ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດຖະບານ ແລະນັກສຶກສາ ມຽນມາ ຕົກລົງກັນ ກ່ຽວກັບ ການປະຕິຮູບ ດ້ານການສຶກສາ


ນາງ Phyo Phyo Aung ຜູ້ຕາງໜ້າຂອງ ພວກນັກສຶກສາທີ່ກຳລັງທຳການປະທ້ວງຢູ່ນັ້ນ ກ່າວຖະແຫລງ ໃນລະຫວ່າງກອງປະຊຸມກັບ ຜູ້ຕາງໜ້າຂອງລັດຖະບານມຽນມາ ແລະ ຜູ້ຕາງໜ້າ ​ເຄືອ​ຂ່າຍ​​ການ​ປະຕິ​ຮູບ​ການ​ສຶກສາ​ແຫ່ງ​ຊາດ ໃນນະຄອນຢ່າງກຸ້ງ, ວັນທີ 11 ກຸມພາ 2015.
ນາງ Phyo Phyo Aung ຜູ້ຕາງໜ້າຂອງ ພວກນັກສຶກສາທີ່ກຳລັງທຳການປະທ້ວງຢູ່ນັ້ນ ກ່າວຖະແຫລງ ໃນລະຫວ່າງກອງປະຊຸມກັບ ຜູ້ຕາງໜ້າຂອງລັດຖະບານມຽນມາ ແລະ ຜູ້ຕາງໜ້າ ​ເຄືອ​ຂ່າຍ​​ການ​ປະຕິ​ຮູບ​ການ​ສຶກສາ​ແຫ່ງ​ຊາດ ໃນນະຄອນຢ່າງກຸ້ງ, ວັນທີ 11 ກຸມພາ 2015.

ມຽນມາ ​ໄດ້​ຕົກລົງ​ຮັບເອົາ​ຄຳ​ຮຽກຮ້ອງເກືອບທັງໝົດ ​ຂອງພວກ
ນັກສຶກສາ ທີ່ພາກັນ​ເຄື່ອນ​ໄຫວເດີນ​ຂະ​ບວນ​ໃນ​ທົ່ວ​ປະ​ເທດເພື່ອ
​ປະ​ທ້ວງ ຕໍ່ຮ່າງ​ກົດໝາຍປະຕິ​ຮູບ​ດ້ານ​ການ​ສຶກສາ​ ທີ່​ກຳລັງລໍຖ້າ​
ການ​ຮັບຮອງ​ເອົາຢູ່ນັ້ນ.

ຢູ່​ທີ່​ກອງ​ປະຊຸມ ລະຫວ່າງ ບັນດາ​ນັກ​ສຶກສາ ແລະ ​ເຈົ້າໜ້າ​ທີ່ ຢູ່​
ໃນ​ນະຄອນຢ່າງກຸ້ງໃນ​ວັນ​ພຸດ​ຜ່ານມາ​ນີ້ ບັນດາ​ຜູ້​ເຂົ້າຮ່ວມ​ໄດ້
ຕົກລົງເຫັນດີ​ນຳໝົດທັງ 11 ຂໍ້ ທີ່​ສະ​ເໜີ​ໂດຍ​ບັນດາ​ນັກ​ສຶກສາ
​ລວມທັງ ການ​ຮັບ​ຮູ້​ສະຫະພັນນັກ​ສຶກສາ ຢ່າງ​ເປັນ​ທາງ​ການ
ການ​ສຶກສາພິເສດສຳ​ຫລັບພວກ​ຄົນ​ພິການ ​ແລະ ​ການ​ສຶກສາ
ພາກບັງຄັບລະດັບ​ມັດ​ທະຍົມຕົ້ນ.

ລັດຖະມົນຕີ​ປະຈຳສຳນັກງານປະທານາທິບໍດີ ທ່ານ Hla Htun ​ທີ່​ເປັນ​ຜູ້ຕາງໜ້າ​
ລັດຖະບານ ​ໃນ​ການ​ເຈລະຈາ ກ່າວ​ວ່າ ການ​ຕົກລົງກັນ ​ແມ່ນ​ເປັນ​ການ​ດີ​ສຳ​ຫລັບ​
ມຽນມາ.

ທ່ານ​ເວົ້າວ່າ “ພວກ​ເຮົາ​ໄດ້​ຮັບຜົນສຳ​ເລັດ 100 ​ເປີ​ເຊັນ ຈາກ​ກອງ​ປະຊຸມ. ອັນ​ນີ້ ​
ແມ່ນ​ເປັນ​ຍ້ອນ​ການ​ປຶກສາ​ຫາລື​ກັນ ໃນພື້ນຖານ​ຄວາມ​ປາຖະໜາຢາກ​ພັດທະນາ​
ປະ​ເທດ​ຊາດ ຂອງ​ພວກ​ເຮົາທັງ​ໝົດ​. ພວກ​ເຮົາ​ຍັງ​ໄດ້​ທົບ​ທວນຄືນ ສະຖານະການ ​ຕ່າງໆ​ໃນ​ເມື່ອ​ກ່ອນ ​ເພື່ອ​ນຳ​ມາ​ເປັນບົດຮຽນ.”

ບັນດານັກສຶກສາຫຼາຍກວ່າ 1,000 ຄົນ ພາກັນ​ເດີນ​ຂະ​ບວນໃນທົ່ວ​ປະ​ເທດ​ມຸ້ງ​ໜ້າ​ໄປ​ຍັງ
​ນະຄອນຢ່າງກຸ້ງ ​ເພື່ອ​ປະ​ທ້ວງ​ກົດໝາຍ​ວ່າ​ດ້ວຍ​ການ​ສຶກສາ ຊຶ່ງ​ຈະ​ລວມສູນການ​ຄວບ​ຄຸມ ຂອງ​ມະຫາວິທະຍາ​ໄລ​ຕ່າງໆ​ໃນ​ມຽນມາ​ເຂົ້າກັນ​ໝົດ. ຜູ້ຕາງໜ້າ​ນັກ​ສຶກສາ ທ້າວ Zeya Hlaing ກ່າວ​ວ່າ ພວກ​ປະ​ທ້ວງ​ຈະ​ສືບ​ຕໍ່ທຳ​ການ​ເດີນ​ຂະ​ບວນຂອງ​ພວກ​ເຂົາ​ເຈົ້າ.

​ເຖິງ​ແມ່ນ​ວ່າ ການ​ປະ​ທ້ວງ​ຍັງ​ດຳເນີນ​ຕໍ່​ໄປ ທ່ານ Thein Lwin ຈາກ ​ເຄືອ​ຂ່າຍການ​
ປະຕິ​ຮູບ​ການ​ສຶກສາ​ແຫ່ງ​ຊາດ ຫຼື NNER ກ່າວ​ວ່າ ການ​ຕົກລົງ​ກັນ ​ເປັນ​ໄຊຊະນະ
​ຂອງ​ປະ​ເທດ​ທັງ​ໝົດ.

XS
SM
MD
LG