ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ມຽນມາ ຢາກເຫັນ ຫຼັກຖານ ອັນໜັກແໜ້ນ ກ່ຽວກັບ ການລ່ວງລະເມີດ ຕໍ່ ຊາວໂຣຮິງຢາ


ແມ່ຍິງຊາວໂຣຮິງຢາ 4 ຄົນ ຊອກຫາບ່ອນຢູ່ ໃນຄຸ້ມ ຊາວໂຣຮິງຢາ ໃນບັງກລາແດັສ.
ແມ່ຍິງຊາວໂຣຮິງຢາ 4 ຄົນ ຊອກຫາບ່ອນຢູ່ ໃນຄຸ້ມ ຊາວໂຣຮິງຢາ ໃນບັງກລາແດັສ.

ລັດຖະບານ​ມຽນມາ​ກ່າວ​ວ່າ ຕົນ​ຕ້ອງການ “ຫຼັກຖານ​ທີ່​ໜັກ​ແໜ້ນ” ​ແທນ​ທີ່​ຈະແມ່ນ​ການ​ກ່າວ​ຫາ ກ່ອນ​ທີ່​ຕົນ​ຈະ​ສືບສວນ​ລາຍ​ງານ​ຂອງ​ອົງການ​ສະຫະ​ປະຊາຊາດ ກ່ຽວ​ກັບ​ການ​ລ່ວງ​ລະ​ເມີດ​ຕໍ່​ປະຊາ​ຄົມ​ຊາວ​ໂຣຮິງ​ຢາ ​ໂດຍ​ກຳລັງ​ຮັກສາຄວາມ​ສະຫງົບ​ຂອງ​ຕົນ.

ທີ່​ປຶກສາ​ພິ​ເສດ​ຂອງ​ອົງການ​ສະຫະ​ປະຊາ​ຊາ​ຊາດ ຮັບຜິດຊອບ​ກ່ຽວ​ກັບ​ການ​ປ້ອງກັນຕໍ່​ການ​ຂ້າ​ລ້າງ​ເຊື້ອຊາດ​ເຜົ່າ​ພັນ ທ່ານ Adama Dieng ກ່າວ​ວ່າ ຊາວ​ໂຣຮິງ​ຢາ​ໃນ​ມຽນມາ ຖືກ​ລ່ວງ​ລະ​ເມີດ ທີ່​ອາດ​ຖື​ວ່າ “​ເປັນ​ການ​ກໍ່ອາ​ຊະ​ຍາ​ກຳ​ຕ້ານມະນຸດຊາດ.”

ທ່ານ U Kyaw Zaya ​ເລຂາທິການ​ຖາວອນ ​ປະຈຳ​ກະຊວງ​ການ​ຕ່າງປະ​ເທດຂອງມຽນ ມາ ​ກ່າວ​ໃນ​ວັນ​ອັງຄານ​ວານນີ້ວ່າ “ທ່າ​ທີ​ຂອງ​ພວກ​ເຮົາແມ່ນ​ຈະ​ແຈ້ງ ການ​ກ່າວ​ຫາ​ເຫຼົ່າ ນີ້ແມ່ນຮ້າຍ​ແຮງ.” ທ່ານ​ກ່າວ​ຕື່ມ​ວ່າ “​ແຕ່​ແນວ​ໃດ​ກໍ​ຕາມ ການກ່າວ​ຫາ​ເທົ່າ​ນັ້ນ ​ແມ່ນ​ບໍ່​ພຽງພໍ. ຖ້າ​ພວກເຂົາ​ເຈົ້າຫາກ​ນຳ​ສະ​ເໜີ​ຫລັກ​ຖານ​ອັນ​ໜັກ​ແໜ້ນ ພວກ​ເຮົາ​ຈະ​ສືບສວນ​ເບິ່ງເຫດ​ການ​ເຫລົ່ານີ້.”

ທ່ານ U Kyaw Zaya ກ່າວ​ວ່າ “ພວກ​ເຮົາ​ໄດ້​ຕັ້ງຄະນະ​ກຳມາ​ທິການ​ສືບສວນແລ້ວ ນຳ ພາ​ໂດຍ​ຮອງ​ປະທານາທິບໍດີ. ພວກ​ເຂົາ​ເຈົ້າກຳລັງ​ເຮັດ​ວຽກ​ຢູ່ແລະ​ຍັງບໍ່ທັນ​ເສັດ​ສິ້ນການ​ສືບສວນ​ເທື່ອ. ຖ້າ​ການ​ກ່າວ​ຫາ​ເຫລົ່ານັ້ນຫາກ​ຖືກ​ພົບ​ເຫັນ​ວ່າ ​ເປັນຄວາມ​ຈິງ ພວກ​ເຮົາ​ຈະ​ເອົາ​ມາດ​ຕະການ​ທີ່​ເຫັນ​ວ່າ​ຈຳ​ເປັນ.”

ທີ່​ປຶກສາ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ທ່ານ Adama Dieng ກ່າວ​ໃນ​ມື້ວັນ​ຈັນ​ຜ່ານ​ມານີ້ວ່າ “ຖ້າ​ຜູ້​ຄົນ​ ຫາກ​ຖືກ​ປະ​ຫັດ​ປະຫານ ອີງ​ຕາມ​ເຊື້ອຊາດ​ຜິວ​ພັນ ​ແລະ​ປະ​ຫັດ​ປະ ຫານ ຖືກ​ທໍລະມານ ຂົ່ມຂືນ​ສຳ​ເລົາ ​ແລະ​ຖືກ​ຍົກຍ້າຍ​ດ້ວຍ​ການບັງຄັບ​ຫຼື​ໃນ​ວິທີ​ການ​ທີ່​ເປັນ​ລະບົບ​ແລ້ວ ນີ້ອາດ​ເທົ່າ​ກັບ​ເປັນ​ການ​ກໍ່​ອາ​ຊະ​ຍາ​ກຳຕ້ານ​ມະນຸດຊາດ ​ແລະ​ຄວາມ ​ຈິງ​ແລ້ວ​ແມ່ນ​ເປັນ​ເຫດ​ຕົ້ນຕໍ​ກ່ຽວ​ກັບ​ການ​ກໍ່​ອາຊະຍາ​ກຳ​ນາໆ​ຊາດ​ທີ່​ຮ້າຍແຮງ​ຕ່າງໆ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG