ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເດັກນ້ອຍ ອົບພະຍົບ ໂຣຮິງຢາ ຈະໄດ້ຮັບ ການຊ່ວຍເຫຼືອສຸກ​ເສີນ ໄວໆນີ້


ເດັກນ້ອຍອົບພະຍົບໂຣຮິງຢາ ທີ່​ຫລົບໜີຈາກ​ມຽນມາ ໄປຢູ່ບັງກລາແດັສ ຢື້ມືໄປຮັບເອົາອາຫານ ທີ່ແຈກຢາຍໃຫ້ ໂດຍ ຄົນໃນທ້ອງຖິ່ນ ຢູ່ Kutupalong ທີ່ໃຊ້ເປັນສູນອົບພະຍົບຊົ່ວຄາວ ຢູ່ເຂດ Bazar ຂອງເມືອງ Cox ໃນບັງກລາແດັສ ໃນວັນທີ 30 ສິງຫາ, 2017.
ເດັກນ້ອຍອົບພະຍົບໂຣຮິງຢາ ທີ່​ຫລົບໜີຈາກ​ມຽນມາ ໄປຢູ່ບັງກລາແດັສ ຢື້ມືໄປຮັບເອົາອາຫານ ທີ່ແຈກຢາຍໃຫ້ ໂດຍ ຄົນໃນທ້ອງຖິ່ນ ຢູ່ Kutupalong ທີ່ໃຊ້ເປັນສູນອົບພະຍົບຊົ່ວຄາວ ຢູ່ເຂດ Bazar ຂອງເມືອງ Cox ໃນບັງກລາແດັສ ໃນວັນທີ 30 ສິງຫາ, 2017.

ອົງການເພື່ອ​ເດັກນ້ອຍ​ຂອງສະຫະ​ປະຊາ​ຊາດ​ກ່າວ​ໃນ​ວັນ​ພະຫັດ​ວານນີ້ວ່າ ລົດ​ບັນທຸກ​ທີ່​ຂົນ​ສົ່ງ​ສະບຽງອາຫານ​ສຸກ​ເສີນ​ໄປ​ໃຫ້​ເດັກນ້ອຍ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ວິ​ກິດການ​ອົບ​ພະຍົບ​ໂຣຮິງ​ຢາ ​ກໍາລັງເດີນທາງ​ໄປ​ຍັງ​ບັງ​ກລາ​ແດັສ ທີ່​ມີ​ສະມາຊິກ​ຂອງ​ປະຊາ​ຄົມ​ຊາວໂຣຮິງ​ຢາ ທີ່​ຫລົບໜີຈາກ​ມຽນມາຫລາຍ​ພັນ​ຄົນ ​ເພື່ອ​ໄປ​ຫາ​ບ່ອນ​ປອດ​ໄພ​ໃນ​ທີ່​ນັ້ນ.

ອີງ​ຕາມອົງການ UNICEF ​ແລ້ວ ມີຊາວໂຣຮິງ​ຢາຫລາຍ​ເຖິງ 4 ​ແສນ​ຄົນ ​ທີ່​ໄດ້ຫລົບໜີ ຈາກ​ມຽນມາ​ໄດ້​ເຂົ້າ​ໄປ​ໃນ​ບັງ​ກລາ​ແດັສ ​ແລະ​ປະມານ 60 ​ເປີ​ເຊັນ​ຂອງຈໍານວນ​ນີ້ ​ແມ່ນ​ເດັກນ້ອຍ.

ທ່ານ Edouard Beigbeder, ຜູ້ຕາງໜ້າຂອງ​ອົງການ UNICEF ​ໃນ​ບັງ​ກລາແດັສ ​ເວົ້າວ່າ "ມີ​ການ​ຂາດ​ແຄນ​ທຸກ​ສິ່ງທຸກ​ຢ່າງ ຢ່າງໜັກ, ສິ່ງ​ທີ່​ຈໍາ​ເປັນ​ທີ່ສຸດ​ກໍ​ຄື ທີ່​ພັກ​ອາ​ໄສ, ອາຫານ, ​ແລະ​ນໍ້າ​ສະອາດ. ສະພາບ​ການ​ຢູ່​ໃນ​ພື້ນທີ​ດັ່ງກ່າວ ​ແມ່ນ​ເຮັດ​ໃຫ້​ເດັກນ້ອຍຕົກ​ຢູ່​ໃນ​ຄວາມ​ສ່ຽງ​ໄພ​ຕໍ່ການ​ຕິດພະຍາດ​ທີ່​ເກີດ​ມາ​ຈາກ​ນໍ້າ. ພວກ​ເຮົາ​ມີ​ພາລະ​ອັນ​ໃຫຍ່​ຫລວງ ຢູ່​ຕໍ່ໜ້າຂອງ​ພວກ​ເຮົາ ​ເພື່ອ​ໃຫ້ການ​ປົກ​ປ້ອງ​ແກ່​ພວກ​ເດັກນ້ອຍຢູ່​ໃນ​ສະພາບ​ທີ່​ອາດໄດ້​ຮັບ​ອັນ ຕະລາຍງ່າຍໆ ​ເຫລົ່ານີ້. ."

ອົງການ UNICEF ​ເວົ້າວ່າ ການ​ຊ່ວຍ​ເຫລືອ​ທີ່ອົງການ​ສົ່ງ​ໄປ ລວມມີ ນໍ້າ, ​ເຄື່ອງໃຊ້​ດ້ານສຸຂະ​ອານາ​ໄມ, ​ເຄື່ອງນຸ່ງ​ຫົ່ມ, ​ແລະ​ສິ່ງ​ຂອງ​ທີ່​ຈໍາ​ເປັນ​ອື່ນໆ ​ທັງ​ມີ​ສະບຽງອາຫານ​ແລະ​ສິ່ງ​ອື່ນໆ ກໍາລັງ​ຈະ​ລໍາລຽງ​ໄປ​ໃຫ້ໃນຕະຫລອດ ຫລາຍໆອາທິດ​ຂ້າງໜ້ານີ້.

ການ​ປະກາດ​ກ່ຽວ​ກັບ​ການ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ດັ່ງກ່າວ ມີ​ຂຶ້ນນຶ່ງ​ມື້ພາຍຫລັງ​ທີ່ ​ເລ​ຂາ​ທິການ​ໃຫຍ່ຂອງ​ສະຫະ​ປະຊາ​ຊາດ ທ່ານ António Guterres ​ໄດ້ເວົ້າວ່າ​ສະຖານະການ ດັ່ງກ່າວ​ຮ້າຍ​ແຮງ​ເທົ່າໆກັນ​ກັບ​ການກວດ​ລ້າງ​ຊົນ​ຊາດ​ຊົນເຜົ່າ​ຕໍ່ປະຊາ​ຄົມ​ຊາວ​ໂຣຮິງ​ຢາ.

​ເມື່ອມີ​ການ​ຖາມ​ທີ່​ເຈາະ​ຈົງ​ວ່າ ການ​ໃຊ້​ຄໍາ​ສັບ​ທີ່ວ່າ ການກວດ​ລ້າງຊົນ​ຊາດ​ຊົນ​ເຜົ່າ ເໝາະ​ສົມ​ຫລື​ບໍ່ ກັບສະພາບ​ຂອງ​ພວກ​ໂຣຮິງ​ຢາ ທີ່​ສ່ວນໃຫຍ່​ເປັນ​ຊາວ​ມຸສລິ​ມ ຢູ່​ໃນ​ມຽນມາທີ່​ຄົນ​ສ່ວນໃຫຍ່​ຖື​ສາສະໜາພຸດ​ນັ້ນ ທ່ານ Guterres ຕອບ​ວ່າ "​ເມື່ອ 1 ສ່ວນ ​3 ຂອງພົນ​ລະ ເ​ມື​ອງຊາວ​ໂຣຮິງ​ຢາ ຕ້ອງ​ໄດ້​ຫລົບໜີອອກ​ຈາກ​ປະ​ເທດ​ແລ້ວ ທ່ານ​ມີ​ຄໍາສັບອື່ນອັນ​ໃດບໍ່​ ທີ່​ຈະ​ພັນ​ລະ​ນາ​ສະພາບ​ການດັ່ງກ່າວ​ໄດ້ດີກ​ວ່າ​ນີ້?".

ທ່ານ Guterres ກ່າວ​ຢູ່​ທີ່​ສໍານັກງານ​ໃຫຍ່ ສະຫະ​ປະຊາ​ຊາດ ທີ່​ນະຄອນ​ນີວຢອກ​ວ່າ "ຂ້າພະ​ເຈົ້າຮຽກຮ້ອງໃຫ້​ເຈົ້າໜ້າທີ່​ລັດຖະບານ​ມຽນມາ ​ໃຫ້​ງົດ​ການ​ເຄື່ອນ​ໄຫວ​ທາງ​ທະຫານ, ຢຸດຕິ​ການກໍ່ຄວາມ​ຮຸນ​ແຮງ, ນັບຖື​ລະບຽບກົດໝາຍ ​ແລະ​ຮັບ​ຮູ້​ສິດ​ໃນ​ການ​ກັບ​ຄືນ​ປະ​ເທດ ຂອງ​ພວກ​ທີ່​ຕ້ອງ​ໄດ້​ຫລົບໜີ​ອອກ​ຈາກ​ປະ​ເທດ​ໄປ​ນັ້ນ. ຊາວ​ມຸສລິ​ມຢູ່​ໃນ​ລັດຣາ​ໄຄ໌ ຈະ​ຕ້ອງ​ໄດ້​ຮັບ​ສັນຊາດ ຫລື​ຢ່າງໜ້ອຍ ໃນ​ປັດຈຸບັນ​ກໍ​ໃຫ້ເຂົາ​ເຈົ້າ​ຕ້ອງ​ມີ​ສະຖານະ​ພາບ​ທາງ​ກົດໝາຍ ​ເພື່ອ​ໃຫ້​ເຂົາ​ເຈົ້າສາມາດ​ດໍາລົງ​ຊີວິດ​ແບບ​ປົກກະຕິ​ໄດ້."

ເນື່ອງ​ຈາກ​ມີ​ຄວາມ​ເປັນ​ຫ່ວງ​ນັບ​ມື້​ເພີ້ມຂຶ້ນຢູ່​ທົ່ວ​ໂລກກ່ຽວກັບ​ສະຖານະ​ການ​ຢູ່​ໃນ​ລັດຣາ​ໄຄນ໌ ​ທາງພາກ​ຕາ​ເວັນ​ຕົກ​ຂອງ​ມຽນມາ ທ່ານ​ນາງ ອອງຊານ ຊູ​ຈີ ຜູ້​ນໍາ​ທີ່ແທ້​ຈິງຂອງ​ປະ​ເທດດັ່ງ ກ່າວ​ໄດ້ຍົກເລີ​ກ​ແຜນການ​ທີ່​ມີ​ໄວ້​ກ່ອນໜ້ານັ້ນ ວ່າ​ຈະ​ເດີນທາງໄປ​ນະຄອນ​ນີວຢອກ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ທີ່​ຈະ​ເລີ້ມຂຶ້ນ​ໃນ​ອາທິດໜ້ານີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG