ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໙ ມິຖຸນາ ໒໐໒໕

ຊາວມຽນມາ ພາກັນລະວັງ ໄຂ້ຫວັດໝູ ທີ່ພາໃຫ້ ມີຄົນຕາຍ ​14 ຄົນ


ປະຊາຊົນມຽນມາ ພາກັນໃສ່ແຜ່ນໜ້າກາກ​ຄຸມປາກໄວ້ ເມື່ອອອກໄປຂ້າງນອກ ເພື່ອປ້ອງກັນໄຂ້ຫວັດໝູ.
ປະຊາຊົນມຽນມາ ພາກັນໃສ່ແຜ່ນໜ້າກາກ​ຄຸມປາກໄວ້ ເມື່ອອອກໄປຂ້າງນອກ ເພື່ອປ້ອງກັນໄຂ້ຫວັດໝູ.

ລັດຖະບານ​ຂອງ​ມຽນມາ ​ໄດ້​ຮຽກຮ້ອງ​ຊໍ້າ​ແລ້ວຊໍ້າ​ອີກ ຂໍ​ໃຫ້​ປະຊາຊົນ ຢູ່​ໃນ​ຄວາມ​
ສະຫງົບ​ ​ໃນ​ຂະນະ​ທີ່ຜູ້​ເສຍ​ຊີວິດ​ຍ້ອນການລະບາດ​ຂອງໄຂ້ຫວັດໝູ ສາຍ​ພັນ
H1N1 ​ໄດ້​ເພີ້ມຂຶ້ນເປັນ 14 ຄົນ​ນັບ​ແຕ່​ມີ​ການ​ລາຍ​ງານ​ກໍລະນີ​ທໍາ​ອິດ​ໃນ​ເດືອນ​ ແລ້ວນີ້.

ພວກເຈົ້າໜ້າທີ່ ​ໄດ້​ອະທິບາຍ​ວ່າ ທີ່​ຈິງ​ແລ້ວ ​ສາຍ​ພັນ​ຂອງເຊື້ອ​ໄວຣັສ ທີ່​ເປັນ​ສ່ວນ​ນຶ່ງ​
ຂອງ​ການລະບາດ​ຄັ້ງໃຫຍ່​ຢູ່​ທົ່ວ​ໂລກ​ໃນ​ປີ 2009 ທີ່​ເກີດ​ມາ​ຈາກໝູນັ້ນ ດຽວນີ້ໄດ້ກາຍ​
ເປັນ​ໄຂ້ຫວັດທໍາ​ມະ​ດາ ​ທີ່​ເກີດ​ຕາມ​ລະດູ​ການ ​ແລະ​ຕິດ​ເຊື້ອ ທີ່ບໍ່​ເຮັດ​ໃຫ້​ມີ​ການ​ເສຍ
​ຊີວິດໄດ້​ເກີດ​ຂຶ້ນ​ໃນ​ປີ​ກາຍນີ້.

​ແຕ່​ວ່າ ​ແນວ​ໃດ​ກໍ​ຕາມ ການ​ຂາດ​ຄວາມ​ເຊື່ອ​ຕໍ່ຄວາມ​ສາມາດ​ຂອງ​ລັດຖະບານ​ມຽນມາ
​ໃນ​ການ​ຮັບ​ມື​ກັບ​ວິ​ກິດ​ການ​ທາງ​ການ​ແພດ ​ແລະ​ການຮັບ​ມືໃນ​ຕອນ​ທໍາ​ອິດ​ທີ່​ປະກົດ​ວ່າ
​ຊ້າ ​ໄດ້​ເຮັດ​ໃຫ້​ມີ​ການ​ຂາດ​ການ​ຕິດຕໍ່ ຊຶ່ງ​ໄດ້​ປ່ອຍ​ໃຫ້​ບັນຍາກາດ​ຂອງ​ການ​ຂາດ​ຄວາມ​
ເຊື່ອຖື ​ແຜ່ຂະຫຍາຍອອກ​ໄປ ​ແລະ​ກໍ​ພັກ​ດັນ​ໃຫ້​ຫລາຍ​ຄົນ ​ຕ້ອງ​ໄດ້​ເຮັດ​ທຸກ​ວິທີ​ທາງ​
ປ້ອງ​ກັນບັນຫາ​ດັ່ງກ່າວ​ເອົາ​ເອງ.

ບໍລິສັດ​ໄດ້​ຢາຍ​ແຜ່ນໜ້າກາກ​ຄຸມປາກທີ່​ໃຊ້​ໃນ​ການຜ່າຕັດ​ນັ້ນ ​ໃຫ້​ແກ່​ພະນັກງານ​ຂອງ​
ຕົນ​ໃນ​ຂະນະ​ທີ່​ນັກທຸລະ​ກີດ​ບາງ​ຄົນ​ມີ​ຂາຍ​ຢູ່​ຮອດ​ໃນ​ອິນ​ເຕີ​ເນັດ.

ນັກ​ເຄື່ອນໄຫວ Thet Swe Win ​ເປັນ​ຜູ້ນຶ່ງ​ໃນຈໍານວນ​ຜູ້​ອາສາ​ມະໝັກຫລາຍ​ຄົນທີ່​ເຂົ້າ
ຮ່ວມ ການພະຍາຍາມ​ປຸກລະດົມ​ໃຫ້​ຄົນຮູ້​ຈັກ​ບັນຫາ​ດັ່ງກ່າວ ​ໃນ​ວັນ​ທ້າຍ​ອາທິດ​ຢູ່​ຕາມ​ຖະໜົນຕ່າງໆນະຄອນ​ຢ້າງ​ກຸ້ງ ຊຶ່ງ​ລວມມີທັງ​ການ​ບອກ​ໃຫ້ປະຊາ​ຊົນ​ລ້າງ​ມື ​ແລະ​ໃສ່​ໜ້າ
ກາກ​ປິດປາກ ທຸກ​ເທື່ອ​ທີ່​ອອກ​ໄປ​ຂ້າງ​ນອກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG