ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມຽນມາ ເອົາມາດຕະການ ໜັກມືຂຶ້ນ ຕໍ່ຕ້ານ ຄູບາຫົວຊາດນິຍົມ


ຄູບາຫົວຊາດນິຍົມ Wirathu (ກາງ) ເດີນຂະບວນສະໜັບສະໜູນ ການອອກມາດຕະການໃໝ່ ຈຳກັດການແຕ່ງງານກັບ ສາສະໜາອື່ນໆ ຢູ່ໃນນະຄອນ Mandalay.
ຄູບາຫົວຊາດນິຍົມ Wirathu (ກາງ) ເດີນຂະບວນສະໜັບສະໜູນ ການອອກມາດຕະການໃໝ່ ຈຳກັດການແຕ່ງງານກັບ ສາສະໜາອື່ນໆ ຢູ່ໃນນະຄອນ Mandalay.

ຄູບາ​ຫົວ​ຊາດ​ນິຍົມ​ອົງ​ນຶ່ງ ​ໃນ​ມຽນມາ ຜູ້​ທີ່​ໄດ້​ເຂົ້າ​ຮ່ວມການ​ປະ​ທ້ວງ​ຕໍ່ຕ້າ​ນລັດຖະບານ
ຢູ່ທີ່ຄ້າຍ ນອກ​ວັດໃຫຍ່ Shwedagon ທີ່ມີຊື່ສຽງໃນນະຄອນຢ່າງກຸ້ງ ​ເມື່ອອາທິດ​ແລ້ວ​
ນີ້ ໄດ້ປະກາດວ່າເພິ່ນ​ແລະ​ພວກ​ປະ​ທ້ວງ​ຄົນ​ອື່ນໆ​ຈະ​ພາກັນ​ຢູ່ທີ່ນັ້ນ​ເປັນ​ເວລາ​ດົນ​ນານ.

ຄູບາ Pyinyar Wuntha ​ໄດ້​ກ່າວ​ຕໍ່​ພວກນັກ​ຂ່າວ​ໃນ​ວັນ​ສຸກ​ທີ່​ແລ້ວ ສອງມື້ຫຼັງຈາກໄດ້
ເລີ້ມມີການນັ່ງປະທ້ວງວ່າ “ຖ້າຫາກ​ພວກ​ເຮົາ​ໄດ້​ຮັບການສະໜອງຕອບຕໍ່​ຄຳຮຽກຮ້ອງ
ສາມຂໍ້ ພວກເຮົາຈະຢຸດເຊົາການບອຍຄອດຂອງພວກເຮົາ. ຖ້າ​ບໍ່​ດັງ​ນັ້ນພວກ​ເຮົາ​ຈະ​ຕໍ່
ສູ້ຕໍ່ໄປ ຈົນກວ່າລັດຖະບານລາອອກຈາກໜ້າທີ່.”

ທີ່ປຶກສາປະເທດມຽນມາ ທ່ານນາງ Aung San Suu Kyi ກ່າວລະຫວ່າງ ການເປີດພິທີ ສັດຕະວັດທີ 21st ກອງປະຊຸມ ສະຫະພັນສັນຕິພາບ Panglong ທີ່ ສູນກາງກອງປະຊຸມສາກົນ ທີ Myanmar.
ທີ່ປຶກສາປະເທດມຽນມາ ທ່ານນາງ Aung San Suu Kyi ກ່າວລະຫວ່າງ ການເປີດພິທີ ສັດຕະວັດທີ 21st ກອງປະຊຸມ ສະຫະພັນສັນຕິພາບ Panglong ທີ່ ສູນກາງກອງປະຊຸມສາກົນ ທີ Myanmar.

ຕົກ​ມາ​ເຖິງ​ຕອນ​ແລງ​ວັນ​ອາທິດ ​ເຖິງ​ຢ່າງ​ໃດ​ກໍ​ດີ ​ພວກເຂົາ​ເຈົ້າ ​ໄດ້​ພາກັນໜີໄປຈາກ
ບ່ອນປະທ້ວງຂອງເຂົາເຂົ້າ ແລະ​ພວກປະຊາຊົນໃນເຂດທ້ອງຖິ່ນ ໄດ້ພາກັນ​ມ້ຽນມັດ
ທຳຄວາມສະອາດມເພື່ອຂ້າເຊື້ອຕາມປະເພນີພື້ນເມືອງຕໍ່ເຂດ​ດັ່ງກ່າວ. ບໍ່ເທົ່າໃດ​ຊົ່ວ
ໂມງກ່ອນໜ້ານັ້ນ ຕຳຫຼວດໄດ້ທັບມ້າງຄ້າຍຂອງພວກປະທ້ວງ ທີ່ເປັນເຄືອຂ່າຍ ທີ່ນະ
ຄອນ Mandalay ໂດຍໄດ້ຈັບ​ກຸມຄູບາ​ຢ່າງ​ໜ້ອຍ​ຫົກ​ຄົນແລະ​ກ່າວ​ຫາ​ວ່າ​ເຂົາ​ເຈົ້າປະ
ກອບສ່ວນໃນ​ການ​ຍຸຍົງ. ສະຖານທີ່ແຫ່ງທີສາມ​ ທີ່ເມືອງ ​Taunggyi ​ເມືອງເອກ​ຂອງ​
ລັດສານ ກໍ​ໄດ້​ຖືກກວດ​ລ້າງຂັບໄລ່ເຊັ່ນດຽວກັນ.

ຫ້ອງການ​ທີ່​ປຶ​ກສາ​ລັດ​ຖະບານ ຂອງ​ທ່າ​ນນາງ Aung San Suu Kyi ​ໄດ້​ “ສະ​ແດງ
ຄວາມຂອບໃຈ” ຕໍ່​ບັນ​ດາ​ສະມາຊິກປະຊາ​ຄົມທີ່​ບໍ່ໄດ້​ເຂົ້າ​ຮ່ວມ​ການ​ນັ່ງປະທ້ວງ​ແລະ
ຄວາມຂອບໃຈດັ່ງກ່າວ ໄດ້ຖືກ​ເຜີຍ​ແຜ່​ໃນ​ເວລາ​ຕໍ່​ມາ​ ຢູ່​ໜ້າ​ໜັງສືພິມ Global New
Light of Myanmar ທີ່ໜູນຫຼັງໂດຍລັດຖະບານ.

ພວກປະທ້ວງຄູບາຫົວຊາດນິຍົມ ວັນທີ 3 ສິງຫາ 2017 ໃນນະຄອນ Yangon, Myanmar.
ພວກປະທ້ວງຄູບາຫົວຊາດນິຍົມ ວັນທີ 3 ສິງຫາ 2017 ໃນນະຄອນ Yangon, Myanmar.

ພັກ​ສັນນິບາດແຫ່ງ​ຊາດ​ເພື່ອ​ປະຊາທິປະໄຕ ຫລື NLD ຂອງ ທ່ານ​ນາງ Aung Saan
Suu Kyi ທີ່​ໄດ້​ເຂົ້າກຳ​ອຳນາດ​ເມື່ອ​ນຶ່ງ​ປີ​ກວ່າໆທີ່​ຜ່ານ​ມາ ອັນ​ເປັນ​ໄລຍະ​ຂ້າ​ມຜ່ານ​ໄປ​
ຈາກການ​ປົກຄອງ​ຂອງພວກທະຫານມາ​ເປັນເວລາຫລາຍ​ສິບ​ປີນັ້ນ ​ໄດ້​ທຳການ​ຕັດສິນ​
ແບບເດັດຂາດ ຕໍ່ຕ້ານຄູບາ​ຫົວຊາ​ດນິຍົມກວ່າ​ລັດຖະບານທີ່ໄດ້ຮັບການໜູນຫລັງໂດຍ
ພວກທະຫານ ໃນເມື່ອກ່ອນ ​ຈຶ່ງ​ໄດ້​ຮັບ​ຄວາມ​ຍ້ອງ​ຍໍ​ ໃນ​ເວລາ​ທີ່ລັດຖະບານ ພວມຕ້ອງ
ການຜົນສຳເລັດຢ່າງແທ້ຈິງຢູ່ນັ້ນ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG