ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ຮອງປະທານາທິບໍດີມຽນມາ ຜູ້ສືບທອດອຳນາດຂອງລັດຖະບານທ່ານ ນາງ ຊູ ຈີ ອອກກະສຽນແລ້ວ


ຮອງປະທານາທິບໍດີ ທ່ານ ເຮັນຣີ ວານ (Henry Van) ທີ່ເຫັນຢູ່ໃນເອກະສານສະບັນວັນທີ 31 ມັງກອນ 2023 ໄດ້ອອກກະສຽນຈາກຕໍາແໜ່ງ ອີງຕາມການປະກາດຂອງ ໂທລະພາບຂອງລັດ MRTV ໃນວັນທີ 22 ເມສາ 2024.
ຮອງປະທານາທິບໍດີ ທ່ານ ເຮັນຣີ ວານ (Henry Van) ທີ່ເຫັນຢູ່ໃນເອກະສານສະບັນວັນທີ 31 ມັງກອນ 2023 ໄດ້ອອກກະສຽນຈາກຕໍາແໜ່ງ ອີງຕາມການປະກາດຂອງ ໂທລະພາບຂອງລັດ MRTV ໃນວັນທີ 22 ເມສາ 2024.

ສື່ມວນຊົນລັດຂອງມຽນມາກ່າວໃນວັນຈັນວານນີ້ວ່າ ຮອງປະທານາທິບໍດີມຽນມາ ທ່ານ ເຮັນຣີ ວານ ທິໂອ (Henry Van Thio), ເຊິ່ງດຳລົງຕຳແໜ່ງໃນລັດຖະບານທີ່ມາຈາກການເລືອກຕັ້ງຂອງ ທ່ານນາງ ອອງ ຊານ ຊູ ຈີ (Aung San Suu Kyi) ແລະສືບຕໍ່ດຳລົງຕຳແໜ່ງພາຍຫຼັງທີ່ທະຫານໄດ້ຂັບໄລ່ທ່ານນາງ ເພື່ອຍຶດອຳນາດໃນປີ 2021, ກຳລັງລາອອກຈາກຕຳແໜ່ງດ້ວຍເຫດຜົນດ້ານສຸຂະພາບທີ່ບໍ່ໄດ້ລະບຸລາຍລະອຽດ, ອີງຕາມອົງການຂ່າວ ເອພີ.

ໂທລະພາບຂອງລັດ MRTV ໄດ້ປະກາດໃນຄືນວັນຈັນວານນີ້ວ່າ ທ່ານ ວານ ທີໂອ (Van Thio) ອາຍຸ 65 ປີ ໄດ້ຮັບອະນຸຍາດໃຫ້ລາອອກຈາກຕຳແໜ່ງດ້ວຍເຫດຜົນດ້ານສຸຂະພາບຕາມລັດຖະທຳມະນູນ ແຕ່ບໍ່ໄດ້ໃຫ້ລາຍລະອຽດກ່ຽວກັບສຸຂະພາບຂອງທ່ານ ຫຼື ບອກວ່າ ໃຜຈະເຂົ້າມາຮັບຕໍາແໜ່ງແທນທ່ານ.

ທ່ານ ວານ ທີໂອ (Van Thio), ສະມາຊິກ​ສະພາ​ຊົນ​ເຜົ່າ ຊິນ (Chin) ຂອງ​ມຽນມາ ​ແລະ​ເປັນ​ອະດີດ​ນາຍ​ທະຫານ, ​ໄດ້​ຮັບ​ເລືອກໃຫ້ເປັນ​ຮອງ​ປະທານາທິບໍດີ​ຄົນ​ທີ 2 ​ໃນ​ປີ 2016 ​ເມື່ອ​ພັກ​ຂອງ​ ທ່ານນາງ ຊູ ຈີ (Suu Kyi) ​ເລີ່​ມດຳລົງຕໍາແໜ່ງສະໄໝ​ທຳ​ອິດ​ ພາຍຫຼັງ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ປີ 2015 ຢ່າງຖ້ວມລົ້ນ. ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງທ່ານນາງ ໄດ້ປົກຄອງມຽນມາດ້ວຍສຽງສ່ວນຫຼາຍໃນລັດຖະສະພາ ຕັ້ງແຕ່ປີ 2015 ຫາ 2021, ກ່ອນທີ່ຈະຖືກໂຄ່ນລົ້ມໂດຍທະຫານ.

ທ່ານ ວານ ທີໂອ (Van Thio) ເປັນສະມາຊິກພຽງຄົນດຽວຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງທ່ານນາງ ຊູ ຈີ (Suu Kyi) ທີ່ຍັງດຳລົງຕຳແໜ່ງເປັນສະມາຊິກສະພາປ້ອງກັນຊາດ ແລະ ຄວາມໝັ້ນຄົງແຫ່ງຊາດ ຫຼັງຈາກທະຫານໄດ້ຍຶດອຳນາດຈາກລັດຖະບານທີ່ມາຈາກການເລືອກຕັ້ງຂອງທ່ານນາງ ຊູ ຈີ (Suu Kyi) ໃນເດືອນກຸມພາ ປີ 2021.

ສະພາ​ທີ່​ຖືກ​ສ້າງ​ຕັ້ງ​ຂຶ້ນ​ພາຍ​ໃຕ້​ລັດຖະບານ​ທະຫານຊຸດກ່ອນ ​ແມ່ນໜ່ວຍງານ​ລັດຖະບານຕາມລັດຖະທຳ​ມະນູນ​ສູງ​ສຸດ ​ທີ່​ຮັບຜິດຊອບ​ວຽກ​ງານ​ຄວາມ​ໝັ້ນຄົງ ​ແລະ ການ​ປ້ອງ​ກັນ​ປະ​ເທດ ​ແລະມີປະທານາທິບໍດີເປັນຜູ້ນຳພາໃນນາມ. ຢ່າງໃດກໍຕາມ, ໃນທາງປະຕິບັດ ສະພາແມ່ນຖືກຄວບຄຸມໂດຍທະຫານ. ສະມາຊິກຂອງສະພາ ແມ່ນປະກອບດ້ວຍຜູ້ນຳທະຫານລະດັບສູງ ແລະນັກການເມືອງແບບຮ່ວມ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG