ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຄວາມ​ຮຸນ​ແຮງ​ໃນ​ມຽນ​ມາ ບັນ​ຫາ​ຂັດ​ແຍ້ງ​ທາງ​ທະ​ເລ ຈະ​ຄອບ​ງຳ ກອງ​ປະ​ຊຸມ​ອາ​ຊຽນ ທີ່​ຈະເຂົ້າ​ຮ່ວມ​ໂດຍ ລມ​ຕ ຂອງ ສະ​ຫະ​ລັດ ຣັດ​ເຊຍ ແລະ​ຈີນ


​ແມ່​ຍິງ​ຜູ້​ນຶ່ງ​ຍ່າງ​ຜ່ານ​ປ້າຍ ສະ​ມາ​ຄົມ​ບັນ​ດາ​ປະ​ຊາ​ຊາດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຢູ່​ນະ​ຄອນ​ຫຼວງ​ຈາ​ກາ​ຕ້າ ອິນ​ໂດ​ເນ​ເຊຍ ເມື່ອ​ວັນ​ທີ 10 ກໍ​ລະ​ກົດ 2023.
​ແມ່​ຍິງ​ຜູ້​ນຶ່ງ​ຍ່າງ​ຜ່ານ​ປ້າຍ ສະ​ມາ​ຄົມ​ບັນ​ດາ​ປະ​ຊາ​ຊາດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຢູ່​ນະ​ຄອນ​ຫຼວງ​ຈາ​ກາ​ຕ້າ ອິນ​ໂດ​ເນ​ເຊຍ ເມື່ອ​ວັນ​ທີ 10 ກໍ​ລະ​ກົດ 2023.

ການ​ກໍ່​ຄວາມ​ບໍ່​ສະ​ຫງົບ​ທີ່​ແກ່​ຍາວ​ຢູ່​ໃນ​ປະ​ເທດ​ມຽນ​ມາ ຄວາມ​ເຄັ່ງ​ຕຶງ​ໃນ​ບັນ​ຫາ​ຂັດ​ແຍ້ງ​ຢູ່​ທະ​ເລ​ຈີນ​ໃຕ້ແລະ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບການ​ສະ​ສົມ​ກຳ​ລັງ​ອາ​ວຸດ ​ຢູ່​ໃນ​ຂົງ​ເຂດ ຄາດ​ກັນ​ວ່າ ຈະ​ຄອບ​ງຳ​ວາ​ລະ​ການ​ປະ​ຊຸມ​ ເວ​ລາ​ຫົວ​ໜ້າ​ນັກ​ການ​ທູດ​ຈາກ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ​ເຕົ້າ​ໂຮມ​ກັນ​ເພື່ອ​ເຈ​ລະ​ຈາ​ຫາ​ລື​ໃນ​ອາ​ທິດນີ້ ​ຢູ່​ອິນ​ໂດ​ເນ​ເຊຍ ອີງ​ຕາມ​ລາຍ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ການ​ຮຸກ​ຮານ​ເປັນ​ເວ​ລາ​ນຶ່ງ​ປີ​ຂອງ​ຣັດ​ເຊຍ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ ແລະ​ການ​ແຂ່ງ​ຂັນ​ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ຈີນກໍ​ຈະ​ເປັນ​ຈຸດ​ເດັ່ນເຊັ່ນ​ດຽວ​ກັນໃນ​ຂະ​ນະ​ທີ່​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ລັດ​ຖະ​ມົນ​ຕີຕ່າງ​ປະ​ເທດ​ຣັດ​ເຊຍ ທ່ານ​ເຊີ​ເກ ລາວ​ຣັອບ ແລະ​ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ທ່ານ​ຈິນ ກັງ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ ຂອງ​ສະ​ມາ​ຄົມ​ບັນ​ດາ​ປະ​ຊາ​ຊາດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຫຼືອາ​ຊຽນ ໃນ​ຖາ​ນະ​ພາ​ຄີ​ຂອງ​ການ​ສົນ​ທະ​ນາ​ຫາ​ລື ຢູ່ນະ​ຄອນ​ຫຼວງ​ຈາ​ກາ​ຕ້າ ຂອງ​ອິນ​ໂດ​ເນ​ເຊຍ.

ບັນ​ດາ​ຜູ້​ຈັດ​ກອງ​ປະ​ຊຸມ​ກ່າວ​ວ່າ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ເກົາ​ຫຼີ​ເໜືອ ທ່ານ​ໂຈ ຊອນ ຮຸຍ ກໍ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​ອາ​ຊຽນ ຊຶ່ງ​ເປັນ​ກອງ​ປະ​ຊຸມ​ດ້ານ​ຄວາມ​ໝັ້ນ​ຄົງ​ທີ່​ສຳ​ຄັນ​ຂອງ​ພູ​ມີ​ພາກ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG