ພວກທະຫານທີ່ປົກຄອງມຽນມາຢູ່ໃນເວລານີ້ ໄດ້ຕັ້ງຂໍ້ຫາໃໝ່ທາງອາຍາຕໍ່ທ່ານນາງອອງຊານ ຊູຈີ ອະດີດຜູ້ນຳລັດຖະບານພົນລະເຮືອນທີ່ແທ້ຈິງຂອງປະເທດ.
ການປະກາດທີ່ພິມເຜີຍແຜ່ໂດຍໜັງສືພິມຂອງທາງການ Global New Light of Myanmar ສະບັບທີ່ອອກ ໃນວັນອັງຄານວານນີ້ ແຈ້ງວ່າ ທ່ານນາງອອງຊານ ຊູຈີ ອາຍຸ 76 ປີ ແລະເຈົ້າໜ້າທີ່ອື່ນໆ ອີກ 15 ຄົນ ໄດ້ຖືກກ່າວຫາວ່າ ກ່ຽວກັບຄວາມຜິດຕ່າງໆ ທີ່ພົວພັນກັບການເລືອກຕັ້ງທົ່ວໄປ ໃນເດືອນພະຈິກປີກາຍ ຊຶ່ງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງທ່ານນາງອອງຊານຊູຈີ ເປັນຜູ້ໄດ້ຮັບໄຊຊະນະ ດ້ວຍຄະແນນສຽງອັນຖ້ວມລົ້ນ ຕໍ່ພັກ ສະຫະພັນສາມັກຄີແລະການພັດທະນາ ທີ່ໄດ້ຮັບການໜຸນຫຼັງຈາກພວກທະຫານ.
ພວກທະຫານໄດ້ກ່າວອ້າງວ່າ ມີການສໍ້ໂກງຄະແນນຢ່າງກວ້າງຂວາງເກີດຂຶ້ນທີ່ເປັນເຫດຜົນພາໃຫ້ມີການໂຄ່ນລົ້ມລັດຖະບານພົນລະເຮືອນໃນວັນທີ 1 ກຸມພາ. ຄະນະກຳມາທິການເລືອກຕັ້ງຂອງພົນລະເຮືອນໄດ້ປະຕິເສດຕໍ່ການກ່າວຫາໂດຍພວກທະຫານທີ່ວ່າມີການສໍ້ໂກງຄະແນນ ຊຶ່ງເປັນການຢືນຢັນ ທີ່ໄດ້ຮັບການສະໜັບສະໜຸນຈາກກຸ່ມສັງເກດການອິດສະຫຼະເຊັ່ນຕາໜ່າງເພື່ອການເລືອກເສລີໃນເອເຊຍ. ພວກທະຫານຫຼັງຈາກນັ້ນ ກໍໄດ້ປະກາດໃຫ້ຜົນການເລືອກຕັ້ງປີ 2020 ເປັນໂມຄະ ແລະໄດ້ຂົ່ມຂູ່ທີ່ຈະຍຸບພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ.
ທ່ານນາງອອງຊານ ຊູຈີ ຊຶ່ງເປັນຜູ້ນຳຂອງລັດຖະບານທີ່ຖືກໂຄ່ນລົ້ມ ໃນຖານະທີ່ປຶກສາຂອງລັດ ປະທານາທິບໍດີ ວິນມິນ ແລະເຈົ້າໜ້າທີ່ຂັ້ນສູງຄົນອື່ນໆ ໄດ້ຖືກຈັບເຂົ້າຄຸກນັບແຕ່ມີການກໍ່ລັດຖະປະຫານ. ທ່ານນາງຖືກດຳເນີນຄະດີມາຫລາຍເດືອນແລ້ວໃນຂໍ້ຫາຕ່າງໆ ຮວມທັງມີເຄື່ອງລົມວິທະຍຸ ວອກກີ-ທອກກີ ທີ່ບໍ່ມີໃບອະນຸຍາດ ຢູ່ໃນຄວາມຄອບຄອງ, ລະເມີດກົດໝາຍຄຸ້ມຄອງໄພທຳມະຊາດທີ່ໄດ້ລະເມີດຂໍ້ຈຳກັດຮັດແຄບກ່ຽວກັບໂຄວິດ-19 ໃນລະຫວ່າງການໂຄສະນາຫາສຽງ, ລະເມີດກົດໝາຍຄວາມລັບຂອງປະເທດ, ຍຸແຍ່ໃຫ້ເກີດຄວາມວຸ້ນວາຍ, ໃຊ້ດິນແບບບໍ່ຖືກຕ້ອງເພື່ອມູນນິທິການກຸສົນ ແລະຮັບເງິນສົດທີ່ຜົດໝາຍ 600 ພັນໂດລາ ແລະຄຳອີກ 11 ກິໂລ.
ແຫຼ່ງຂ່າວໄດ້ແຈ້ງໃຫ້ອົງການຂ່າວຕ່າງໆຊາບວ່າ ການຕັດສິນກ່ຽວກັບຂໍ້ຫາການຍຸແຍ່ ຈະມີຂຶ້ນໃນວັນທີ 30 ພະຈິກນີ້.
ການປະທະກັນຢ່າງຮຸນແຮງລະຫວ່າງພວກທະຫານ ແລະປະຊາຊົນທີ່ພາກັນໂຮມຊຸມນຸມປະທ້ວງຂະໜາດໃຫຍ່ເພື່ອຕໍ່ຕ້ານການປົກຄອງຂອງພວກທະຫານນັ້ນໄດ້ເຮັດໃຫ້ປະຊາຊົນເສຍຊີວິດແລ້ວ ຫຼາຍກວ່າ 1,252 ຄົນ, ອີງຕາມສະມາຄົມໃຫ້ການຊ່ວຍເຫຼືອແກ່ພວກນັກໂທດການເມືອງ. ການປະທະກັນຢ່າງຮຸນແຮງຍັງໄດ້ມີຂຶ້ນລະຫວ່າງພວກທະຫານ ແລະກຸ່ມກຳລັງປະກອບອາວຸດຂອງຊົນເຜົ່າຕ່າງໆ.