ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທູດ ມຽນມາ ປະຈຳສະຫະປະຊາຊາດ ກ່າວຫາກອງທັບ ສຳລັບການສັງຫານໝູ່


ເອກອັກຄະລັດຖະທູດ ມຽນມາF ທ່ານ ຈໍ ໂມ ຕຸນ ກ່າວຄຳປາໄສຢູ່ສະພາສິດທິມະນຸດ ສະຫະປະຊາຊາດ, ນະຄອນ ເຈນີວາ, ປະເທດ ສວິດເຊີແລນ (11 ມີນາ, 2019)
ເອກອັກຄະລັດຖະທູດ ມຽນມາF ທ່ານ ຈໍ ໂມ ຕຸນ ກ່າວຄຳປາໄສຢູ່ສະພາສິດທິມະນຸດ ສະຫະປະຊາຊາດ, ນະຄອນ ເຈນີວາ, ປະເທດ ສວິດເຊີແລນ (11 ມີນາ, 2019)

ເອກອັກຄະລັດຖະທູດມຽນມາ ປະຈຳອົງການສະຫະປະຊາຊາດ ໄດ້ສົ່ງຈົດໝາຍເຖິງເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູເຕເຣສ ທີ່ກ່າວຫາການສັງຫານໝູ່ ຫຼາຍຄັ້ງໃສ່ກອງ ທັບໃນເດືອນແລ້ວນີ້ ຢູ່ເຂດພາກຕາເວັນຕົກສຽງເໜືອຂອງປະເທດ.

ຄະນະທູດຂອງມຽນມາ ປະຈຳອົງການສະຫະປະຊາຊາດໄດ້ເອົາຈົດໝາຍດັ່ງກ່າວ ລົງວັນທີຂອງວັນອັງຄານຜ່ານມາ ລົງໃສ່ໃນໜ້າເຟສບຸກຂອງເຂົາເຈົ້າ.

ໃນຈົດໝາຍດັ່ງກ່າວ, ທ່ານ ຈໍ ໂມ ຕຸນ ໄດ້ຂຽນວ່າພວກທະຫານໄດ້ທໍລະມານ ແລະ ຂ້າຜູ້ຊາຍ 16 ຄົນຢູ່ໝູ່ບ້ານແຫ່ງນຶ່ງໃນເມືອງການີ ໃນຕົ້ນເດືອນກໍລະກົດ,​ ແລະ 10,000 ຄົນໄດ້ຫຼົບໜີອອກຈາກເຂດທີ່ວ່ານັ້ນໃນເວລາຕໍ່ມາ.

ໃກ້ທ້າຍເດືອນແລ້ວນີ້, ທ່ານ ຈໍ ໂມ ຕຸນ ໄດ້ຂຽນວ່າ, 13 ສົບໄດ້ຖືກພົບເຫັນຢູ່ໃກ້ກັບບ້ານ ຊີ ພິນ
ທວິນ ຫຼັງຈາກການປະທະກັນລະຫວ່າງກອງກຳລັງຮັກສາຄວາມປອດໄພ ແລະ ພວກນັກລົບໃນທ້ອງຖິ່ນ.

ທ່ານ ຈໍ ໂທ ຕຸນ ໄດ້ກ່າວວ່າ ອີກ 11 ຄົນ ໄດ້ຖືກຂ້າຕາຍ ແລະ ຖືກຈູດໃນບ້ານ ເຈັດຈອງ ທໍ ເຕກ.

ເອກອັກຄະລະຖະທູດດັ່ງກ່າວ ເປັນຕົວແທນໃຫ້ລັດຖະບານພົນລະເຮືອນ ທີ່ໄດ້ຖືກເລືອກຕັ້ງເອົາໂດຍມຽນມາ, ເຊິ່ງຖືກຂັບໄລ່ອອກໂດຍກອງທັບໃນເດືອນກຸມພາທີ່ຜ່ານມາ. ກອງທັບໄດ້ກ່າວວ່າພວກເຂົາໄດ້ໄລ່ທ່ານ ຈໍ ໂມ ຕຸນ ອອກ, ແຕ່ອົງການ ສະຫະປະຊາຊາດບໍ່ໄດ້ຮັບຮູ້ການເຂົ້າຄອບຄອງອຳນາດຂອງກອງທັບ ແລະ ທ່ານຍັງຄົງເປັນຕົວແທນຂອງປະເທດຢູ່ອົງການຂອງໂລກດັ່ງກ່າວ.

ທ່ານ ຈໍ ໂມ ຕຸນ ໄດ້ຮຽກຮ້ອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ແລະ ປະຊາຄົມນານາຊາດໃຫ້ກຳນົດການຫ້າມນຳເຂົ້າອາວຸດຕໍ່ກອງທັບ, ໂດຍໄດ້ຂຽນໃນຈົດໝາຍເຖິງທ່ານ ກູເຕເຣສ ວ່າ ມັນເຖິງ “ເວລາແລ້ວທີ່ຈະດຳເນີນການຢ່າງເດັດຂາດ ກ່ຽວກັບ ວິກິດການນີ້ດ້ວຍຄວາມຮີບດ່ວນທີ່ມັນສົມຄວນໄດ້ຮັບ.”

ທ່ານ ຈໍ ໂມ ຕຸນ ໄດ້ກ່າວວ່າ “ມັນບໍ່ມີສັນຍານຂອງການຫຼຸດຜ່ອນຄວາມໂຫດຫ້ຽມ, ການເຂັ່ນຂ້າ, ການຈັບກຸມທີ່ກໍ່ຂຶ້ນໂດຍກອງທັບ. ພວກເຮົາຮຽກຮ້ອງໃຫ້ມີການແຊກແຊງດ້ານມະນຸດສະທຳຢ່າງຮີບດ່ວນຈາກປະຊາຄົມນານາຊາດກ່ອນທີ່ມັນຈະຊ້າເກີນໄປ.”

ທ່ານ ຈໍ ໂມ ຕຸນ ຍັງໄດ້ກ່າວຕ່າງຫາກ ໃນວັນພຸດວານນີ້ວ່າ ມັນບໍ່ມີລາຍງານ ກ່ຽວກັບ ການຂົ່ມຂູ່ຕໍ່ທ່ານ, ແລະ ວ່າບັນດາເຈົ້າໜ້າທີ່ ສະຫະລັດ ແມ່ນໄດ້ຂະຫຍາຍການຮັກສາຄວາມປອດໄພຕໍ່ທ່ານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG