ມຽນມາ ຈະບໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຂອງສະມາຄົມບັນດາປະຊາຊາດໃນເຂດເອເຊຍຕາເວັນອອກສຽງໃຕ້ ຫຼືອາຊຽນ ຊຶ່ງຈະຈັດຂຶ້ນທີ່ກຳປູເຈຍ ໃນອາທິດນີ້ ໂດຍປະຕິເສດການເຊື້ອເຊີນ ໃຫ້ສົ່ງຜູ້ຕາງໜ້າທີ່ບໍ່ສັງກັດກຸ່ມການເມືອງ ແທນທີ່ຈະແມ່ນ ຫົວໜ້ານັກການທູດຂອງຕົນ ນັ້ນຄືການປະກາດຂອງລັດຖະບານມຽນມາໃນວັນຈັນວານນີ້ ອີງຕາມລາຍງານ ຂອງອົງການຂ່າວເອພີ.
ກຳປູເຈຍ ຊຶ່ງເປັນປະທານວຽນຂອງກຸ່ມອາຊຽນໃນເວລານີ້ ກ່າວໃນຕົ້ນເດືອນນີ້ວ່າ ບັນດາສະມາຊິກຂອງກຸ່ມດັ່ງກ່າວ ບໍ່ສາມາດບັນລຸການເຫັນພ້ອມນຳກັນ ທີ່ຈະເຊື້ອເຊີນທ່ານວັນນາ ມອງ ລວິນ (Wunna Maung Lwin) ລັດຖະມົນຕີການຕ່າງປະເທດມຽນມາ ໄປຮ່ວມກອງປະຊຸມໃນວັນພະຫັດແລະວັນສຸກຈະມາ ນີ້ ທີ່ນະຄອນຫຼວງພະນົມເປັນ ຂອງກຳປເຈຍ.
ທ່ານວັນນາ ມອງ ລວິນ ໄດ້ຖືກແຕ່ງຕັ້ງໃຫ້ເປັນລັດຖະມົນຕີການຕ່າງປະເທດ ຫຼັງຈາກພວກທະຫານເຂົ້າຢຶດອຳນາດ ຢູ່ໃນປະເທດມຽນມາປີກາຍນີ້ ໂດຍໄດ້ໂຄ່ນລົ້ມລັດຖະບານ ທີ່ມາຈາກການເລືອກຕັ້ງ ຂອງທ່ານນາງອອງຊານ ຊູຈີ.
ການຕັດສິນໃຈທີ່ຈະຈຳກັດການເຂົ້າຮ່ວມປະຊຸມຂອງມຽນມາ ແມ່ນໄດ້ສະທ້ອນໃຫ້ເຫັນການບໍ່ລົງລອຍກັນກ່ຽວກັບການບໍ່ຍອມໃຫ້ຄວາມຮ່ວມມືຂອງມຽນມາໃນການຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ໄດ້ຕົກລົງກັນໂດຍ 10 ປະເທດສະມາຊິກຂອງອາຊຽນໃນປີກາຍນີ້ ເພື່ອຊ່ວຍຫລຸດຜ່ອນວິກິດການ ຄວາມຮຸນແຮງທາງດ້ານການເມືອງ ຫລັງຈາກພວກທະຫານເຂົ້າຢຶດອຳນາດ.
ຜູ້ນຳລັດຖະບານທະຫານມຽນມາ ນາຍພົນ ມິນ ອອງ ແລັງ ບໍ່ໄດ້ຖືກເຊີນໃຫ້ເຂົ້າຮ່ວມກອງປະຊຸມທາງອອນລາຍນ໌ຂອງພວກຜູ້ນຳອາຊຽນ ໃນເດືອນຕຸລາປີກາຍນີ້ຍ້ອນບໍ່ສາມາດຕົກລົງກັນໄດ້. ການຕ້ອງຕິໄດ້ມີຂຶ້ນບໍ່ດົນຫຼັງຈາກມຽນມາບໍ່ຍອມອະນຸຍາດໃຫ້ທູດພິເສດຂອງອາຊ່ຽນ ພົບປະກັບທ່ານນາງອອງຊານ ຊູຈີ ທີ່ໄດ້ຖືກຄຸມຂັງນັບແຕ່ພວກທະຫານໄດ້ເຂົ້າຢຶດອຳນາດ.
ກະຊວງການຕ່າງປະເທດມຽນມາ ກ່າວຢູ່ໃນຖະແຫຼງການເມື່ອແລງວັນຈັນວານນີ້ວ່າ “ທັງໆທີ່ໄດ້ມີການດຳເນີນຄວາມພະຍາຍາມ ໂດຍປະທານຂອງອາຊຽນແລະມຽນມາສ ເພື່ອຊຸກຍູ້ໃຫ້ມີການຮ່ວມມືຢູ່ໃນອາຊຽນ ແຕ່ມັນກໍເປັນທີ່ໜ້າເສຍໃຈ ທີ່ໄດ້ກັບຄືນໄປສູ່ການຕັດສິນໃຈໃນປີກາຍນີ້ ຊຶ່ງມຽນມາ ໃນທາງຫລັກການແລ້ວແມ່ນບໍ່ສາມາດຮັບເອົາໄດ້. ກ່ຽວກັບເລື້ອງນີ້ ມຽນມາຈຶ່ງບໍ່ສາມາດເຂົ້າຮ່ວມຫຼືແມ່ນກະທັງແຕ່ງຕັ້ງຜູ້ຕາງໜ້າທີ່ບໍ່ສັງກັດກຸ່ມການເມືອງ… ຈຶ່ງຫຼີກລ່ຽງບໍ່ໄດ້ໃນເມື່ອມັນຂັດກັບຫຼັກການ ແລະການປະຕິບັດແບບມີການຕາງໜ້າທີ່ເທົ່າທຽມກັນຢູ່ໃນອາຊຽນ.”