ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໐ ພຶດສະພາ ໒໐໒໕

ຊາວບ້ານ ທີ່ຕົກຄ້າງ ຢູ່ລັດກະຈິນ ຂອງມຽນມາ ຂາດການຕິດຕໍ່ ກັບກຸ່ມຊ່ວຍເຫຼືອ


ຊົນເຜົ່າກະຈິນ ນາງນລາມ ນາມຣັງ ດອຍ (Nlam Numrang Doi) ອາຍຸ 92 ປີ, ນັ່ງຢູ່ຂ້າງສາມີ ທ່ານ ກາຣໍ ຢໍ (Hkaraw Yaw) ອາຍຸ 102 ປີ, ຢູ່ໃນພື້ນທີ່ ຂອງໂບດ Trinity Baptist ໃນສູນອົບພະຍົບ ສຳລັບພວກປະສົບໄພສົງຄາມ ຢູ່ເມືອງໄມອິດກິນນາ (Myitkyina) ລັດກະຈິນ , ຢູ່ທາງພາກເໜືອຂອງມຽນມາ, ວັນທີ 6 ພຶດສະພາ 2018.
ຊົນເຜົ່າກະຈິນ ນາງນລາມ ນາມຣັງ ດອຍ (Nlam Numrang Doi) ອາຍຸ 92 ປີ, ນັ່ງຢູ່ຂ້າງສາມີ ທ່ານ ກາຣໍ ຢໍ (Hkaraw Yaw) ອາຍຸ 102 ປີ, ຢູ່ໃນພື້ນທີ່ ຂອງໂບດ Trinity Baptist ໃນສູນອົບພະຍົບ ສຳລັບພວກປະສົບໄພສົງຄາມ ຢູ່ເມືອງໄມອິດກິນນາ (Myitkyina) ລັດກະຈິນ , ຢູ່ທາງພາກເໜືອຂອງມຽນມາ, ວັນທີ 6 ພຶດສະພາ 2018.

ພວກຊາວບ້ານຫຼາຍຮ້ອຍຄົນ ທີ່ຍັງຕົກຄ້າງຢູ່ໃນປ່າ ໃນລະຫວ່າງທີ່ມີການປະ
ທະກັນລະຫວ່າງທະຫານລັດຖະບານມຽນມາ ແລະພວກກະບົດຊົນກຸ່ມນ້ອຍຢູ່
ທີ່ລັດກະຈິນ ຢູ່ໃນພາກເໜືອຂອງມຽນມານັ້ນ ຍັງບໍ່ໄດ້ຮັບຂ່າວຄາວໃດໆຈາກ
ພວກເຂົາເຈົ້າເທື່ອ.

ສູນກາງປະສານງານເພື່ອຮັບມືກັບເຫດການສຸກເສີນຂອງ ລາຍງານໃນເດືອນ
ເມສາຜ່ານມານີ້ວ່າ ພວກຊາວບ້ານປະມານ 2000 ຄົນຊຶ່ງເປັນສ່ວນນຶ່ງຂອງ
ປະຊາຊົນຫຼາຍພັນຄົນ ທີ່ພາກັນຫລົບໜີ ອອກຈາກເຮືອນຊານບ້ານຊ່ອງຂອງ
ພວກເຂົາເຈົ້າໃນລັດກະຈິນ ຍ້ອນມີການສູ້ລົບກັນຄືນໃໝ່ ລະຫວ່າງ ທະຫານ
ລັດຖະບານມຽນມາ ແລະພວກກະບົດກະຈິນ ໃກ້ໆຊາຍແດນຈີນ.

ທ່ານຈາຕັງ ສະມາຊິກສະພາຕ່ຳ ເຜົ່າກະຈິນ ຂອງມຽນມາ ກ່າວຕໍ່ວີໂອເອ ພະ
ແນກພາສາມຽນມາວ່າ ພົນລະເຮືອນຈາກບ້ານ ອອງ ລໍ ໃນເຂດເມືອງຕາໄນ
ໄດ້ຂາດການຕິດຕໍ່ກັບກຸ່ມໃຫ້ຄວາມຊ່ວຍເຫຼືອບັນເທົາທຸກ.

ທ່ານກ່າວວ່າ “ຂ້າພະເຈົ້າເອງ ກໍຂາດການຕິດຕໍ່ກັບພວກເຂົາເຈົ້າ. ທຳອິດນັ້ນ ເຂົາເຈົ້າໄດ້ຕົກຄ້າງຢູ່ທີ່ທົ່ງນາ ແລະຫລັງຈາກມີລູກປືນໃຫຍ່ຕົກລົງມາໃກ້ໆທົ່ງ
ນາ ພວກເຂົາເຈົ້າບໍ່ມີທາງເລືອກ ຈຳເປັນຕ້ອງໄດ້ພາກັນຫລົບໜີ. ເວລານີ້ເຂົາ
ເຈົ້າໄດ້ຂາດການຕິດຕໍ່ ມາໄດ້ສອງສາມອາທິດແລ້ວ. ມີປະມານ 2 ພັນຄົນເວ
ລາພວກເຮົາກວດເທື່ອສຸດທ້າຍ.”


ສະມາຊິກສະພາມຽນມາທ່ານນີ້ ກ່າວວ່າ ພວກຊາວກະຈິນກຸ່ມນີ້ແມ່ນຮວມທັງ
ພວກເດັກນ້ອຍ ແມ່ຍິງຖືພາ ຜູ້ເຖົ້າຜູ້ແກ່ ແລະພວກທີ່ໄດ້ຮັບບາດເຈັບ.

ກອງທັບເອກກະລາດກະຈິນ ທີ່ເອີ້ນຫຍໍ້ວ່າ KIA ແມ່ນກຸ່ມກະບົດທີ່ສຳຄັນກຸ່ມ
ນຶ່ງຢູ່ໃນມຽນມາ ແລະໄດ້ປະທະກັນເລື້ອຍໆກັບທະຫານລັດຖະບານ ຫຼັງຈາກ
ການພັງທະລາຍລົງຂອງຂໍ້ຕົກລົງຢຸດຍິງເປັນເວລາ 17 ປີ ໃນປີ 2001. ການ
ສູ້ລົບກັນຮອບຫລ້າສຸດ ໄດ້ທະວີຄວາມຮຸນແຮງຂຶ້ນ ໃນຕົ້ນເດືອນເມສາ ເວລາ
ອົງການສະຫະປະຊາຊາດລາຍງານວ່າ ມີປະມານ 5 ພັນຄົນໄດ້ອົບພະຍົບຫຼົບ
ໜີ ແລະຫຼາຍໆຮ້ອຍຄົນ ໄດ້ຕົກຄ້າງ ຢູ່ໃນລະຫວ່າງການສູ້ລົບ.

ຢູ່ທີ່ລັດສານໃນພາກເໜືອຂອງມຽນມາ ການສູ້ລົບກັນຮອບໃໝ່ກໍໄດ້ລະເບີດຂຶ້ນ
ລະຫວ່າງກຳລັງປະກອບອາວຸດຂອງພວກຊົນກຸ່ມນ້ອຍ 2 ກຸ່ມ ໃນອາທິດແລ້ວ
ນີ້ ຊຶ່ງເຮັດໃຫ້ປະຊາຊົນຫຼາຍຮ້ອຍຄົນ ຕ້ອງໄດ້ອົບພະຍົບຫລົບໜີ.

ທ່ານເອີຊູລາ ມອນເລີ ຜູ້ຊ່ວຍເລຂາທິການໃຫຍ່ ຮັບຜິດຊອບດ້ານມະນຸດສະທຳ
ແລະຮອງຜູ້ປະສານງານດ້ານເຫດການສຸກເສີນຂອງສະຫະປະຊາຊາດ ໄດ້ຮຽກ
ຮ້ອງໃຫ້ທຸກພັກຝ່າຍ ໃຫ້ການຄ້ຳປະກັນຕໍ່ການປົກປ້ອງພົນລະເຮືອນທັງໝົດ​ ຢູ່
ໃນຂໍ້ຄວາມທາງທວີດເຕີ້ຂອງທ່ານ.

ກອງທັບມຽນມາ ມີລາຍງານວ່າ ໄດ້ຈັບກຸມຊາວບ້ານຈຳນວນນຶ່ງ ຍ້ອນເຫດຜົນ
ທາງດ້ານຄວາມປອດໄພ ແລະກຳຈັດການເດີນທາງເຂົ້າໄປໃນຂົງເຂດດັ່ງກ່າວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG