ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງອອງ ຊານ ຊູ ຈີ ຖືກຕັດສິນໃຫ້ຕິດຄຸກ​3 ປີ ໃນຂໍ້ຫາສໍ້ໂກງການເລືອກຕັ້ງ


ແຟ້ມ-ໃນພາບທີ່ຖືກຖ່າຍເມື່ອວັນທີ 15 ກຸມພາ 2021 ນີ້, ຜູ້ປະທ້ວງຄົນນຶ່ງຍົກແຜ່ນປ້າຍທີ່ສະແດງໃຫ້ເຫັນຮູບຂອງທ່ານນາງອອງ ຊານ ຊູ ຈີ ໃນລະຫວ່າງການປະທ້ວງຕໍ່ຕ້ານລັດຖະບານທະຫານ ທີ່ກໍ່ລັດຖະປະຫານ ຢູ່ຕໍ່ໜ້າທະນາຄານກາງຂອງມຽນມາ ໃນນະຄອນຢ່າງກຸ້ງ.
ແຟ້ມ-ໃນພາບທີ່ຖືກຖ່າຍເມື່ອວັນທີ 15 ກຸມພາ 2021 ນີ້, ຜູ້ປະທ້ວງຄົນນຶ່ງຍົກແຜ່ນປ້າຍທີ່ສະແດງໃຫ້ເຫັນຮູບຂອງທ່ານນາງອອງ ຊານ ຊູ ຈີ ໃນລະຫວ່າງການປະທ້ວງຕໍ່ຕ້ານລັດຖະບານທະຫານ ທີ່ກໍ່ລັດຖະປະຫານ ຢູ່ຕໍ່ໜ້າທະນາຄານກາງຂອງມຽນມາ ໃນນະຄອນຢ່າງກຸ້ງ.

ສານແຫ່ງ​ນຶ່ງ​ຂອງ​ພວກຜະເດັດການທະຫານມຽນມ້າ ໄດ້ຕັດສິນຜູ້ນໍາທີ່ຖືກໂຄ່ນ​ລົ້ມອອກຈາກອໍານາດ ທ່ານນາງອອງ ຊານ ຊູ ຈີ ໃຫ້ຖືກຄຸກ ເປັນເວລາສາມປີ ຍ້ອນສໍ້ໂກງ​ຄະ​ແນນ​ໃນການເລືອກຕັ້ງໃນປີ 2020 ທີ່ໄດ້ເຮັດໃຫ້ພັກການ ເມືອງຂອງທ່ານນາງ ໄດ້ຮັບໄຊຊະນະຢ່າງ​ຖ້ວມ​ລົ້ນ, ອີງຕາມລາຍງານຂອງອົງ ການຂ່າວ AFP.

ທ່ານນາງ ຊູ ຈີ ໄດ້ຖືກ “ຕັດສິນລົງໂທດໃຫ້ຂັງຖືກຄຸກເປັນເວລາສາມປີ ດ້ວຍການອອກແຮງງານໜັກ,” ອີງຕາມຄຳ​ເວົ້າຈາກແຫຼ່ງຂ່າວ, ພ້ອມທັງກ່າວ​ຕື່ມວ່າ ຜູ້ທີ່ໄດ້ຮັບລາງວັນໂນ​ແບລທີ່ມີກຽດ ອາຍຸ 77 ປີຄົນນີ້ ເບິ່ງຄືວ່າຍັງມີສຸຂະພາບທີ່ແຂງແຮງດີຢູ່.

ທ່ານນາງ ຊູ ຈີ ໄດ້ຖືກຄຸມ​ຂັງ ນັບຕັ້ງແຕ່ມີການກໍ່ລັດຖະປະຫານ ໃນປີກາຍນີ້, ແລະທ່ານນາງໄດ້ຖືກຕັດສິນໃນຂໍ້ຫາວ່າທຳການສໍ້ລາດບັງຫຼວງ ແລະຖືກ​ຄຸມ​ຂັງໃນຂໍ້ຫາອື່ນໆ ໂດຍສານຂອງລັດຖະບານຜະເດັດການ, ເຊິ່ງທ່ານນາງໄດ້ຖືກຕັດສິນໃຫ້ຂັງຄຸກເປັນເວລາ 17 ປີ.

ລັດຖະບານທະຫານກ່າວຫາວ່າ ມີການສໍ້ໂກງໃນການລົງຄະແນນສຽງເລືອກຕັ້ງ​ຢ່າງ​ແຜ່ກວ້າງໃນທົ່ວປະເທດ ລະຫວ່າງການເລືອກຕັ້ງເມື່ອເດືອນພະຈິກຂອງປີ 2020, ເຊິ່ງເຮັດໃຫ້ພັກສັນ​ນິບາດ​ແຫ່ງ​ຊາດ​ເພື່ອປະຊາທິປະໄຕ ຫຼື NLD ຂອງທ່ານນາງ ຊູຈີ ໄດ້ຮັບໄຊຊະນະ​ຢ່າງຖ້ວມລົ້ນ, ເຖິງແມ່ນວ່າ ບັນດານັກສັງເກດການນາໆ​ຊາດໄດ້ກ່າວວ່າ ເປັນການເລືອກຕັ້ງ ຊຶ່ງ​ສ່ວນ​ໃຫຍ່ແລ້ວ ດຳ​ເນີນ​ໄປ​ຢ່າ​ງ​ເສ​ລີ ແລະມີຄວາມຍຸຕິທໍາກໍຕາມ.

ລັດຖະບານທະຫານໄດ້ປະ​ກາດ​ໃຫ້ຜົນການເລືອກຕັ້ງ​ເປັນ​ໂມ​ຄະ ແລະກ່າວວ່າ ພວກເຂົາໄດ້​ພົບ​ເຫັນ ການສໍ້​ໂກງ​ຄະ​ແນນ​ສຽງ​ ໃນການປ່ອນ​ບັດເລືອກຕັ້ງຫຼາຍກວ່າ 11 ລ້ານກໍລະນີ.

ໃນການກ່າວຄໍາປະໄສອອກອາກາດໃນເດືອນສິງຫາທີ່ຜ່ານມາ, ທ່ານມິນ ອອງ ​ລາຍ ບໍ່ໄດ້ເວົ້າກ່ຽວກັບມື້ທີ່ຈະມີການເລືອກຕັ້ງຄືນໃໝ່, ແຕ່ທ່ານກ່າວວ່າ ພວກເຂົາຈະໄດ້ຈັດການເລືອກຕັ້ງໃໝ່ອີກຄັ້ງ​ນຶ່ງ ເມື່ອໃດທີ່ປະເທດຫາກມີ “ສະຖຽນລະພາບ ແລະຄວາມສະຫງົບ​ແລ້ວ.”

ມີປະຊາຊົນຖືກສັງຫານຫຼາຍກວ່າ 2,200 ຄົນ, ແລະຖືກຈັບຫຼາຍກວ່າ 15,000 ຄົນ ໃນການປາບປາມພວກ​ຄັດ​ຄ້ານລັດຖະບານທະຫານ ນັບຕັ້ງແຕ່ໄດ້ຢຶດອໍານາດ, ອີງຕາມລາຍງານຂອງກຸ່ມສັງເກດການທ້ອງຖິ່ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG