ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາ ຕັດສິນລົງໂທດ ນັກຂ່າວ 5 ຄົນ ໃຫ້ຕິດຄຸກ 10 ປີ


ແຜນທີ່ມຽນມາ
ແຜນທີ່ມຽນມາ

ມຽນມາ ​ໄດ້​ຕັດສິນ​ລົງ​ໂທດ ນັກ​ໜັງສືພິມ​ສີ່​ຄົນ ​ແລະ​ຜູ້​ພິມວາລະ
ສານຄົນນຶ່ງ​ ​ໃຫ້​ຕິດ​ຄຸກ 10 ປີ ​ໃນ​ຖານ​ລະເມີດ​ກົດໝາ​ຍວ່າດ້ວຍ
ຄວາມລັບ​ຂອງ​ປະ​ເທດ.

ຫົວໜ້າ​ບັນນາທິການ ທ່ານ Tint San ​ແລະ​ນັກ​ຂ່າວ​ສີ່​ຄົນ ຂອງ​
ວາລະສານ Unity ​ໄດ້​ຖືກ​ຈັບ​ໃນ​ເດືອນ​ມັງກອນປີ​ນີ້​ ຫລັງ​ຈາກ​
ເຂົາ​ເຈົ້າ​ໄດ້​ລາຍ​ງານ ກ່ຽວ​ກັບໂຮງງານ​ພະ​ລິດ​ເຄມີ ​ແລະ​ອາວຸດ
ທີ່ມີການສົງໄສກັນນັ້ນ ຢູ່​ພາກ​ເໜືອ​ຂອງ ​ມຽນມາ.

ທະນາຍຄວາມ​ຂອງຈຳເລີຍ ທ່ານ Kyaw Lin ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ
ພະ​ແນ​ກພາ ສາ​ມຽນ​ມາວ່າ​ ທ່ານຫວັງວ່າ ​ຄຳ​ຕັດ​ສິນ​ຈະຖືກຕ່າວ
ປິ້ນໃນ​ທີ່ສຸດ ໂດຍການ​ຂໍອຸ ທອນ.

ທ່ານ Kyaw Lin ເວົ້າວ່າ “ພວກ​ເຮົາ​ຍັງ​ສາມາດຂໍອຸທອນ​ຕໍ່​ຄຳ​ຕັດສິນນີ້ ກ່ອນ​ອຶ່ນ​ໄປ​ຫາ
​ສານ​ເຂດ ​ແລະຫລັງຈາກນັ້ນຂຶ້ນ​ໄປ​ຫາ​ສານ​ສູງ​ສຸດຂອງສະຫະພາບ. ຂ້າພະ​ເຈົ້າ ຈະ​ດຳ
ເນີນການແບບ​ນີ້ ຖ້າ​ຫາກ​ລູກ​ຄວາມມີ​ຄວາມ​ປາດ​ຖະໜາ ​ແຕ່ ຂ້າພະ​ເຈົ້າບໍ່​ມີ​ຄວາມ​ຫວັງ​
ໃນ​ບາດ​ກ້າວ​ທຳອິດ ​ແລະ​ມີ​ຄວາມຫວັງໃນແງ່ດີຂຶ້ນສຳ ລັບຂັ້ນ​ທີ​ສອງ."

​ເລຂາທິການສະພາ​ນັກ​ຂ່າວ​ມຽນມາ ທ່ານ Zaw Thet Htwe ​ໄດ້​ຕິຕຽນ​ການ​ຕັດສິນ​ລົງ​
ໂທດ​ຢ່າງໜັກນີ້ ​ແລະ​ກ່າວ​ວ່າ ​ມັນຈະ​ເປັນ​ໄພ​ຕໍ່ຄວາມສໍາພັນໃນການ​ປະຕິບັດ​ງານ ລະຫວ່າງ
ສື່​ມວນ​ຊົນ​ແລະ​ລັດ​ຖະບານ. ​

XS
SM
MD
LG