ທູດພິເສດ ດ້ານສິດທິມະນຸດ ຂອງອົງການສະຫະປະຊາຊາດ ປະຈຳມຽນມາ ກ່າວວ່າ
ລັດຖະບານມຽນມາ ກຳລັງຫ້າມ ທ່ານນາງ ບໍ່ໃຫ້ໄປຢ້ຽມຢາມປະເທດ ດັ່ງກ່າວ ເພື່ອຈະ
ໄປປະເມີນຜົນ ສະຖານະການໃນປັດຈຸບັນ ຢູ່ໃນປະເທດເອເຊຍຕາເວັນອອກແຫ່ງນີ້.
ການປະກາດໃນວັນພຸດມື້ນີ້ ໂດຍ ທ່ານນາງ ຢາງຮີ ລີ ມີຂຶ້ນພ້ອມກັນກັບ ການເປີດເຜີຍ
ຂອງກອງທັບມຽນມາ ຊາກສົບຂອງ 10 ຄົນ ທີ່ໄດ້ພົບເຫັນຢູ່ໃນຂຸມຝັງສົບໝູ່ ຢູ່ທາງພາກ
ຕາເວັນຕົກສຽງເໜືອ ຂອງລັດຣາໄຄ ບ່ອນທີ່ຊາວໂຣຮິງຢາ ມຸສລິມ ຫຼາຍກວ່າ 6 ແສນ
ຄົນ ເຊິ່ງໃນຄັ້ງນຶ່ງເຄີຍເອີ້ນວ່າ ເປັນຖິ່ນຖານບ້ານເກີດ ກ່ອນພວກເຂົາເຈົ້າຈະຫລົບໜີໄປ
ບັງກລາແດັສ ປະເທດເພື່ອນບ້ານ ເພື່ອໜີຈາກການໂຈມຕີ ທີ່ໂຫດຮ້າຍທາລຸນ ຂອງ
ພວກທະຫານ.
ຂຸມຝັງສົບດັ່ງກ່າວ ໄດ້ຖືກຄົ້ນພົບ ໃນວັນຈັນຜ່ານມານີ້ ຢູ່ໃນຄຸ້ມບ້ານ ອິນ ດິນ. ກອງທັບ
ບົກ ກ່າວວ່າ ຕົນກຳລັງທຳການສືບສວນສອບສວນຢູ່.
ທ່ານນາງ ລີ ຜູ້ທີ່ເກີດຢູ່ເກົາຫຼີໃຕ້ ກ່າວວ່າ ທ່ານນາງ ມີຄວາມ “ສັບສົນ ແລະ ເສຍໃຈ”
ໃນການຕັດສິນໃຈຂອງລັດຖະບານ ເຊິ່ງໄດ້ໃຫ້ສັນຍານເຖິງ “ການບົ່ງຊີ້ຢ່າງຊັດເຈນ
ວ່າ ຈະຕ້ອງມີບາງຢ່າງ ທີ່ໂຫດຮ້າຍ ແລະບໍ່ດີ ເກີດຂຶ້ນຢູ່ໃນຣາໄຄ.”