ສື່ຂອງລັດພາກັນຖິ້ມໂທດໃສ່ພວກນັກສຶກສາ ວ່າເປັນຕົ້ນເຫດ
ຂອງຄວາມຮຸນແຮງ ທີ່ໄດ້ລະເບີດຂຶ້ນເມື່ອວັນອັງຄານວານນີ້
ເວລາຕຳຫຼວດເຂົ້າໄປຂັບໄລ່ພວກນັກສຶກສາກຸ່ມໜຶ່ງໃຫ້ສະ
ຫຼາຍຕົວ ຊຶ່ງພວກເຂົາເຈົ້າພາກັນເດີນຂະບວນ ຮຽກຮ້ອງໃຫ້
ລັດຖະບານລົບລ້າງກົດໝາຍປະຕິຮູບການສຶກສານັ້ນ.
ພວກເຈົ້າໜ້າທີ່ຕຳຫຼວດທຳການໂຈມຕີພວກນັກສຶກສາ ຢູ່
ເມືອງ Letpadan ທາງພາກກາງຂອງປະເທດ ຫຼັງຈາກພວກ
ນັກສຶກສາພະຍາຍາມທີ່ຈະບຸກຜ່ານເຄື່ອງກີດກັນຂອງຕຳຫຼວດ.
ຮູບແລະພາບວີດີໂອສະແດງໃຫ້ເຫັນ ຕຳຫຼວດແລ່ນໄລ່ພວກ
ປະທ້ວງ ທັງເຕະຖີບແລະທຸບຕີ ກ່ອນຈະຈັບພວກເຂົາເຈົ້າ
ໂຍນເຂົ້າໄປໃນລົດບັນທຸກ.
ໜັງສືພິມລາຍວັນ Golobal New Light of Myanmar ຂອງລັດຖະບານ ກ່າວຊີ້ແນະ
ໃນວັນພຸດມື້ນີ້ວ່າ ເປັນຄວາມຜິດຂອງພວກປະທ້ວງທີ່ພະຍາຍາມຈະຜ່າອອກມາຈາກວົງລ້ອມຂອງຕຳຫຼວດ ຊຶ່ງພາໃຫ້ເກີດຄວາມຮຸນແຮງຂຶ້ນ.
ມີພວກນັກສຶກສາຫຼາຍກວ່າ 120 ຄົນຖືກຈັບກຸມ ແລະຫຼາຍຄົນໄດ້ຮັບບາດເຈັບໃນການປະທະກັນ ຊຶ່ງໄດ້ກໍ່ໃຫ້ເກີດຄວາມເປັນຫ່ວງຄັ້ງໃໝ່ວ່າການປະຕິຮູບໄປສູ່ລະບອບປະຊາ
ທິປະໄຕໃນຫວ່າງໄວໆຜ່ານມາກຳລັງ ຖືກຕ່າວປີ້ນຢູ່ໃນປະເທດໃນເອເຊຍຕາເວັນອອກ
ສຽງໃຕ້ ແຫ່ງນີ້.
ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຝ່າຍຄ້ານທີ່ນຳພາໂດຍ ທ່ານນາງ ອ່ອງຊານ ຊູຈີ ໄດ້ປະນາມການກະທຳຂອງຕຳຫຼວດວ່າ ຜິດກົດໝາຍ ແລະຮຽກຮ້ອງໃຫ້ມີການສ້າງຕັ້ງຄະນະກຳມະການສອບສວນຂຶ້ນ.
ໃນການຖະແຫຼງຂ່າວປະຈຳວັນທີ່ນະຄອນຫຼວງວໍຊິງຕັນນັ້ນ ທ່ານນາງ Jen Psaki ໂຄ
ສົກກະຊວງການຕ່າງປະເທດສະຫະລັດ ໄດ້ປະນາມການໃຊ້ກຳລັງ ຕໍ່ພວກນັກສຶກສາ.
ທ່ານນາງ Psaki ກ່າວໃນວັນອັງຄານວານນີ້ວ່າ “ພວກເຮົາຂໍຮຽກຮ້ອງ ໃຫ້ລັດຖະ
ບານມຽນມາ ເຄົາລົບນັບຖືສິດທິຂອງພວກປະທ້ວງໃນການ ໂຮມຊຸມນຸມກັນຢ່າງສັນຕິ ໃນຖານະເປັນຊ່ອງທາງນຶ່ງຂອງການສະ ແດງອອກເຖິງຄວາມຄິດເຫັນຂອງເຂົາເຈົ້າ” ແລະກ່າວຕໍ່ໄປວ່າ “ເສລີພາບໃນການໂຮມຊຸມຊຸມ ເປັນສ່ວນປະກອບທີ່ສຳຄັນອັນນຶ່ງຂອງທຸກໆສັງຄົມປະຊາທິປະໄຕໃດ.”
ສະຫະພາບຢູໂຣບ ກໍໄດ້ຮຽກຮ້ອງໃຫ້ມີການສືບສວນສອບສວນຢ່າງເປັນທາງການ ແລະກ່າວຕື່ມວ່າ ຕົນມີ “ຄວາມເປັນຫ່ວງຢ່າງເລິກເຊິ່ງ” ນຳເຫດການດັ່ງກ່າວ.
ກຸ່ມປົກປ້ອງສິດທິມະນຸດ Human Rights Watch ກໍໄດ້ຮຽກຮ້ອງເຊັ່ນກັນ ໃຫ້ມຽນມາຢຸດການປາບປາມ ການປະທ້ວງຂອງພວກນັກສຶກສາ ແລະ “ໃຫ້ທຳການສືບສວນສອບສວນພວກເຈົ້າໜ້າທີ່ຕຳຫຼວດທີ່ຮັບຜິດຊອບໃນການໃຊ້ກຳລັງເກີນຂອບເຂດ ຕໍ່ພວກປະທ້ວງນັ້ນ.”