ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໒ ກັນຍາ ໒໐໒໓

ມຽນມາ ຈະບໍ່ປ່ຽນແປງ ລັດຖະທຳມະນູນ ກ່ອນເລືອກຕັ້ງ ຄັ້ງຈະມາ


ທ່ານນາງ Aung San Su Kyi ຜູ້ນຳຝ່າຍຄ້ານມຽນມາ ກັບ ປະທານາທິບໍດີສະຫະລັດ ທ່ານ Barack Obama.

ປະທານ​ສະພາມຽນມາກ່າວ​ວ່າ ​ລັດຖະທຳມະນູນທີ່ຮ່າງຂຶ້ນ
ມາໂດຍພວກທະຫານ ຊຶ່ງ​ຫ້າມ​ບໍ່​ໃຫ້ຜູ້ນຳ​ຝ່າຍ​ຄ້ານ ທ່ານ​
ນາງ Aung San Su Kyi ສະມັກ​ເປັນປະທານາທິບໍດີໄດ້
ນັ້ນ ບໍ່​ສາມາດ​ປ່ຽນ​ແປງ​ໄດ້ ກ່ອນ​ການ​ເລືອກ​ຕັ້ງ​ໃນ​ເດືອນ​
ພະ​ຈິກ ປີໜ້ານີ້.

ໃນການຖະແຫຼງ​ຕໍ່​ບັນດາ​ນັກ​ຂ່າວ ທີ່​ນະຄອນຫລວງ Nay-
pyidaw ​ໃນ​ວັ​ນອັງ​ຄານ​ວານ​ນີ້ ທ່ານ Shwe Mann ກ່າວ​ວ່າ
ບັນດາ​ຜູ້​ປ່ອນບັດ ສາ​ມາດ​ເຂົ້າ​ຮ່ວມການ​ລົງ​ປະຊາມະຕິ​ແຫ່ງ
​ຊາດ ກ່ຽວ​ກັບ​ການ​ປ່ຽນ​ແປງ ລັດຖະທຳ​ມະນູນ ​ໃນ​ເດືອນ​ພຶດ
ສະພາ. ທ່ານ​ກ່າວ​ວ່າ ມັນຈະ​ເປັນ​ໄປ​ບໍ່​ໄດ້​ສຳລັບ​ການ​ປ່ຽນ​
ແປງ​ໃດໆກໍຕາມ ທີ່​ຈະມີຜົນບັງຄັບໃຊ້ໃນ​ທັນ​ທີໂລດ.

ທ່ານ Shwe Maan ກ່າວ​ວ່າ “ຮ່າງ​ກົດໝາຍ​ຈຳນວນ​ນຶ່ງ ແມ່ນຈຳເປັນຕ້ອງ ໄດ້ມີການ​ລົງ​ປະຊາ​ມະຕິ. ພວກ​ເຮົາ​ຕ້ອງການ​ໃຫ້ປະຊາຊົນ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ເອົາ. ນີ້​ຈະມີ​ຂື້ນ​ໃນ​ເດືອນ​ພຶດສະພາ​ ປີ 2015. ຜົນ​ຂອງ​ການ​ລົງປະຊາ​ມະ ຕິດັ່ງກ່າວ ຈະ​ຕ້ອງໄດ້ຮັບການ
ໃຫ້ສັດຕະຍາບັນຈາກສະພາ​ສູງ ​ແລະ​ສະພາ​ຕໍ່​າ ທີ່​ຈະເຂົ້າ​ປະຊຸມຫລັງ​ຈາກ​ການ​ເລືອກ​ຕັ້ງ ໃນປີ 2015.”

ທ່ານ ບໍ່​ໄດ້​ບັນ​ລະ​ຍາຍ​ວ່າ ​ເປັນ​ຫຍັງ​ການ​ປ່ຽນ​ແປງ​ຕ້ອງ​ລໍຖ້າ​ຈົນ​ເຖິງການເຂົ້າ ປະຕິບັດ​ງານ​ຂອງສະພາຊຸດໜ້າ.

ທ່ານ​ Aung Kyi Nyunt ແມ່ນສະມາຊິກສະພາ​ຄົນ​ນຶ່ງ​ຂອງຈາກ​ພັກສັນນິບາດ ແຫ່ງຊາດ
ເພື່ອປະຊາທິປະໄຕຂອງທ່ານນາງ Aung Sa Su Kyi ກ່າວ​ຕໍ່ ວີ​ໂອ​ເອ ວ່າ ການ​ປ່ຽນ​ແປງ
​ທີ່​ມີການຊັກ​ຊ້າ​ນີ້ ​ເປັນ​ຄວາມຜິດພາດ.

ທ່ານ​ນາງ Aung San Su Kyi ​ໄດ້​ຖືກ​ຫ້າມບໍ່​ໃຫ້​ເປັນປະທານາທິບໍດີ ໂດຍ ວັກນຶ່ງຂອງ
ລັດຖະທຳ​ມະນູນ ທີ່​ຫ້າມ​ບໍ່​ໃຫ້ບຸ​ກຄົນ​ໃດ​ກໍຕາມ ທີ່​ສາມີ​ຫລືລູກ ຖື ສັນຊາວ​ເປັນຄົນ​ຕ່າງປະ​ເທດ.

XS
SM
MD
LG