ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວບ້ານ ມຽນມາ ຮຽກຮ້ອງ ໃຫ້ປ່ອຍໂຕ ນັກເຄື່ອນໄຫວ ຄົນນຶ່ງ


ແຜນທີ່ ມຽນມາ
ແຜນທີ່ ມຽນມາ

ຊາວບ້ານ​ຫລາຍ​ຮ້ອຍຄົນ ຢູ່ພາ​ກກາງຂອງ​ມຽນມາ ​ໄດ້ພາກັນ​
ຈັດ​ຕັ້ງ​ການປະ​ທ້ວງ ​ເພື່ອ​ຮຽກຮ້ອງ​ໃຫ້​ປ່ອຍໂຕນັກ​ເຄື່ອນ​ໄຫວ​
ຄົນ​ນຶ່ງ ທີ່ພົວພັນກັບ​ການ​ລັກ ພາ​ໂຕ​ເປັນ​ລະຍະ​ສັ້ນໆຂອງພະ
ນັກງານ​ສອງ​ຄົນ​ທີ່​ເຮັດ​ວຽກ​ຢູ່​ບໍ່​ທ​ອງ​ແດງ​ຂອງ​ຈີນ​ໃນ​ປີ​ນີ້.

ຄູບາ​ອົງ​ນຶ່ງໃນ​ເຂດ Letpadaung ກ່າວ​ຕໍ່ວີ​ໂອ​ເອ ວ່າ ພວກ
ຊາວບ້ານ 500 ຫາ 600 ຄົນ ພາກັນ​ປະ​ທ້ວງ​ແບບ​ສະຫງົບ
ຢູ່​ໃນຫຼາຍໆ​ໝູ່ບ້ານ​ໃນ​ວັນ​ຈັນ​ວານ​ນີ້ ​ເພື່ອ​ຢາກໃຫ້ປ່​ອຍ​ໂຕ
ທ້າວ Phyu Hnin Htway ສະມາຊິກ​ ສະຫະ​ພັນນັກ​ສຶກສາ
ຄົນ​ນຶ່ງ ຜູ້​ທີ່​ໄດ້​ຖືກ​ກັກ​ຂັງ​ ໃນ​ວັນ​ເສົາ​ທີ່​ຜ່ານ​ມາ.

ທ້າວ Ye Yint Kyaw ສະມາຊິກ​ນັກ​ສຶກສາ​ອີກ​ຄົນ​ນຶ່ງ ກ່າວ​ຕໍ່ ວີ​ໂອ​ເອ ວ່າ ​ເພື່ອນ​ຂອງ
​ລາວກຳລັງ​ປະ​ເຊີນ​ໜ້າ​ກັບ​ການ​ກ່າ​ວຫາ​ຢູ່ໃນສອງຄວາມຜິດ ຮວມ​ທັງການ​ລັກພາ​ໂຕ.

ຍັງ​ບໍ່​ທັນ​ເປັນ​ທີ່​ແຈ່ມ​ແຈ້ງ​ເທຶ່ອວ່າ ໄດ້ມີການ​ຍື່ນຟ້ອງຢ່າງ​ເປັນ​ທາງ​ການແລ້ວຫຼື ບໍ່.

ການ​ກ່າວ​ຫາ ແມ່ນ​ເກີດ​ຈາກເຫດການ​ໃນ​ເດືອນ​ພຶດສະພາ ຊຶ່ງ​ກຸ່ມ​ນ້ອຍໆ​ພາກັນ​ລັກພາ
​ໂຕ​ພະນັກງານ​ຈີນ​ສອງ​ຄົນ​ຈາກ ໄປຈາກບໍ່​ທອງ​ແດງ​ ທີ່ຢູ່ໃກ້​ໆ​ນັ້ນ. ການ​ຂະຫຍາຍ​ບໍ່​ແຮ່
ທີ່ຈີນ​ເປັນ​ເຈົ້າ​ຂອງ ​ໄດ້ພາໃຫ້ມີການປະ​ທ້ວງ​ຢູ່​ເລື້ອຍໆ​ຈາກບັນ ດາ​ຜູ້ຄົນໃນທ້ອ​ງຖິ່ນ ທີ່
​ກ່າວ​ວ່າ ​ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ການ​ຕອ​ບແທນ​ທີ່​ທ່ຽງທໍາ ຈາກ ​ທີ່​ດິນ ​ແລະ​ມີ​ຄວາມ​ເປັນ​ຫ່ວງ ​ກ່ຽວກັບ​ຜົນ​ກະທົບ​ຕໍ່ສິ່ງ​ແວດ​ລ້ອມ.

ຊາວບ້ານ 5 ຄົນ ບໍ່​ໄດ້​ຖືກກ່າວຫາ ​ຫລັງ​ຈາກ​ເຂົາເຈົ້າໄດ້​ມອບ​ໂຕ​ ລຸນຫລັງທີ່ ໄດ້ມີການ
​ເຈລະຈາ​ປ່ອຍ​ໂຕ​ພະນັກງານ​ຈີນ. ​ແຕ່​ທ້າວ Phyu Hnin Htway ​ແລະຊາວບ້ານ​ອີກ​ຜູ້​
ນຶ່ງ ບໍ່​ໄດ້ໄປ​ລາຍ​ງານ​ໂຕໃຫ້​ຕຳຫລວດ​ຊາບ.​

XS
SM
MD
LG