ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານມຽນມາ ຈະຕັດສິນໂທດ ນັກຂ່າວ ຣອຍເຕີ 2 ຄົນ ໃນສັບປະດາໜ້າ


ບັນດານັກຂ່າວທັງຫຼາຍພາກັນເຂົ້າຮ່ວມການປະທ້ວງຢູ່ດ້ານນອກ ຂອງສານ ບ່ອນທີ່ນັກຂ່າວຂອງຣອຍເຕີ ທ່ານ ວາ ໂລນ (Wa Lone) ແລະ ທ່ານຈໍ ໂຊ ອູ (Kyaw Soe Oo) ກຳລັງຖືກດຳເນີນຄະດີ ຢູ່ໃນນະຄອນ ຢາງກຸ້ງ (Yangon) ຂອງມຽນມາ, ວັນທີ 10 ມັງກອນ 2018.
ບັນດານັກຂ່າວທັງຫຼາຍພາກັນເຂົ້າຮ່ວມການປະທ້ວງຢູ່ດ້ານນອກ ຂອງສານ ບ່ອນທີ່ນັກຂ່າວຂອງຣອຍເຕີ ທ່ານ ວາ ໂລນ (Wa Lone) ແລະ ທ່ານຈໍ ໂຊ ອູ (Kyaw Soe Oo) ກຳລັງຖືກດຳເນີນຄະດີ ຢູ່ໃນນະຄອນ ຢາງກຸ້ງ (Yangon) ຂອງມຽນມາ, ວັນທີ 10 ມັງກອນ 2018.

ສານມຽນມາແຫ່ງນຶ່ງ ຈະຕັດສິນໃນອາທິດໜ້ານີ້ ກ່ຽວກັບ ຊະຕາກຳຂອງນັກຂ່າວ
ຣອຍເຕີ 2 ຄົນ ທີ່ໄດ້ຖືກຈັບກຸມ ແລະ ຖືກຟ້ອງໃນຂໍ້ຫາ ລະເມີດຕໍ່ກົດໝາຍ ວ່າດ້ວຍ
ຄວາມລັບຂອງປະເທດ.

ທ່ານ ວາ ໂລນ ອາຍຸ 31 ປີ ແລະ ທ່ານຈໍ ໂຊ ອູ ອາຍຸ 27 ປີ ໄດ້ໄປປາ ກົດໂຕ ຢູ່ສານ
ເມື່ອວັນອັງຄານວານນີ້ ຫຼັງຈາກທີ່ໄດ້ຖືກຈັບກຸມ ເກືອບ 6 ສັບປະດາ ແລ້ວ ແລະ 2
ສັບປະດາ ຫຼັງຈາກທີ່ໄດ້ຖືກຟ້ອງ.

ທັງສອງຄົນ ຈະປະເຊີນກັບ ໂທດຈຳຄຸກ 14 ປີ ສຳລັບການມີເອກກະສານລັບໄວ້ໃນ
ຄອບຄອງ ທີ່ກ່ຽວຂ້ອງກັບການປະຕິບັດງານຕ່າງໆທາງດ້ານທະຫານ ຢູ່ໃນລັດຣາໄຄນ໌
ເຊິ່ງກຸ່ມປົກປ້ອງສິດທິມະນຸດ ແລະອົງການສະຫະປະຊາຊາດ ກ່າວວ່າ ເທົ່າກັບວ່າ
ເປັນການຂ້າລ້າງເຊື້ອຊາດຊົນເຜົ່າ ນັ້ນ. ພວກຄອບຄົວຂອງນັກຂ່າວທັງສອງ ກ່າວ
ອ້າງວ່າ ພວກເຂົາຖືກຈັບກຸມໃນທັນທີທັນໃດ ຫຼັງຈາກທີ່ໄດ້ພົບປະກັບແຫລ່ງຂ່າວ
ທີ່ເປັນຕຳຫຼວດ ເພື່ອຮັບປະທານອາຫານຄ່ຳ ບ່ອນທີ່ພວກເຂົາໄດ້ຮັບເອກກະສານ
ທັງຫຼາຍ.

ທ່ານ ວິນ ຕຽນ ໂຄສົກຂອງອົງການສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ກ່າວວ່າ
ມີຄວາມເປັນໄປໄດ້ສູງ ທີ່ພວກເຂົາ “ຖືກຈັບໃນແຜນກັບດັກ.”

ທະນາຍຄວາມຂອງພວກນັກຂ່າວ ໄດ້ບອກວີໂອເອ ພະແນກພາສາມຽນມາ ວ່າ
ການພິຈາລະນາຄະດີ ເພື່ອຕັດສິນກ່ຽວກັບຊະຕາກຳຂອງພວກເຂົາເຈົ້າ ແມ່ນໄດ້
ກຳນົດໃສ່ ວັນທີ 1 ກຸມພາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG