ການຂໍອຸທອນຕໍ່ຄຳຕັດສິນໂທດໃຫ້ຕິດຄຸກເປັນເວລາ 5 ປີ ຂອງຜູ້ນໍາມຽນມາທີ່ຖືກປົດອອກຈາກຕຳແໜ່ງ ທ່ານນາງອອງຊານ ຊູຈີ ໄດ້ຖືກປະຕິເສດໂດຍສານ ສູງຂອງປະເທດໃນມື້ວັນພຸດວານນີ້.
ມີລາຍງານວ່າ ການຕັດສິນດັ່ງກ່າວມີຂຶ້ນໃນທັນທີທີ່ມີການຍື່ນຄໍາຮ້ອງຂໍອຸທອນ, ແລະສານກໍບໍ່ປາຖະໜາໃຫ້ມີການໂຕ້ຖຽງກັນ ຂອງທັງສອງຝ່າຍຢູ່ໃນກໍລະນີນີ້.
ທ່ານນາງ ຊູຈີ ອາຍຸ 76 ປີ, ໄດ້ຖືກຕັດສິນໃຫ້ຕິດຄຸກໃນອາທິດແລ້ວນີ້ ລຸນຫຼັງພົບວ່າທ່ານນາງມີຄວາມຜິດໃນ 11 ຂໍ້ຫາສໍ້ລາດບັງຫຼວງ ລວມເຖິງຮັບເງິນສິນບົນ ແລະຄໍາຫຼາຍແທ່ງ ຄິດເປັນຈໍານວນເງິນທັງໝົດ 600,000 ໂດລາ.
ທະນາຍຄວາມຂອງທ່ານນາງ ຮ້ອງຂໍ້ກ່າວຫານີ້ວ່າ ມັນບໍ່ສົມເຫດສົມຜົນເລີຍ.
ທ່ານນາງ ຊູຈີ ໄດ້ຖືກຕັດສິນໂທດຈໍາຄຸກເປັນເວລາ 6 ປີ ກ່ອນໜ້ານັ້ນ ກ່ຽວກັບຂໍ້ຫາເຄື່ອນໄຫວເພື່ອຕໍ່ຕ້ານກອງທັບ, ຝ່າຝືນຕໍ່ກົດລະບຽບຂອງພະຍາດໂຄວິດ-19 ແລະບໍ່ປະຕິບັດຕາມກົດໝາຍ ຂອງລະບົບຄົມມະນາຄົມສື່ສານ.
ທ່ານນາງປະເຊີນກັບຫຼາຍຂໍ້ຫາ, ແລະຖ້າພົບວ່າທ່ານນາງມີຄວາມຜິດ ທ່ານນາງກໍອາດຈະຕິດຄຸກ ເປັນເວລາຫຼາຍກວ່າ 150 ປີ.
ທ່ານນາງ ຊູຈີ ໄດ້ຖືກກັກບໍລິເວນຢູ່ທີ່ເຮືອນຂອງທ່ານນາງເອງ ນັບຕັ້ງແຕ່ເກີດການກໍ່ລັດຖະປະຫານ ຂອງພວກທະຫານໃນປີທີ່ຜ່ານມາ.
ນັບຕັ້ງແຕ່ມີການເຮັດລັດຖະປະຫານໃນວັນທີ 1 ກຸມພາ 2021, ໄດ້ພາໃຫ້ມີການປະທ້ວງຕໍ່ຕ້ານລະບອບການປົກຄອງຂອງພວກທະຫານຢ່າງກວ້າງຂວາງ. ພວກທະຫານ ໄດ້ພາກັນປາບປາມຜູ້ປະທ້ວງຢ່າງຮຸນແຮງຫຼາຍຄົນ, ອັນໄດ້ເຮັດໃຫ້ພົນລະເຮືອນ ຫຼາຍກວ່າ 1,800 ຄົນ ໄດ້ຖືກສັງຫານ ແລະໄດ້ຖືກຈັບກຸມ ພ້ອມທັງຕັ້ງຂໍ້ຫາອີກຫຼາຍກວ່າ 10,000 ຄົນ. ອີງຕາມລາຍງານຂອງສະມາຄົມຊ່ວຍເຫຼືອນັກໂທດທາງການເມືອງຂອງມຽນມາ.