ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະພັນການຄ້າຂອງມຽນມາ ເລີ້ມນັດຢຸດງານຄັ້ງໃຫຍ່ ໃນການປະທ້ວງ ຕໍ່ຕ້ານລັດຖະບານທະຫານ


ພວກປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານ ໄດ້ສີດບັ້ງດັບໄຟ ເພື່ອສະກັດກັ້ນກັບແກັສນ້ຳຕາທີ່ຕຳຫຼວດໄດ້ຍິງເຂົ້າໃສ່ ໃນລະຫວ່າງການເດີນຂະບວນປະທ້ວງຢູ່ໃນນະຄອນຫຼວງເນປີດໍ ຂອງມຽນມາ, ວັນຈັນທີ 8 ມີນາ 2021.
ພວກປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານ ໄດ້ສີດບັ້ງດັບໄຟ ເພື່ອສະກັດກັ້ນກັບແກັສນ້ຳຕາທີ່ຕຳຫຼວດໄດ້ຍິງເຂົ້າໃສ່ ໃນລະຫວ່າງການເດີນຂະບວນປະທ້ວງຢູ່ໃນນະຄອນຫຼວງເນປີດໍ ຂອງມຽນມາ, ວັນຈັນທີ 8 ມີນາ 2021.

ພັນທະມິດສະຫະພັນການຄ້າເກົ້າກຸ່ມໃນມຽນມາ ໄດ້ພາກັນເລີ້ມຕົ້ນນັດຢຸດງານຄັ້ງໃຫຍ່ ໃນວັນຈັນມື້ນີ້ ເພື່ອພະຍາຍາມສະໜັບສະໜຸນການເຄື່ອນໄຫວຕໍ່ຕ້ານການກໍ່ລັດຖະປະຫານ ແລະກົດດັນບັນດາສະມາຊິກຂອງລັດຖະບານທະຫານ.

ກຸ່ມນີ້ໄດ້ກ່າວໃນຖະແຫລງການຮ່ວມວ່າ “ການສືບຕໍ່ດຳເນີນກິດຈະການດ້ານເສດຖະກິດແລະທຸລະກິດຕາມປົກກະຕິນັ້ນ….ຈະພຽງແຕ່ເປັນຜົນປະໂຫຍດແກ່ທະຫານໃນຂະນະທີ່ພວກເຂົາກົດຂີ່ພະລັງຂອງປະຊາຊົນມຽນມາ. ເວລາທີ່ຕ້ອງເອົາມາດຕະການເພື່ອປົກປ້ອງປະຊາທິປະໄຕຂອງພວກເຮົາ ແມ່ນດຽວນີ້.”

ການນັດຢຸດງານໂດຍພະນັກງານລັດຖະກອນທັງຫຼາຍຮວມທັງພວກພະນັກງານ ບໍລິການລົດໄຟໃນປະເທດນຳດ້ວຍ ໄດ້ດຳເນີນໄປເປັນເວລາຫຼາຍອາທິດ.

ສ່ວນພວກຮ້ານຄ້າ ໂຮງງານແລະທະນາຄານທັງຫຼາຍແມ່ນໄດ້ປິດກິດຈະການຢູ່ໃນຢາງກຸ້ງ ໃນຂະນະທີ່ພວກຝຸງຄົນ ໄດ້ເຕົ້າໂຮມຊຸມນຸມຢູ່ຫົວເມືອງໃຫຍ່ສຸດຂອງມຽນມາ ເຖິງແມ່ນວ່າ ຈະມີກຳລັງທະຫານ ກວດພວກລົດລາຢູ່ກໍຕາມ. ພວກປະທ້ວງຍັງໄດ້ໂຮມຊຸມນຸມຢູ່ໃນເມືອງມັນດາເລທີ່ໃຫຍ່ສຸດອັນດັບສອງ ແລະ ໃນເມືອງໂມນີວາ ຢູ່ທາງພາກຕາເວັນຕົກຂອງປະເທດ.

ອົງການຂ່າວຣອຍເຕີສ໌ ຍັງໄດ້ກ່າວວ່າ ພວກປະທ້ວງໄດ້ພາກັນໂບກທຸງທີ່ເຮັດມາຈາກຜ້າສິ້ນ ຂອງພວກແມ່ຍິງ ຫຼືແຂວນພວກມັນໃສ່ເຊືອກແລ້ວມັດໄປຕາມຖະໜົນເພື່ອເປັນຂີດໝາຍຂອງວັນແມ່ຍິງສາກົນ ໃນຂະນະດຽວກັນລັດຖະບານທະຫານກໍໄດ້ປະນາມການກະທຳອັນນັ້ນ.

ການຮຽກຮ້ອງໃຫ້ປິດເສດຖະກິດ ໄດ້ມີຂຶ້ນໃນວັນອາທິດວານນີ້ ຫຼັງຈາກທີ່ມີເຫດການນອງເລືອດອີກມື້ນຶ່ງລະຫວ່າງພວກປະທ້ວງກັບຕຳຫຼວດແລະທະຫານ ຜູ້ທີ່ເຂົ້າຍຶດຄອງໂຮງໝໍ ໃນເຂດຕ່າງໆຂອງຢາງກຸ້ງ.

ເມືອງມັນດາເລໄດ້ເຫັນການອອກມາເຄື່ອນໄຫວທີ່ໃຫຍ່ສຸດໂດຍການນັ່ງຢູ່ກັບທີ່ເພື່ອປະທ້ວງ ພາຍຫຼັງຈາກທີ່ໄດ້ງຽບສະຫງົບສອງນາທີ ໃນການໄວ້ອາໄລໃຫ້ແກ່ພວກທີ່ໄດ້ຖືກຂ້າຕາຍໂດຍຕຳຫຼວດແລະໜ່ວຍກຳລັງທະຫານ ດັ່ງທີ່ພາບບັນທຶກວີດີໂອທີ່ໄດ້ຖືກນຳລົງໃນສື່ສັງຄົມ ສະແດງໃຫ້ເຫັນນັ້ນ.

ຕຳຫຼວດໄດ້ໃຊ້ພວກລູກລະເບີດທີ່ເຮັດໃຫ້ຫູອື້ຕາລາຍແລະແກັສນ້ຳຕາຕໍ່ພວກປະທ້ວງ ຢູ່ໃນເຂດນະຄອນວັດປະຫວັດສາດ ບາກັນ ອັນເປັນສະຖານມໍລະດົກໂລກຂອງອົງການ UNESCO ທີ່ມີຊື່ສຽງໂດ່ງດັງສໍາລັບວັດວາອາຮາມຂອງສາສະໜາພຸດທີ່ເກົ່າແກ່ທັງຫຼາຍ.

ເຈົ້າໜ້າທີ່ຄົນນຶ່ງ ຈາກພັກທີ່ຖືກໂຄ່ນລົ້ມຂອງຜູ້ນຳທີ່ແທ້ຈິງຂອງມຽນມາ ທ່ານນາງອອງ ຊານ ຊູ ຈີ ຄືພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ໄດ້ເສຍຊີວິດໃນລະຫວ່າງການຄວບຄຸມໂຕໂດຍຕຳຫຼວດ ດັ່ງທີ່ເຈົ້າໜ້າທີ່ຂອງພັກທ່ານນຶ່ງໄດ້ໃຫ້ການຢັ້ງຢືນຕໍ່ວີໂອເອ ພະແນກພາສາພະມາ ໃນຂະນະດຽວກັນກຳລັງຮັກສາຄວາມປອດໄພສືບຕໍ່ປາບປາມ ການປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານຢູ່ໃນ ມຽນມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກະດ

XS
SM
MD
LG