ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

​ລັດ​ຖະ​ບານ​ທະ​ຫານ ​ຂອງ ມຽນ​ມາ ບໍ່​ໃຫ້​ທ່ານ​ນາງ ອອງ ຊານ ຊູ ຈີ ​​ຕິດ​ຕໍ່​ສື່​ສານ​ກັບ​ລູກ​ຊາຍ


ອະ​ດີດ​ຜູ້​ນຳ​ຂອງ​ມຽນ​ມາ ທ່ານ​ນາງ ອອງ ຊານ ຊູ ຈີ ກ່າວ​ຄຳ​ປາ​ໄສ​ໃນ​ນະ​ຄອນຫຼວງ ເນ​ປີ​ດໍ, ມຽນ​ມາ, 28 ມັງ​ກອນ 2020.
ອະ​ດີດ​ຜູ້​ນຳ​ຂອງ​ມຽນ​ມາ ທ່ານ​ນາງ ອອງ ຊານ ຊູ ຈີ ກ່າວ​ຄຳ​ປາ​ໄສ​ໃນ​ນະ​ຄອນຫຼວງ ເນ​ປີ​ດໍ, ມຽນ​ມາ, 28 ມັງ​ກອນ 2020.

ລັດ​ຖະ​ບານ​ທະ​ຫານ​ຂອງ ມຽນ​ມາ ໄດ້​ຂັດ​ຂວາງ​ການ​ສື່​ສານ​ລະ​ຫວ່າງ​ຜູ້​ນຳ​ທີ່​ສະ​ໜັບ​ສະ​ໜູນ​ປະ​ຊາ​ຊ​ທິ​ປະ​ໄຕ ທ່ານ​ນາງ ອອງ ຊານ ຊູ ຈີ ແລະ ຄອບ​ຄົວ​ຂອງ​ທ່ານ​ນາງ ແລະ ທະ​ນາຍ​ຄວາມ​ຂອງ​ທ່ານ​ນາງ, ອີງ​ຕາມ​ລູກ​ຊາຍຫຼ້າ​ຂອງ​ລາວ

ທ້າວ ກິມ ອາ​ຣິ​ສ ລູກ​ຊາຍ​ຂອງ​ທ່ານ​ນາງ ຊູ ຈີ ໄດ້​ກ່າວ​ຕໍ່​ວີ​ໂອ​ທາງໂທ​ລະ​ສັບ​ວ່າ ລັດ​ຖະ​ບານ​ທະ​ຫານ ມຽນ​ມາ ບໍ່​ໄດ້​ອະ​ນຸ​ຍາດ​ໃຫ້​ລາວ​ ສື່​ສານ​ກັບ​ແມ່​ຂອງ​ລາວ “ເລີຍ,” ເຖິງ​ແມ່ນ​ຈະ​ມີ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ສຸຂະ​ພາບ​ຂອງ​ລາວ​ກໍ່​ຕາມ.

ທ່ານນ​າງ ຊູ​ ຈີ, ອາ​ຍຸ 78 ປີ, ຖືກ​ຈັບ​ໃນ​ວັນ​ທີ 1 ກຸມ​ພາ 2021, ຫຼັງ​ຈາກກອງ​ທັບ​ໄດ້​ຕ່າວ​ປີ້ນ​ຜົນ​ການ​ເລືອກ​ຕັ້ງ​ທີ່​ພັກ​ຂອງ​ທ່ານ​ນາງ​ໄດ້​ຊະ​ນະ. ການ​ກໍ່​ລັດ​ຖະ​ປະ​ຫານ​ໄດ້​ປະ​ເຊີນ​ກັບ​ການ​ປະ​ທ້ວງ​ທົ່ວ​ປະ​ເທດ ແລະ ຄວາມ​ຄຽດ​ແຄ້ນ​ໃນທົ່ວໂລກ. ທ່ານ​ນາງ​ໄດ້​ຮັບ​ໂທດ​ຂັງ​ຄຸກ 27 ປີ ກ່ຽວ​ກັບ ສິ່ງ​ທີ່​ຖືກ​ພິ​ຈາ​ລະ​ນາ​ວ່າ ​ເປັນ​ຂໍ້​ກ່າວ​ຫາ ​ສໍ້​ລາດ​ບັງຫຼວງ​ທີ່ບໍ່​ມູນ​ຄວາມ​ຈິງ.

ເມື່ອບໍ່​ດົນ​ມານີ້​ ທ່ານ​ນາງ​ຖືກ​ປະ​ຕິ​ເສດ​ການ​ປິ່ນ​ປົວ​ສຸ​ຂະ​ພາບ​ສຸກ​ເສີນ ສຳ​ລັບ​ບັນ​ຫາ​ກ່ຽວ​ກັບ​ແຂ້ວ ແລະ ຟັນ​ທີ່​ຮ້າຍ​ແຮງ ທີ່​ເຮັດ​ໃຫ້​ທ່ານ​ນາງ​ມີ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ກິນ.

ທ້າວ ອາ​ຣິ​ສ ໄດ້​ກ່າວ​ວ່າ​ລາວ​ໄດ້​ສົ່ງ​ຈົດ​ໝາຍ​ຫາ​ທ່ານ​ນາງ ແລະ ສິ່ງ​ຂອງ​ປິ່​ນ​ປົວ​ປະ​ມານ​ສອງ​ເດືອນ​ທີ່​ຜ່ານ​ມາ​ ເວ​ລາ​ລາວ​ໄດ້​ຍິນ ກ່ຽວ​ກັບ ຄວາມ​ເຈັບ​ປ່ວຍ​ຂອງ​ທ່ານ​ນາງ. ລາວ​ເວົ້າ​ວ່າ “ຂ້ອຍບໍ່​ໄດ້​ຮັບ​ການ​ຢືນ​ຢັນ​ວ່າ ​ລາວ​ໄດ້​ຮັບ​ມັນ.”

ອີງ​ຕາມ​ລູກ​ຊາຍ​ຂອງ​ລາວ, ທ່ານ​ນາງ ຊູ ຈີ ແມ່ນບໍ່​ໄດ້​ຮັບ​ອະ​ນຸ​ຍາດ ​ໃຫ້​ເຂົ້າ​ຫາ​ທີ່​ປຶກ​ສາ​ດ້ານ​ກົດ​ໝາຍ​ຂອງ​ລາວ ​ນັບ​ຕັ້ງ​ແຕ່ຢ່າງ​ໜ້ອຍ​ເດືອນ​ມັງ​ກອນ​ທີ່​ຜ່ານ​ມາ. ທ້າວ ອາ​ຣິ​ສ ໄດ້​ກ່າ​ວ​ວ່າ “ລາວ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ລົມ​ກັບ​ນັກ​ໂທດ​ຄົນ​ອື່ນໆ. ແທ້​ຈິງ​ແລ້ວ, ລາວຖືກ​ຂັງດ່ຽວ​.”

XS
SM
MD
LG