ໂດຍຈັດການ
ໂຮມຊຸມນຸມສາທາລະນະຊົນ ແລະພະຍາມຍຸແຍ່ໃຫ້ເກີດຄວາມບໍ່ສະຫງົບ ໃນທີ່ສາທາ
ລະນະ.

ລະບອບທະຫານຂອງມຽນມາກຳລັງໄດ້ຮັບການຕຳໜິຕິຕຽນເພີ້ມຂຶ້ນ ຈາກປະຊາຄົມສາ
ກົນ ຕໍ່ການປະຕິບັດແບບຮຸນແຮງຕໍ່ພວກປະທ້ວງຕ້ານການເຮັດລັດຖະປະຫານ. ອົງການນິລະໂທດກໍາສາກົນ ໄດ້ເຜີຍແຜ່ລາຍງານ ໃນຕອນແລງວັນພະຫັດວານນີ້ ກ່າວຫາພວກທະຫານ ໃນການໃຊ້ກົນລະຍຸດທີ່ຮ້າຍແຮງເພີ້ມຂຶ້ນ ແລະອາວຸດ ຊຶ່ງ ຕາມປົກກະຕິແລ້ວ
ເຫັນຢູ່ສະໜາມລົບ ຕໍ່ພວກປະທ້ວງທີ່ສະຫງົບ ແລະພວກທີ່ຢືນ ເບິ່ງຢູ່ໃນທົ່ວປະເທດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG