ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍ້ານເກີດຄວາມຮຸນແຮງຫຼາຍຂຶ້ນ ຂະນະທີ່ມຽນມາ ກຳນົດໃຫ້ ກຸ່ມກອງທັບອາຣາຄານ ເປັນອົງການກໍ່ການຮ້າຍ


ພວກຊາວບ້ານ ແບກະສອບລູກປືນໃຫ້ເບິ່ງ ຢູ່ໃນເຂດຄຸ້ມ ຣັດທີດວງ ໃນລັດຣາໄຄນ໌, ວັນທີ 28 ທັນວາ 2019, ບ່ອນທີ່ ມີການສູ້ລົບ ລະຫວ່າງ ກອງທັບມຽນມາ ແລະກຸ່ມກອງທັບຊົນເຜົ່າ ຫຼື Arakan Army (AA) ເກີດຂຶ້ນ ໃນລະຫວ່າງວັນທີ 26 ຫາ 28 ມັງກອນ.
ພວກຊາວບ້ານ ແບກະສອບລູກປືນໃຫ້ເບິ່ງ ຢູ່ໃນເຂດຄຸ້ມ ຣັດທີດວງ ໃນລັດຣາໄຄນ໌, ວັນທີ 28 ທັນວາ 2019, ບ່ອນທີ່ ມີການສູ້ລົບ ລະຫວ່າງ ກອງທັບມຽນມາ ແລະກຸ່ມກອງທັບຊົນເຜົ່າ ຫຼື Arakan Army (AA) ເກີດຂຶ້ນ ໃນລະຫວ່າງວັນທີ 26 ຫາ 28 ມັງກອນ.

ກອງທັບອາຣາຄານຂອງກຸ່ມຫົວຮຸນແຮງ ຫຼືເອີ້ນຫຍໍ້ວ່າ AA ແລະສະໝຸນດ້ານການ
ເມືອງຂອງພວກເຂົາ ຄື ກຸ່ມສັນນິບາດເພື່ອຄວາມສາມັກຄີຂອງອາຣາຄານ ຢູ່ໃນລັດ
ຣາໄຄນ໌ ຫຼືເອີ້ນຫຍໍ້ວ່າ ULA ໄດ້ຖືກກຳນົດໃຫ້ເປັນອົງການກໍ່ການຮ້າຍ ອີງຕາມການ
ປະກາດ ຂອງລັດຖະບານມຽນມາ ໃນວັນຈັນຜ່ານມາ ໂດຍກ່າວວ່າ ກຸ່ມດັ່ງກ່າວ “ໄດ້
ປຸກປັ່ນ ຄວາມຢ້ານກົວ” ແລະກໍ່ກວນສະຖຽນລະພາບຂອງປະ ເທດດ້ວຍການໂຈມຕີ
ລັດຖະບານ ແລະແນເປົ້າໝາຍໃສ່ພົນລະເຮືອນ.

ອີງຕາມເອກະສານຄຳສັ່ງຂອງລັດຖະບານ ທີ່ໄດ້ລົງນາມໂດຍ ລັດຖະມົນຕີກະຊວງ
ພາຍໃນ ແລະຫົວໜ້າຄະນະກຳມະການ ສູນກາງຕໍ່ຕ້ານການກໍ່ການຮ້າຍ ທ່ານຊໍ
ທຸດ ແລ້ວ ກຸ່ມ AA ແລະ ULA ຮັບຜິດຊອບຕໍ່ “ຄວາມປອດໄພຂອງມະຫາຊົນ ຊີວິດ
ແລະຊັບສິນ ທີ່ໄດ້ສູນເສຍໄປຢ່າງຮ້າຍແຮງ ລະບົບພື້ນຖານໂຄງລ່າງທີ່ສຳຄັນໆ
ຂອງສາທາລະນະ ແລະພາກເອກະຊົນ ຕຶກອາຄານຕ່າງໆທີ່ລັດເປັນເຈົ້າຂອງ
ຍານພາຫະນະຕ່າງໆ ເຄື່ອງອຸປະກອນ ແລະສຳພາລະ ທັງ ຫຼາຍເປັນຕົ້ນ.”

ຄຳສັ່ງສະບັບນີ້ ໄດ້ກ່າວວ່າ ປະທານາທິບໍດີ ວິນ ຍິນ ໄດ້ນຳເອົາກຸ່ມດັ່ງກ່າວເຂົ້າໄວ້ໃນ
ບັນຊີດຳ ພາຍໃຕ້ ໝາດຕາ 15 ວັກ 2 ຂອງກົດໝາຍວ່າດ້ວຍ ສະມາຄົມນອກກົດໝາຍ
ຂອງປະເທດ ຍ້ອນການກະທຳຂອງກຸ່ມນັ້ນ ຊຶ່ງຖືວ່າ ເປັນ “ໄພອັນຕະລາຍຕໍ່ກົດໝາຍ
ແລະລະບຽບ ສັນຕິພາບ ແລະຄວາມໝັ້ນຄົງຂອງປະເທດ ແລະຄວາມສະຫງົບສຸກ
ຂອງມະຫາຊົນ.”

ກຸ່ມ AA ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2009 ໂດຍພວກພະສົງຢູ່ໃນຣາໄຄນ໌ ຜູ້ທີ່ສະແຫວງ
ຫາການປົກຄອງດ້ວຍຕົນເອງ, ຊຶ່ງກຸ່ມນີ້ ໄດ້ຕໍ່ສູ້ກັບກຳລັງຂອງລັດຖະບານ ໃນການ
ປະທະກັນເປັນໄລຍະໆ ທີ່ເລີ້ມທະວີໜັກຂຶ້ນ ໃນທ້າຍປີ 2018. ກຸ່ມນີ້ ກ່າວວ່າ ຕົນໄດ້
ເກນເອົານັກລົບປະມານ 7,000 ຄົນ ແລະໄດ້ຈັດຕັ້ງກຸ່ມພັນທະມິດຮ່ວມກັບ ກອງກຳລັງ
ອື່ນໆ ທີ່ຕໍ່ຕ້ານລັດຖະບານ ເພື່ອ “ປົກປ້ອງປະຊາຊົນອາຣັກຄານຂອງພວກເຮົາ” ຈາກ
ນໍ້າມືຂອງລັດຖະນານກາງ ທີ່ເນປີຕໍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG