ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກ​ອງ​ທະ​ຫານ ມຽນ​ມາ ຖອນ​ທັບ​ໄປ​ຢູ່​ຂົວ​ເຂດ​ຊາຍ​ແດນ​ຕິດ​ກັບ ໄທ ຫຼັງ​ຈາ​ກ​ການ​ຕໍ່​ສູ້ຫຼາຍ​ວັນ


ເຈົ້າ​ໜ້າ​ທີ່​ທະ​ຫານ ໄທ ຍາມ​ຢູ່​ໃກ້​ເຂດ​ຊາຍ​ແດນ​ຈັງ​ຫວັດ ຕາມ ທີ່​ຕິດ​ກັບ ມຽນ​ມາ, 10 ເມ​ສາ 2024.
ເຈົ້າ​ໜ້າ​ທີ່​ທະ​ຫານ ໄທ ຍາມ​ຢູ່​ໃກ້​ເຂດ​ຊາຍ​ແດນ​ຈັງ​ຫວັດ ຕາມ ທີ່​ຕິດ​ກັບ ມຽນ​ມາ, 10 ເມ​ສາ 2024.

ເຈົ້​າ​ໜ້າ​ທີ່ກອງ​ທັບ ມຽນ​ມາ ປະ​ມານ 200 ຄົນ​ໄດ້​ຖອນ​ຕົວ​ອອ​ກ​ໄປ​ສູ່​ຂົວ​ແຫ່ງ​ນຶ່ງ​ທີ່​ເຊື່ອມ​ຕໍ່​ເຂດ​ຊາຍ​ແດນ​ຂອງ​ເມືອງ ມີ​ຢາ​ວັດ​ດີ ກັບ​ປະ​ເທດ ໄທ ໃນ​ວັນ​ພະ​ຫັດ​ມື້ນີ້ ລຸນຫຼັງ​ການ​ໂຈມ​ຕີ​ໝົດ​ມື້​ໂດຍ​ພວກ​ກະ​ບົດ​ຕໍ່​ຕ້ານ​ລັດ​ຖະ​ບານ​ທະ​ຫານ​ໃນ​ເຂດ​ດັ່ງ​ກ່າວ, ອີງ​ຕາມ​ໂຄ​ສົກຂອງ​ກຸ່ມ​ຕິດ​ອາ​ວຸດ​ຊົນ​ເຜົ່າ ແລະ ສື່ມວນ​ຊົນ​ໃນ​ທ້ອງ​ຖິ່ນ.

ລັດ​ຖະ​ບານ​ທີ່​ດຳ​ເນີນ​ການ​ໂດຍກອງ​ທັບ​ຂອງ ມຽນ​ມາ ແມ່ນ​ກຳ​ລັງ​ຕໍ່​ສູ້​ກັບ​ກຸ່ມ​ກະ​ບົດ​ຕິດ​ອາ​ວຸດໃນ​ຫຼາຍ​ດ້ານ ແລະ ໄດ້​ປະ​ສົບ​ກັບ​ຄວາມ​ຜ່າຍ​ແພ້ຫຼາຍ​ຄັ້ງ​ໃນ​ເຂດ​ຊາຍ​ແດນ​ຕ່າງໆ.

ການ​ຖອນ​ກຳ​ລັງ​ຂອງ​ລັດ​ຖະ​ບານ​ທະ​ຫານ​ໃນ​ເມືອງ ມີ​ຢາ​ວັດ​ດີ, ເຊິ່ງ​ຕັ້ງ​ຢູ່​ກົງ​ກັນ​ຂ້າມ​ກັບ​ເມືອງ ແມ່​ສອດ ຂອງ ໄທ, ເປັນ​ສັນ​ຍານ​ຂອງ​ຄວາມ​ຜ່າຍ​ແພ້​ທີ່​ອາດ​ເປັນ​ໄປ​ໄດ້ຂອງກອງ​ທະ​ຫານ​ໃນ​ດ່ານ​ຊາຍ​ແດນ​ການ​ຄ້າ​ທີ່​ສຳ​ຄັນ​ອີກ​ຄັ້ງ​ນຶ່ງ ທີ່​ມີ​ທາງ​ດ່ວນ​ເຂົ້າ​ຫາຫຼາຍ​ພາກ​ສ່ວນ​ໃຈ​ກາງ​ຂອງ ມຽນ​ມາ ໂດຍ​ກົງ.

ໃນ​ວັນ​ພະ​ຫັດ​ມື້ນີ້, ທະ​ຫານ​ທີ່​ໄດ້ຫຼົບ​ໜີ​ປະ​ມານ 200 ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ດ່ານ​ຊາຍ​ແດນ​ໄປ​ຫາ​ປະ​ເທດ ໄທ, ອີງ​ຕາມ​ການ​ກ່າວ​ຂອງທ່ານ ຊໍ ຕໍ ນີ, ໂຄງ​ສົກ​ສຳ​ລັບ​ສະ​ຫະ​ພັນ ກະຫຼ່ຽງ ແຫ່ງ​ຊາດ, ເຊິ່ງ​ແມ່ນ​ກຸ່ມ​ຕໍ່​ຕ້ານ​ລັດ​ຖະ​ບານ​ທະ​ຫານ​ທີ່​ນຳ​ໜ້າ​ການ​ໂຈມ​ຕີ​ໃສ່​ເມືອງ ມີ​ຢາ​ວັດ​ດີ ນັ້ນ.

ສື່ມວນ​ຊົນ​ໃນ​ທ້ອງ​ຖິ່ນ Khit Thit ໄດ້​ລາຍ​ງານ​ວ່າ​ບັ​ນ​ດາ​ເຈົ້າ​ໜ້າ​ທີ່ ໄທ ແມ່ນ​ກຳ​ລັງ​ລົມ​ກັບ​ພວກ​ທະ​ຫານ​ດັ່ງ​ກ່າວ​ເພື່ອ​ຕັດ​ສິ​ນ​ວ່າ​ຈະ​ອະ​ນຸ​ຍາດ​ໃຫ້​ເຂົາ​ເຈົ້າ​ລີ້​ໄພຫຼີບໍ່.

ໂຄ​ສົກ​ສຳ​ລັບ​ລັດ​ຖະ​ບານ​ທະ​ຫານບໍ່​ໄດ້​ຕອບ​ຕໍ່​ການ​ຂໍ​ຄຳ​ເຫັນ.

ສະ​ຫະ​ພັນ ກະຫຼ່ຽງ ແຫ່ງ​ຊາດ​ໄດ້​ກ່າວ​ໃນ​ອາ​ທິດ​ທີ່​ຜ່ານ​ມາ​ວ່າ ກອງ​ທະ​ຫານ​ຂອງ​ເຂົາ​ເຈົ້າ​ໄດ້​ໂຈມ​ຕີ​ຄ້າຍ​ຂອງ​ລັດ​ຖະ​ບານ​ທະ​ຫານ​ໃກ້​ກັບ​ເມືອງ ມີ​ຢາ​ວັດ​ດີ, ບັງ​ຄັບ​ໃຫ້​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ 600 ຄົນ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ຍອມ​ຈຳ​ນົນ.

ດ່ານ​ຂ້າມ​ຊາຍ​ແດນ​ແມ່ນ​ບໍ​ລິ​ເວນ​ເປີດ​ສຳ​ລັບ​ພົນ​ລະ​ເຮືອນ​ຜູ້​ທີ່​ໄດ້​ເດີນ​ທາງ​ເຂົ້າ​ ໄທ ຈາກ ມຽນ​ມາ ຈຳ​ນວນຫຼວງຫຼາຍ, ອີງ​ຕາມ​ການ​ກ່າວ​ຂອ​ງ​ພັນ​ເອກ​ຕຳຫຼວດ ບໍ່​ວອນ​ພົບ ສູນ​ທອນ​ເລ​ຂາ, ຜູ້​ກຳ​ກັບ​ຄົນ​ເຂົ້າ​ເມືອງ​ໃນ​ຈັງ​ຫວັດ ຕາກ ຂອງ ໄທ, ບ່ອນ​ທີ່​ເມືອງ ແມ່ສອດ ຕັ້ງ​ຢູ່​ນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG