ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການທີ່ລັດຖະບານທະຫານມຽນມາ ສົ່ງຜູ້ຕາງໜ້າເຂົ້າຮ່ວມກອງປະຊຸມອາຊຽນ ຢູ່ລາວ ບໍ່ໄດ້ໝາຍຄວາມວ່າ ລາວຈະມີຄວາມຄືບໜ້າໃນການແກ້ໄຂບັນຫາ ມຽນມາ


ພະນັກງານຄົນນຶ່ງແປງທຸງອາຊຽນ ຢູ່ຫໍປະຊຸມໃນນະຄອນຫຼວງ ກົວລາລຳເປີ, ມາເລເຊຍ.
ພະນັກງານຄົນນຶ່ງແປງທຸງອາຊຽນ ຢູ່ຫໍປະຊຸມໃນນະຄອນຫຼວງ ກົວລາລຳເປີ, ມາເລເຊຍ.

ການທີ່ລັດຖະບານທະຫານຂອງມຽນມາ ສົ່ງຜູ້ຕາງໜ້າທີ່ບໍ່ແມ່ນດ້ານ ການເມືອງຂອງຕົນເຂົ້າຮ່ວມ ກອງປະຊຸມລັດ ຖະມົນຕີການຕ່າງປະເທດຂອງອາ ຊຽນທີ່ຈັດຂຶ້ນຢູ່ຫຼວງພະບາງ ອາທິດແລ້ວນີ້ ບໍ່ໄດ້ເປັນສັນຍານວ່າລາວ ຫລືອາ ຊຽນມີຄວາມຄືບໜ້າ ໃນແກ້ໄຂບັນຫາຂັດແຍ້ງໃນມຽນມາແຕ່ຢ່າງໃດ. ແຕ່ມັນ ສະແດງໃຫ້ເຫັນເຖິງຄວາມອ່ອນແອ ຂອງລັດຖະ ບານນັ້ນ ຊຶ່ງອາດຈະເປັນການ ເອື້ອອໍານວຍໃຫ້ແກ່ຈີນ ສະແຫວງຫາຜົນປະໂຫຍດ ທາງຍຸດທະສາດພູມີສາດ ຂອງມຽນ ມາໄດ້ຫຼາຍຂຶ້ນຊໍ້າ. ບົວສະຫວັນຈະນໍາຄໍາເຫັນຂອງພວກນັກຊ່ຽວຊານ ກ່ຽວກັບເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໃນນາມທີ່ເປັນປະທານວຽນ ຂອງອາຊຽນສໍາລັບປີນີ້ ​ສປປ ລາວ ໄດ້ແຕ່ງຕັ້ງ ທ່ານອາລຸນແກ້ວ ກິດຕິຄຸນ ທີ່ມີປະສົບການທາງດ້ານການທູດສູງໃຫ້ເປັນທູດ ພິເສດຂອງອາຊຽນສໍາລັບມຽນມາແລະທ່ານກໍໄດ້ເລີ້ມຕົ້ນເຄື່ອນໄຫວຢ່າງໄວວາ ພາຍ ຫຼັງທີ່ລາວເລີ້ມເປັນປະທານອາຊຽນຕັ້ງແຕ່ວັນທີ 1 ມັງກອນນີ້ເປັນຕົ້ນມາ ຊຶ່ງມັນສະແດງໃຫ້ເຫັນວ່າລາວທີ່ເປັນປະເທດນ້ອຍກວ່າໝູ່ໃນກຸ່ມນີ້ ໄດ້ພະຍາ ຍາມທໍາໜ້າທີ່ໃນການປະທານຂອງຕົນ ໃຫ້ດີທີ່ສຸດ, ອີງຕາມ ດຣ. ແອນ ດຣູ ແວລສ໌-ແດັງ, ຊ່ຽວຊານກ່ຽວກັບລາວ, ຫວຽດນາມ ແລະກໍາປູເຈຍຢູ່ສະຖາບັນສັນຕິພາບຂອງສະຫະລັດ ທີ່ໂອ້ລົມກັບພວກເຮົາຜ່ານ Zoom ວ່າ:

“ລາວ​ໄດ້​ແຕ່ງ​ຕັ້ງ​ເອກ​ອັກ​ຄະ​ລັດ​ຖະ​ທູດທີ່ເປັນ​ນັກ​ການ​ທູດ​ອະ​ວຸ​ໂສ​ແລະ​ມີ​ຄວາມ​ ສາ​ມາດທີ່​ສຸດຂອງຕົນ ໃຫ້​ເຮັດ​ວຽກກ່ຽວກັບດ້ານ​ນີ້. ສິ່ງນັ້ນ, ສໍາລັບຂ້າພະເຈົ້າແລ້ວ ຄິດວ່າມັນເປັນສັນຍານໃນທາງບວກ ເມື່ອເວົ້າເຖິງຄວາມສົນໃຈ ແລະ ຄວາມມຸ້ງໝັ້ນຂອງລາວ, ເຂົາເຈົ້າຖືເອົາບົດບາດໃນການເປັນປະທານອາຊຽນຢ່າງຈິງຈັງ. ເຂົາເຈົ້າຢາກຈະປະກອບສ່ວນ, ຖ້າຫາກວ່າຕົນສາມາດແກ້ໄຂວິກິດການນີ້ ຢູ່ທີ່ນັ້ນໄດ້. ທາງການລາວ ກໍຄືພວກເຮົາທຸກຄົນ ຮູ້ດີວ່າ ວິກິດການໃນ ມຽນມາເປັນບັນຫາຮ້າຍແຮງທີ່ສຸດທີ່ອາຊຽນກໍາລັງປະເຊີນໜ້າຢູ່. ຂ້າພະເຈົ້າຄິດວ່າລາວ, ເອກອັກຄະລັດຖະທູດອາລຸນແກ້ວ ສົມຄວນໄດ້ຮັບໂອກາດແບບນີ້ ແລະທ່ານກໍໄດ້ຮັບ​ການ​ສະໜັບສະໜູນ​ຈາກ​ທຸກ​ປະເທດຢູ່​ພາຍໃນ ແລະນອກ​ ອາ​ຊຽນ​ ແຕ່ການທີ່ວ່າທ່ານ​ຈະໂຊກດີ​ ​ຫຼືໄດ້​ຜົນ​ທີ່​ດີ​ກວ່າ​ປະເທດ​ທີ່ເປັນ​ປະທານ​ອາ​ຊຽນ​ໃນ​ເມື່ອ​ກ່ອນເຊັ່ນອິນ​ໂດ​ເນ​ເຊຍ ​ແລະ​ກຳປູ​ເຈຍນັ້ນຫຼາຍປານໃດ ແມ່ນ ຍັງ​ເວົ້າ​ໄດ້​ຍາກ.”

ນັບແຕ່ລັດຖະບານທະຫານມຽນມາ ເຮັດລັດຖະປະຫານໂຄ່ນລົ້ມລັດຖະບານທີ່ ຖືກເລືອກຕັ້ງໃນຕົ້ນປີ 2021 ມາ, ອາ​ຊຽນ​ບໍ່​ຍອມ​ຮັບຮູ້ອຳນາດ​ການ​ປົກຄອງ ທະຫານມຽນມາ​ແລະໃນເດືອນເມສາຂອງປີດຽວກັນນັ້ນ ອາຊຽນກໍໄດ້ເລີ້ມຫ້າມ ບໍ່ໃຫ້ລັດຖະບານດັ່ງກ່າວ ສົ່ງຜູ້ຕາງໜ້າທາງດ້ານການເມືອງຂອງຕົນເຂົ້າຮ່ວມ ກອງປະຊຸມລະດັບສູງຂອງອາຊຽນ. ໂດຍເປັນການຕອບໂຕ້ຄືນລັດຖະບານດັ່ງ ກ່າວ ກໍບໍ່ຍອມສົ່ງໃຜເລີຍ ເປັນຜູ້ຕາງໜ້າຂອງຕົນເຂົ້າຮ່ວມ ໃນກອງປະຊຸມ ລະ ດັບສູງ ຂອງອາຊຽນ ເຖິງແມ່ນຈະໄດ້ຮັບການເຊື້ອເຊີນກໍຕາມ ແຕ່ວ່າໃນປີ 2024 ນີ້ ເຂົາເຈົ້າໄດ້ສົ່ງຜູ້ຕາງໜ້າ ທີ່ບໍ່ແແມ່ນທາງການເມືອງຂອງຕົນ ເຂົ້າ ຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ທີ່ຈັດຂຶ້ນອາທິດແລ້ວນີ້ ຢູ່ຫຼວງພະບາງ. ຕໍ່ການປ່ຽນແປງເຊັ່ນນີ້ ທ່ານສະເຫລີມໄຊ ກົມມະສິດ, ລັດຖະ ມົນຕີການຕ່າງປະເທດແລະຮອງນາຍົກລັດຖະມົນຕີຂອງລາວ ໃນນາມປະທານ ຂອງກອງປະຊຸມໃຫ້ທັດສະນະວ່າ “ມັນ​ເປັນ​ສັນຍານ​ທີ່​ດີ​ທີ່​ພວກ​ຜູ້ນຳ​ທະຫານ​ທີ່​ຍຶດຄອງ​ມຽນມາ​ໃນ​ເດືອນ​ກຸມພາ​ປີ 2021 ຈາກ​ລັດຖະບານທີ່ຖືກ​ເລືອກ​ຕັ້ງ​ແບບ​ປະຊາທິປະ​ໄຕ​ຂອງ​ທ່ານ​ນາງອອງຊານ ຊູ​ຈີ ​ເປັນ​ເທື່ອ​ທຳ​ອິດ​ທີ່​ໄດ້​ສົ່ງ​ຜູ້ຕາງໜ້າ​ລະດັບ​ສູງ​ໄປ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນຢູ່ເມືອງ​ປະ​ຫວັດ​ສາດຫຼວງ​ພະ​ບາງຂອງລາວ,” ອີງຕາມລາຍງານຂອງອົງການຂ່າວເອພີ.

ແຕ່ຢ່າງໃດກໍຕາມ, ທ່ານເຈສັນ ທາວເວີ (Jason Tower), ຫົວໜ້າຫ້ອງການ ມຽນມາ ຢູ່ສະຖາບັນສັນຕິພາບຂອງສະຫະລັດ ປະຈໍາຢູ່ບາງກອກ ເວົ້າວ່າການທີ່ທ່ານອາລຸນແກ້ວ ບໍ່ໄດ້ພົບພຽງແຕ່ລັດຖະບານທະຫານເທົ່ານັ້ນ ແຕ່ຍັງໄດ້ພົບ ກັບຝ່າຍຕໍ່ຕ້ານລັດລັັດຖະບານເຊັ່ນລັັດຖະບານສາມັກຄີຊາດ ຫລື NUG ແລະ ກຸ່ມການຈັດຕັ້ງປະກອບອາວຸດຂອງຊົນເຜົ່າຕ່າງໆ ຂອງມຽນມາແຕ່ຫົວທີ ເຊັ່ນນີ້ ແມ່ນເປັນສິ່ງທີ່ດີ. ພ້ອມກັນນັ້ນການທີ່ລາວກໍໄດ້ຮັບການຊ່ວຍເຫລືອຈາກສະມາ ຊິກໃນກຸ່ມອາຊຽນ ໂດຍສະເພາະແມ່ນອິນໂດເນເຊຍ ທີ່ເປັນປະທານອາຊຽນ ປີ 2023 ແລະ ມາເລເຊຍ ທີ່ຈະເປັນປະະທານວຽນອາຊຽນໃນປີໜ້າ ກໍເປັນຂໍ້ສະ ດວກສໍາລັບລາວເຊັ່ນກັນ ແຕ່ວ່າ ການທີ່ຈະເຮັດໃຫ້ບັນຫານີ້ຄືບໜ້າຂຶ້ນໄດ້ ມັນ ກໍຍັງເປັນ ການຍາກຢູ່, ຊຶ່ງທ່ານກ່າວວ່າ:

“ຂະນະ​ນີ້, ​ຂ້າພະ​ເຈົ້າ​ຄິດ​ວ່າ ໃນ​ຂະນະ​ທີ່​ປະ​ເທດ​ລາວ​ມີ​ໂອກາດ ​ແລະກໍມີຄົນ ສະເໜີໃຫ້ການຊ່ວຍເຫລືອດ້ານຊັບພະຍາກອນຕ່າງໆ ຢ່າງຫຼວງຫລາຍ ໃນຫັ້ນ ແຕ່ລາວ ກໍ​ກໍາລັງ​ປະ​ເຊີນ​ໜ້າກັບ​ບັນຫາ​ທ້າ​ທາຍ​ທີ່​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​ໃນ​ມຽນມາ.”

ທ່ານໃຫ້ຄໍາເຫັນຕໍ່ໄປໂດຍຜ່ານທາງອີເມລຫາພວກເຮົາວ່າ:

“ການ​ທີ່​ລັດຖະບານທະຫານ​ມຽນມາ​ຕົກລົງສົ່ງ​ຕົວ​ແທນ​ທີ່​ບໍ່​ແມ່ນດ້ານ​ການ​ເມືອງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນນັ້ນ​ ມັນ​ສະທ້ອນໃຫ້ ເຫັນ​ເຖິງ​ຄວາມ​ອ່ອນ​ແອ​ຂອງ​ຝ່າຍທະຫານຫຼາຍ​ກວ່າ​ສັນຍານບົ່ງບອກຄວາມ​ຄືບ​ໜ້າ. ໂດຍທີ່ລັດຖະບານທະະຫານປະສົບ​ກັບ​ຄວາມ​ລົ້ມ​ແຫຼວ​ຊ້ຳ​ແລ້ວ​ຊ້ຳ​ແລ້ວ​ຊ້ຳ​ອີກ ໃນ​ສະ​ໜາມ​ລົບ ແລະໂດຍທີ່ມີຈີນ​ໄດ້​ເຂົ້າມາມີສ່ວນຮ່ວມ​ຫຼາຍ​ຂຶ້ນ​ໃນ​ການ​ພະຍາຍາມ​ທີ່​ຈະ​ສົ່ງ​ອິດ​ທິພົນ​ຕໍ່​ແນວໂນ້ມຂອງຄວາມ​ຂັດ​ແຍ້ງ​ໃຫ້ເປັນໄປໃນ​ທິດ​ທາງ​ທີ່​ເອື້ອອໍານວຍ​ຜົນ​ປະ​ໂຫຍ​ດດ້ານ​ຍຸດ​ທະ​ສາດພູມ​ສາດ​ຂອງ​ປະ​ເທດດັ່ງກ່າວ ໃຫ້ແກ່ຕົນເອງ, ມັນເຮັດໃຫ້ບົດບາດ​ຂອງ​ອາ​ຊຽນ​ໃນ​ການ​ຕອບ​ໂຕ້ຕໍ່ວິກິດການນີ້ ຍິ່ງມີຄວາມບໍ່ຈະແຈ້ງຫຼາຍຂຶ້ນ ແລະອາດຈະຖືກຈໍາກັດຫຼາຍກວ່າຊໍ້າ ໃນການແກ້ໄຂຜົນກະທົບຂອງມັນຕໍ່ພາກພື້ນ ແລະຕໍ່ໂລກ. ເລື້ອງນີ້ລວມມີການແກ້ໄຂອິດທິພົນຢ່າງຕໍ່ເນື່ອງຂອງນັກກໍ່ອາດຊະຍາກໍາຂ້າມຊາດທີ່ພົວພັນກັບການຄ້າມະນຸດ, ການຫລອກລວງ ແລະການສໍ້ໂກງທາງອອນລາຍ ໂດຍສະເພາະແມ່ນຕາມຊາຍແດນຂອງມຽນມາກັບໄທ ແລະລາວ.”

ຂະນະດຽວກັນທ່ານແວລສ໌-ແດງກໍໃຫ້ຂໍ້ສະຫລຸບວ່າ ໃນຕະຫລອດສາມປີຜ່ານ ມານີ້ກຸ່ມອາຊຽນໄດ້ພະຍາຍາມທີ່ສຸດ ແຕ່ກໍບໍ່ປະສົບຜົນສໍາເລັດໄດ້ໃນການແກ້ ໄຂວິກິດການໃນມຽນມາ ທັງນີ້ກໍເພາະວ່າ “ເປັນຍ້ອນບັນຫາຂອງມຽນມາສັບ ສົນຫຼາຍ ແລະທັງເປັນຍ້ອນໂຄງສ້າງແລະວີທີການດໍາເນີນງານຂອງອາຊຽນເອງ ອີກດ້ວຍ.” ສະນັ້ນລາວ ໃນນາມປະ ທານຂອງອາຊຽນປີນີ້ ກໍຄົງຍັງບໍ່ສາມາດ ສ້າງຄືບໜ້າໃນການແກ້ໄຂບັນຫານີ້ໄດ້ພໍເທົ່າໃດ ເພາະການທີ່ຈະ​ເອົາ​ຝ່າຍທະ ຫານ​ ແລະ​ກຸ່ມ​ຝ່າຍ​ຄ້ານ​ເຂົ້າມາຫາ​ກັນ​ແມ່ນຍາກ​ເກີນ​ກວ່າຄວາມສາມາດຂອງ ​ອາ​ຊຽນຈະ​ເຮັດ​ໄດ້​.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG