ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປະທ້ວງ ຕໍ່ຕ້ານທະຫານ ໃນມຽນມາ ຫັນໄປຫາກອງກຳລັງຕິດອາວຸດ ຂອງພວກກະບົດຊົນເຜົ່າ ເພື່ອຝຶກແອບດ້ານການທະຫານ


ພາບນີ້ຖ່າຍໃນວັນພະຫັດ ທີ 31 ຕຸລາ, 2021, ສະແດງໃຫ້ເຫັນທະຫານຂອງກອງ​ທັບເອກ​ກະ​ລາດກະຈິນ​ (KIA) ຄົນນຶ່ງນັ່ງຢູ່ຄຽງຂ້າງເພື່ອນທະຫານຢູ່ທີ່ຄ້າຍ Lawa Yang ຂອງພວກເຂົາ ຕັ້ງຢູ່ໃກ້ກັບເມືອງ ໄລຊາ ຂອງລນັດກາຈິນ ຕິດກັບຊາຍແດນຈີນແລະມຽນມາ.
ພາບນີ້ຖ່າຍໃນວັນພະຫັດ ທີ 31 ຕຸລາ, 2021, ສະແດງໃຫ້ເຫັນທະຫານຂອງກອງ​ທັບເອກ​ກະ​ລາດກະຈິນ​ (KIA) ຄົນນຶ່ງນັ່ງຢູ່ຄຽງຂ້າງເພື່ອນທະຫານຢູ່ທີ່ຄ້າຍ Lawa Yang ຂອງພວກເຂົາ ຕັ້ງຢູ່ໃກ້ກັບເມືອງ ໄລຊາ ຂອງລນັດກາຈິນ ຕິດກັບຊາຍແດນຈີນແລະມຽນມາ.

ໃນຂະນະທີ່ຈຳນວນການເສຍຊີວິດ ຈາກການປາບປາມຂອງທະຫານຕໍ່ພວກປະທ້ວງຢ່າງສັນຕິ ຢູ່ໃນມຽນມານັ້ນ ແມ່ນສູງຂຶ້ນເລື້ອຍໆ ປະເທດບາງສ່ວນຢູ່ໃນເຂດເອເຊຍຕາເວັນອອກສຽງໃຕ້ ແມ່ນຫັນໄປສູ່ການຕໍ່ສູ້ດ້ວຍອາວຸດ. ພວກເຂົາປ່ຽນການຕໍ່ຕ້ານ ການກໍ່ລັດຖະປະຫານຢ່າງສັນຕິ ຢູ່ໃນຫົວເມືອງຕ່າງໆ ແລ້ວພາກັນມຸ້ງໜ້າໄປເຂົ້າຮ່ວມກອງກຳລັງຂອງພວກກະບົດທີ່ຢູ່ເຂດຊາຍແດນຫ່າງໄກສອກຫລີກຂອງປະເທດ.

ກອງກຳລັງຊົນເຜົ່າທີ່ເກົ່າແກ່ທີ່ສຸດແລະໃຫຍ່ທີ່ສຸດກຸ່ມນຶ່ງ ກໍຄືສະຫະພາບກະຫລ່ຽງແຫ່ງຊາດ ຫຼື KNU ໄດ້ກ່າວຕໍ່ວີໂອເອວ່າ ພວກປະທ້ວງມາຈາກເຂດຕອນລຸ່ມທາງພາກກາງຂອງມຽນມາ ໄດ້ພາກັນຍ່າງຜ່ານພູຜາປ່າດົງ ໄປຫາຄ້າຍຂອງພວກກະບົດ ເພື່ອການຝຶກແບນັບຕັ້ງແຕ່ທ້າຍເດືອນມີນາເປັນຕົ້ນມາ.

ນາຍພົນຕີ ເນີຣດາ ໂບ ເມຍ (Nerdah Bo Mya) ຫົວໜ້າເສນາທິການຂອງອົງການປ້ອງກັນກະຫລ່ຽງແຫ່ງຊາດ ຊຶ່ງເປັນກອງກຳລັງຕິດອາວຸດກຸ່ມນຶ່ງ ຂອງ KNU ໄດ້ກ່າວວ່າ “ພວກເຮົາຝຶກແອບ ໃຫ້ພວກຄົນ ຜູ້ທີ່ຕ້ອງການຢາກຈະຝຶກ ແອບແລະຜູ້ທີ່ຢາກຈະຕໍ່ສູ້ຕ້ານລະບອບການປົກຄອງຂອງທະຫານ”.

ນາຍພົນຕີທ່ານນີ້ ເວົ້າອີກວ່າ “ພວກເຮົາຢູ່ໃນເຮືອລຳດຽວກັນ ຊ່ອຍເຫຼືອກັນແລະກັນ. ພວກເຮົາຊ່ອຍກັນລະກັນເພື່ອຈະຢູ່ລອດແລະກຳຈັດລະບອບການປົກຄອງຂອງທະຫານ ແລະຈັດຕັ້ງຂຶ້ນຄືນໃໝ່ ສິ່ງທີ່ພວກເຮົາເອີ້ນວ່າ ລັດຖະ ບານປະຊາທິປະໄຕ.”

ນາຍພົນທ່ານນີ້ ໄດ້ກ່າວວ່າ ພວກກຸ່ມກະບົດຊົນເຜົ່າກະຫລ່ຽງ ຣັກໄຄນ໌ ແລະສານ ແມ່ນເຮັດແບບດຽວກັນນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG