ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາ ມີການປະທະກັນ ຢ່າງດຸເດືອດ ໃນລັດ ຣາຄາຍ


ຕຳຫຼວດ ມຽນມາ ຫຼາຍຄົນຍ່າງລາດຕະເວນຕາມຮົ້ວເຂດຊາຍ
ແດນ ບັງກລາແດັສ ໃນ ເມືອງ Maungdaw, ລັດຣາຄາຍ, ມຽນມາ, 14 ຕຸລາ, 2016.
ຕຳຫຼວດ ມຽນມາ ຫຼາຍຄົນຍ່າງລາດຕະເວນຕາມຮົ້ວເຂດຊາຍ ແດນ ບັງກລາແດັສ ໃນ ເມືອງ Maungdaw, ລັດຣາຄາຍ, ມຽນມາ, 14 ຕຸລາ, 2016.

ວັນອາທິດວານນີ້ມ່ຽນມ່າລາຍງານວ່າ ໄດ້ມີການຕໍ່ສູ້ກັນຢ່າງໃຫຍ່ຢູ່ລັດ ຣາຄາຍ ທາງ ພາກຕາເວັນຕົກ ບ່ອນທີ່ກຳລັງຂອງລັດຖະບານຕາມລ່າຫາຕົວ ພວກກໍ່ການຮ້າຍທີ່ເຊື່ອມ ໂຍງ ກັບການໂຈມຕີທີ່ພວກເຈົ້າໜ້າທີ່ກ່າວວ່າ ໄດ້ເຮັດໃຫ້ຕຳຫຼວດເສຍຊິວິດ 9 ຄົນ ໃນ ເດືອນແລ້ວນີ້.

ຄຳຖະແຫຼງຕອນນຶ່ງຂອງລັດຖະບານເວົ້າວ່າ ການສູ້ຮົບກັນຄັ້ງຫຼ້າສຸດເກີດຂຶ້ນຍ້ອນການ ດັກຍິງຕຳຫຼວດໃນວັນເສົາຜ່ານມາ ໂດຍພວກໂຈມຕີປະກອບອາວຸດທີ່ຄຳນວນວ່າມີປະ ມານ 60 ຄົນ ທີ່ມີທັງປືນແລະມີດ. ຄຳຖະແຫຼງນັ້ນເວົ້າວ່າ ທະຫານຜູ້ນຶ່ງແລະພວກໂຈມຕີ 6 ຄົນໄດ້ເສຍຊີວິດ ແລະຕໍ່ມາກໍເວົ້າວ່າ ກຳລັງຂອງລັດຖະບານໄດ້ຈັບຜູ້ຕ້ອງສົງໄສຫຼາຍ ກວ່າ 30 ຄົນ.

ຖະແຫຼງການດັ່ງກ່າວບໍ່ໄດ້ບົ່ງໂຕວ່າພວກໂຈມຕີນັ້ນແມ່ນໃຜ ທັງບໍ່ມີຄຳບັນລະຍາຍທີ່ເປັນ ອິດສະລະ ກ່ຽວກັບກຳລັງທີ່ໂຈມຕີກອງທະຫານຂອງຣັດຖະບານນັ້ນ. ຢ່າງໃດກໍດີ ຝ່າຍ ລັດຖະບານ ແມ່ນໄດ້ເຂົ້າຂ້າງພຸດທະສາສະນິກະຊົນ ຣາຄາຍ ນັບຕັ້ງແຕ່ຄວາມຮຸນແຮງ ໄດ້ລະເບີດຂຶ້ນຕ້ານຊາວມຸສລິມ ໂຣຮິງຢາ ກຸ່ມນ້ອຍ ນັບແຕ່ປີ 2012 ເປັນຕົ້ນມາ.

ພວກຕິດຕາມເຫດການກັບພວກນັກການທູດຕາເວັນຕົກພາກັນກ່າວວ່າ ການສູ້ຮົບກັນໄດ້ ເກີດຂຶ້ນເມື່ອບໍ່ຫຼາຍອາທິດຜ່ານມານີ້ ແລະ ພວກທີ່ເຫັນເຫດການໄດ້ພາກັນກ່າວຫາພວກ ທະຫານຢູ່ໃນຂົງເຂດຕັ້ງແຕ່ນັ້ນມາວ່າ ກະທຳຊຳເລົາ ແລະ ເຂັ່ນຂ້າຊາວ ໂຣຮິງຢາ ກຸ່ມ ນ້ອຍ ທັງຈູດເຜົາບ້ານເຮືອນຂອງພວກເຂົາເຈົ້ານຳ.

ໄດ້ມີຮູບພາບທີ່ພິມລົງນັບແຕ່ວັນທີ 9 ຕຸລາເປັນຕົ້ນມາ ສະແດງໃຫ້ເຫັນບ້ານເຮືອນທີ່ຖືກ ຈູດເຜົາ ແລະ ໝູ່ບ້ານທີ່ຖືກທຳລາຍຢ່າງຮາບຄາບ ທັງໄດ້ກໍ່ໃຫ້ເກີດການຕິຕຽນກົນລະຍຸດ ຂອງລັດຖະບານຂຶ້ນມາເທື່ອໃໝ່.

ໃນຂ່າວອີກດ້ານນຶ່ງແມ່ນວ່າ ໜັງສືພິມ Myanmar Times ເປັນພາສາອັງກິດໃນສັບປະ ດາແລ້ວນີ້ ໄດ້ຢຸດລົງພິມວິກິດການໃນລັດຣາຄາຍ ລຸນຫຼັງບັນນາທິການຜູ້ນຶ່ງໄດ້ຖືກໄລ່ ອອກ ກ່ຽວກັບ ເລື່ອງທີ່ກ່າວຫາວ່າ ແກ້ງທະຫານຂອງລັດຖະບານພາກັນກະທຳຊຳເລົາ ພວກແມ່ຍິງໂຣຮິງຢາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG