ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານນາງ ອອງ ຊານ ຊູ ຈີ ກ່າວວ່າ ທົ່ວໂລກ ໄດ້ຮັບຂໍ້ມູນຜິດ ກ່ຽວກັບ ວິກິດການ ໂຣຮິງຢາ


ເດັກນ້ອຍ ໂຣຮິງຢາ ຄົນໜຶ່ງ ທີ່ຫາກໍເດີນທາງໄປຮອດ ເຂດຊາຍແດນຟາກປະເທດ ບັງກລາແດັສ ຢືນຢູ່ຮົ້ວໄມ້ ທີ່ສູນອົບພະຍົບໃນເມືອງ Ukhia, ບັງກລາແດັສ. 5 ກັນຍາ 2017.
ເດັກນ້ອຍ ໂຣຮິງຢາ ຄົນໜຶ່ງ ທີ່ຫາກໍເດີນທາງໄປຮອດ ເຂດຊາຍແດນຟາກປະເທດ ບັງກລາແດັສ ຢືນຢູ່ຮົ້ວໄມ້ ທີ່ສູນອົບພະຍົບໃນເມືອງ Ukhia, ບັງກລາແດັສ. 5 ກັນຍາ 2017.

ທ່ານນາງ ອອງ ຊານ ຊູ ຈີນ ຜູ້ນຳຂອງປະເທດ ມຽນມາ ກ່າວວ່າ ມັນມີ “ຂໍ້ມູນທີ່ຜິດຈຳ
ນວນຫຼວງຫຼາຍ”
ກ່ຽວກັບ ຄວາມຮຸນແຮງທີ່ລັດ ຣາຄາຍ ໃນປະເທດຂອງເພິ່ນ ທີ່ໄດ້ບັງ
ຄັບໃຫ້ຊົນເກຸ່ມນ້ອຍຊາວມຸສລິມ ໂຣຮິງຢາ 125,000 ຄົນຕ້ອງຫຼົບໜີຂ້າມເຂດຊາຍ
ແດນເຂົ້າໄປໃນປະເທດ ບັງກລາແດັສ.

ໃນຄຳເວົ້າທີ່ໄດ້ຂຽນລົງໃນ Facebook ໂດຍຫ້ອງການຂອງທ່ານນາງໃນວັນພຸດມື້ນີ້,
ຜູ້ທີ່ເຄີຍໄດ້ຮັບລາງວັນ ໂນແບລ ຂະແໜງສັນຕິພາບໄດ້ກ່າວວ່າ ເພິ່ນໄດ້ລົມນຳນາຍົກ
ລັດຖະມົນຕີ ເທີກີ ທ່ານ Recep Tayyip Erdogan ໃນວັນອັງຄານວານນີ້ ກ່ຽວກັບ ວິ
ກິດການດັ່ງ ກ່າວ. ຂໍ້ຄວາມໄດ້ກ່າວວ່າ ທ່ານນາງ ອອງ ຊານ ຊູ ຈີ ໄດ້ປຶກສາຫາລື ກ່ຽວ
ກັບຮູບພາບຈຳນວນໜຶ່ງ ທີ່ໄດ້ຖືກເປີດເຜີຍໃນ Twitter ໂດຍຮອງນາຍົກລັດຖະມົນຕີ
ຂອງ ເທີກີ ທີ່ຖືກອ້າງວ່າໄດ້ສະແດງໃຫ້ເຫັນຊາວ ໂຣຮິງຢາ ທີ່ເສຍຊີວິດ ເຊິ່ງຕໍ່ມາໄດ້ພິ
ສູດວ່າ ບໍ່ກ່ຽວກັບຄວາມຮຸນແຮງທີ່ເກີດຂຶ້ນໃນປັດຈຸບັນນີ້.

ທ່ານນາງໄດ້ກ່າວຕໍ່ທ່ານ Erdogan ວ່າ “ຂໍ້ມູນປອມ” ນັ້ນໄດ້ສະໜັບສະໜູນຜົນປະ
ໂຫຍດຂອງ “ພວກກໍ່ການຮ້າຍ”, ເປັນຄຳເວົ້າທີ່ທ່ານນາງໄດ້ໃຊ້ເພື່ອອະທິບາຍເຖິງກຸ່ມ
ຕໍ່ຕ້ານລັດຖະບານຂອງຊາວ ໂຣຮິງຢາ ຜູ້ທີ່ໄດ້ດຳເນີນການໂຈມຕີຫຼາຍຄັ້ງ ຕໍ່ປ້ອມຮັກ
ສາຄວາມປອດໄພໃນລັດ ຣາຄາຍ ທີ່ໄດ້ກໍ່ໃຫ້ເກີດວິກິດການນັ້ນ.

ປະຊາຊົນຢ່າງໜ້ອຍ 400 ຄົນໄດ້ຖືກຂ້າຕາຍ ນັບຕັ້ງແຕ່ກຸ່ມທີ່ເອີ້ນວ່າ ທະຫານກອບກູ້
ອາຣາຄານ ໂຣຮິງຢາ ໄດ້ເປີດການໂຈມຕີຫຼາຍຄັ້ງໃສ່ປ້ອມຕຳຫຼວດໃນລັດ ຣາຄາຍ,
ເຊິ່ງເປັນທີ່ຢູ່ຂອງຊາວ ໂຣຮິງຢາ ສ່ວນໃຫຍ່. ຕຳຫຼວດໄດ້ຕອບໂຕ້ດ້ວຍການໂຈມຕີໝູ່
ບ້ານຕ່າງໆ ເພື່ອຕາມລ່າພວກຕໍ່ຕ້ານລັດຖະບານ.

ໃນເຫດການຮ້າຍແຮງທີ່ຄ້າຍຄືກັນນັ້ນ, ບັນດາເຈົ້າໜ້າທີ່ໃນປະເທດ ບັງກລາແດັສ ໄດ້
ກ່າວວ່າ ປະຊາຊົນຢ່າງໜ້ອຍ 5 ຄົນໄດ້ຈົມນໍ້າຕາຍເມື່ອເຮືອລຳນຶ່ງທີ່ຂົນສົ່ງກຸ່ມຊາວ
ໂຣຮິງຢາ ໄດ້ປີ້ນຂວໍ້າໃນຕອນເຊົ້າຂອງວັນພຸດມື້ນີ້ ໃນຂະນະທີ່ໄດ້ເດີນທາງ ໃນນໍ້າທີ່
ແບ່ງແຍກສອງປະເທດດັ່ງກ່າວ.

ທ່ານ Erdogan ໄດ້​ເປັນ​ຜູ້ນຳໜ້າ ​ໃນ​ການຮຽກຮ້ອງທີ່ເພີ່ມຂຶ້ນຂອງສາກົນ ໃຫ້ທ່ານ
ນາງ ອອງ ຊານ ຊູ ຈີ ສິ້ນສຸດການໃຊ້ຄວາມຮຸນແຮງ ແລະ ຮັບປະກັນການປົກປ້ອງຊາວ
ໂຣຮິງຢາ, ຜູ້ທີ່ຖືກພິຈາລະນາວ່າເປັນຜູ້ຍົກຍ້າຍຖິ່ນຖານຊາວ ບັງກລາແດັສ ທີ່ອາໄສ
ຢູ່ໃນປະເທດ ມຽນມາ ເຊິ່ງປະຊາຊົນສ່ວນໃຫຍ່ນັບຖືສາສະໜາພຸດ ແລະ ໄດ້ປະຕິເສດ
ທີ່ຈະມອບສັນຊາດແກ່ເຂົາເຈົ້າ, ແມ່ນກະທັ້ງທີ່ເຂົາເຈົ້າສາມາດສະແດງໃຫ້ເຫັນວ່າ
ຄອບຄົວຂອງເຂົາເຈົ້າໄດ້ອາໄສຢູ່ໃນ ມຽນມາ ຫຼາຍຊົ່ວຄົນແລ້ວ. ວິກິດການດັ່ງກ່າວ
ປາກົດວ່າ ຈະເຮັດສະຖານະພາບຂອງທ່ານນາງ ອອງ ຊານ ຊູ ຈີ ໃນຖານະຜູ້ປົກປ້ອງ
ສິດທິມະນຸດມາດົນນານແລ້ວນັ້ນ ເສື່ອມໂຊມລົງເລື້ອຍໆ.

ທີ່ປະເທດ ອິນໂດເນເຊຍ, ເຊິ່ງເປັນປະເທດມຸສລິມ ທີ່ໃຫຍ່ທີ່ສຸດໃນໂລກນັ້ນ, ປະຊາ
ຊົນຫຼາຍພັນຄົນໄດ້ອອກມາປະທ້ວງຢູ່ນອກສະຖານທູດ ມຽນມາ ໃນນະຄອນຫຼວງ
ຈາກາຕ້າ ໃນວັນພຸດມື້ນີ້ ເພື່ອຮຽກຮ້ອງໃຫ້ຢຸດເຊົາການບຽດບຽນຊາວ ໂຣຮິງຢາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Myanmar Rohingya
please wait
Embed

No media source currently available

0:00 0:01:33 0:00

XS
SM
MD
LG