ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນ​ມາ ຈະ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ ໃຫ້​ເປັນ​ຜູ້​ນຳ​ຂອງ​ສະ​ມາ​ຄົມ​​ອາ​ຊຽນ ໃນ​ປີ 2026


ບ່ອນ​ນັ່ງ ທີ່​ສະ​ຫງວນ​ໄວ້​ໃຫ້​ແກ່​ມຽນ​ມາ ຖືກ​ປະ​ໃຫ້​ຫວ່າງ​ເປົ່າ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດຂອງ​ສະ​ມາ​ຄົມ​ບັນ​ດາ​ປະ​ຊາ​ຊາດ ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຫຼື ອາ​ຊຽນ ​ທີ່​ຈາ​ກາ​ຕາ ປະ​ເທດ​ອິນ​ໂດ​ເນ​ເຊຍ ເມື່ອ​ວັນ​ທີ 5 ກັນ​ຍາ 2023.
ບ່ອນ​ນັ່ງ ທີ່​ສະ​ຫງວນ​ໄວ້​ໃຫ້​ແກ່​ມຽນ​ມາ ຖືກ​ປະ​ໃຫ້​ຫວ່າງ​ເປົ່າ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດຂອງ​ສະ​ມາ​ຄົມ​ບັນ​ດາ​ປະ​ຊາ​ຊາດ ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຫຼື ອາ​ຊຽນ ​ທີ່​ຈາ​ກາ​ຕາ ປະ​ເທດ​ອິນ​ໂດ​ເນ​ເຊຍ ເມື່ອ​ວັນ​ທີ 5 ກັນ​ຍາ 2023.

ມຽນ​ມາ​ ຈະ​ບໍ່​ເຂົ້າ​ກຳ​ຕຳ​ແໜ່ງ​ປະ​ທານ​ວຽນ​ຂອງ​ສະ​ມາ​ຄົມ​ບັນ​ດາ​ປະ​ຊາ​ຊາດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ຫຼື​ອາ​ຊຽນ​ໃນ​ປີ 2026 ຊຶ່ງ​ເປັນ​ຄວາມຫາ​ຍະ​ນະ​ຫຼ້າ​ສຸດຕໍ່​ຄວາມ​ພະ​ຍາ​ຍາມ​ຂອງ​ພວກ​ນາຍ​ພົນ​ທະ​ຫານ​ປົກ​ຄອງ​ປະ​ເທດ​ເພື່ອ​ໃຫ້​ຖືກ​ຮັບ​ຮູ້​ຈາກ​ນາໆ​ຊາດ ຫຼັງ​ຈາກ​ໄດ້​ເຂົ້າ​ຢຶດ​ອຳ​ນາດ ​ດ້ວຍ​ຄວາມ​ຮຸນ​ແຮງ ​ໃນ​ປີ 2021 ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ຟີ​ລິບ​ປິນ ກ່າວ​ຢູ່ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ປະ​ເທດ​ຂອງ​ທ່ານ​ໄດ້​ຕົກ​ລົງ ​ທີ່​ຈະ​ເຂົ້າ​ກຳ​ຕຳ​ແໜ່ງ​ປະ​ທານ​ວຽນ​ຂອງ​ກຸ່ມ​ດັ່ງ​ກ່າວ​ໃນ​ປີ 2026.

ທ່ານ​ບໍ່​ໄດ້​ໃຫ້​ການ​ອະ​ທິ​ບາຍ​ວ່າ ​ເປັນ​ຫຍັງ​ມຽນ​ມາ ​ຈຶ່ງ​ສູນ​ເສຍ​ຕຳ​ແໜ່ງ​ປະ​ທານ​ວຽນ​ທີ່​ມີ​ຊື່​ສຽງນັ້ນ ແຕ່​ນັກ​ການ​ທູດ​ຂອງ​ສະ​ມາ​ຄົມ​ອາ​ຊຽນ 2 ທ່ານ​ກ່າວ​ວ່າ ມັນ​ພົວ​ພັນ​ກັບ​ຄວາມ​ຂັດ​ແຍ້​ງ​ຂອງ​ປະ​ຊາ​ຊົນ​ຢູ່​ໃນ​ປະ​ເທດ.

ບັນ​ດາ​ລັດ​ຖະ​ບານ​ຂອງ​ປະ​ເທດ​ຕາ​ເວັນ​ຕົກທີ່​ນຳ​ພາ​ໂດຍ​ສະ​ຫະ​ລັດ ໄດ້​ປະ​ນາມ ການ​ໂຄ່ນ​ລົ້ມ​ລັດ​ຖະ​ບານ​ຂອງ​ທ່ານ​ນາງ​ອອງ​ຊານ ຊູ​ຈີ ​ທີ່​ຖືກ​ເລືອກ​ແບບ​ປະ​ຊາ​ທິ​ປະ​ໄຕ ໂດຍ​ພວກ​ທະ​ຫານ​ໃນ​ປີ 2021 ແລະ​ທວງ​ໃຫ້​ພວກ​ເຂົາ​ປ່ອຍ​ທ່ານ​ນາງ​ໃນ​ທັນ​ທີ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG