ມຽນມາກ່າວວ່າ ການຕ້ອງຕິໂດຍ ອົງການສະຫະປະຊາຊາດ ຕໍ່ການຮັບມືກັບບັນຫາ
ອົບພະຍົບ ຂອງຕົນນັ້ນ ອາດຈະ “ສ້າງຄວາມເສຍຫາຍຮ້າຍແຮງ” ຕໍ່ການເຈລະຈາ
ກັບບັງກລາແດັສ ທີ່ເປັນເພື່ອນບ້ານ ເພື່ອສົ່ງອົບພະຍົບໂຣຮິງຢາ 600,000 ຄົນ ທີ່ຫລົບ
ໜີຂ້າມຊາຍແດນ ຈາກການປາບປາມຢ່າງໂຫດຮ້າຍປ່າເຖື່ອນ ຂອງພວກທະຫານນັ້ນ.
ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ໄດ້ອອກຖະແຫຼງການ ສະບັບນຶ່ງ ໃນ
ວັນຈັນວານນີ້ ສະແດງ “ຄວາມເປັນຫ່ວງ ຢ່າງເລິກເຊິ່ງ” ກ່ຽວກັບ ລາຍງານຂ່າວ ການ
ລະເມີດສິດທິມະນຸດ ແລະ ການປະຕິບັດແບບບໍ່ຖືກຕ້ອງຂອງກອງທັບ ມຽນມາ ຢູ່ລັດ
ຣາໄຄນ໌ ແລະຮຽກຮ້ອງໃຫ້ລັດຖະບານເຂົ້າຄວບຄຸມກອງທັບ.
ທຳນຽບຂອງ ທ່ານນາງອອງຊານ ຊູຈີ ຜູ້ນຳທີ່ແທ້ຈິງຂອງມຽນມາ ໄດ້ອອກຖະແຫຼງການ
ສະບັບນຶ່ງເພື່ອເປັນການຕອບໂຕ້ ໃນວັນພຸດມື້ນີ້ ໂດຍກ່າວວ່າ ສະພາຄວາມໝັ້ນຄົງ
ບໍ່ເອົາຫົວຊາຕໍ່ຄວາມຈິງທີ່ວ່າ “ບັນຫາທີ່ກຳລັງປະເຊີນໜ້າ ມຽນມາ ແລະບັງກລາແດັສ
ສາມາດໄດ້ຮັບການແກ້ໄຂ ກໍແຕ່ພຽງສອງຝ່າຍເທົ່ານັ້ນ.”
ຖະແຫຼງການກ່າວຕື່ມວ່າ ການເຈລະຈາກັບດາກາ “ພວມດຳເນີນໄປຢ່າງລາບລື່ນ
ແລະ ວ່ອງໄວ.”