ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບມຽນມາ ກ່າວວ່າ ການໂຈມຕີດ້ວຍເຮືອບິນບໍ່​ມີ​ຄົນ​ຂັບ ຂອງກຸ່ມຊົນເຜົ່າ ໄດ້ທຳລາຍລົດບັນທຸກ 120 ຄັນ


ແຜນທີ່ປະເທດມຽນມາ ທີ່ສະແດງໃຫ້ເຫັນຫົວເມືອງຕ່າງໆ ເຊັ່ນ ເນປີດໍ, ມານດາເລ ແລະຢາງກຸ້ງ
ແຜນທີ່ປະເທດມຽນມາ ທີ່ສະແດງໃຫ້ເຫັນຫົວເມືອງຕ່າງໆ ເຊັ່ນ ເນປີດໍ, ມານດາເລ ແລະຢາງກຸ້ງ

ລັດຖະບານທີ່ຄວບຄຸມໂດຍກອງທັບມຽນມາ ກ່າວວ່າ ເກືອບເຄິ່ງນຶ່ງຂອງລົດບັນທຸກຫຼາຍກວ່າ 250 ຄັນໄດ້ຕິດຄ້າງຍ້ອນການສູ້ລົບຕໍ່ຕ້ານພວກຊົນເຜົ່າກຸ່ມນ້ອຍຕິດອາວຸດຕ່າງໆ ຢູ່ໃກ້ເຂດຊາຍແດນທາງພາກຕາເວັນອອກສຽງເໜືອ ທີ່ຕິດກັບຈີນ ໄດ້ຖືກທຳລາຍ ດ້ວຍໄຟໄໝ້ທີ່ເກີດມາຈາກລະເບີດຫຼາຍລູກຖິ້ມລົງໃສ່ໂດຍເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ອີງຕາມລາຍງານຂອງອົງການຂ່າວເອພີ.

ລັດຖະບານທະຫານ ຖິ້ມໂທດໃສ່ການໂຈມຕີ ຂອງກຸ່ມພັນທະມິດພະຣາດອນພາບສາມກຸ່ມ ທີ່ໄດ້ເລີ້ມບຸກໂຈມຕີແບບປະສານງານກັນ ຢູ່ໃນລັດສານ ທາງພາກເໜືອຂອງມຽນມາ ເມື່ອວັນທີ 27 ຕຸລາ.

ກຸ່ມພັນທະມິດດັ່ງກ່າວ ໄດ້ປະຕິເສດຕໍ່ການດຳເນີນການໂຈມຕີໃດໆ. ກຸ່ມພັນທະມິດ ໄດ້ກ່າວອ້າງເຖິງໄຊຊະນະຕ່າງໆຢ່າງແຜ່ຫຼາຍ ແລະການສູ້ລົບໄດ້​ປິດດ່ານຂ້າມຊາຍແດນ ເພື່ອ​ຄ້າ​ຂາຍກັບຈີນ ທີ່ຖືກຕ້ອງຕາມກົດໝາຍໝົດທຸກແຫ່ງ.

ກຸ່ມດັ່ງ​ກ່​າວນັ້ນ ຍັງໄດ້ກົດດັນຕໍ່ລັດຖະບານທະຫານ ໃນການຕໍ່ສູ້ຕ້ານກອງກຳ ລັງຕິດອາວຸດເພື່ອປະຊາທິປະໄຕ ທີ່ກຳລັງທ້າທາຍການປົກຄອງຂອງຕົນ ຢູ່ໃນເຂດອື່ນໆຂອງປະເທດ ບ່ອນທີ່ການໂຈມຕີໃໝ່ຫຼາຍຄັ້ງ ໄດ້ຖືກດຳເນີນການພາຍຫຼັງການບຸກໂຈມຕີ ເມື່ອວັນທີ 27 ຕຸລາ​ຜ່​ານ​ມາ.

ອ່ານຂ່າວນີ້ໃນພາສາອັງກິດ

XS
SM
MD
LG