ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນ​ມາ ສົ່ງ​ຕົວ​ແມ່​ຍິງ​ຊາວ ວູ​ຮານ ທີ່​ໄດ້​ຂ້າມ ຊາຍ​ແດນ ​ເຂົ້າ​ປະ​ເທດ ​ຄືນ​ໃຫ້ ຈີນ


ຜູ້​ຊາຍ​ຄົນ​ນຶ່ງ​ໃສ່​ໜ້າ​ກາກ​ອາ​ນາ​ໄມ ໃນ​ຂະ​ນະ​ທີ່​ລາວ​ລົມ​ໂທ​ລະ​ສັບ ຢູ່​ທາດ ສວີ​ດາ​ກອນ, ນະ​ຄອນ ຢາງ​ກຸ້ງ, ມຽນ​ມາ. 31 ມັງ​ກອນ, 2020. REUTERS/Ann Wang
ຜູ້​ຊາຍ​ຄົນ​ນຶ່ງ​ໃສ່​ໜ້າ​ກາກ​ອາ​ນາ​ໄມ ໃນ​ຂະ​ນະ​ທີ່​ລາວ​ລົມ​ໂທ​ລະ​ສັບ ຢູ່​ທາດ ສວີ​ດາ​ກອນ, ນະ​ຄອນ ຢາງ​ກຸ້ງ, ມຽນ​ມາ. 31 ມັງ​ກອນ, 2020. REUTERS/Ann Wang

ຕຳຫຼວດ ມຽນ​ມາ ໄດ້ຈັບນຶ່ງ​ໃນ​ຫ້າ​ຄົນ​ຈາກ​ເມືອງ ວູ​ຮານ, ເຊິ່ງ​ເປັນ​ຈຸດ​ສູນ​ກາງ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ ຮ້າຍ​ແຮງທີ່​ກຳ​ລັງ​ແຜ່​ລະ​ບາດ​ຢ່າງວ່ອງ​ໄວ​ນັ້ນ, ຜູ້​ທີ່​ໄດ້ ຫຼຸດຂ້າ​ມ​ເຂດ​ຊາຍ​ແດນລະ​ຫວ່າງ ​ສອງ​ປະ​ເທດ​ດັ່ງ​ກ່າວ​ໃນ​ຕົ້ນ​ເດືອນນີ້ ແລະ ສົ່ງ​ຄືນ​ໃຫ້​ບັນ​ດາ​ເຈົ້າ​ໜ້າ​ທີ່ ຈີນ.

ມີ​ພຽງ​ແມ່​ຍິງ​ຄົນ​ດຽວ​ໃນ​ກຸ່ມ​ທີ່​ຖື​ກວດບໍ່​ມີ​ໄວ​ຣັ​ສ ແລະ ຖືກ​ສົ່ງ​ກັບ​ຄືນ​ປະ​ເທດ​ໃນ​ວັນ​ພະ​ຫັດ​ທີ່​ຜ່ານ​ມາ. ບໍ່​ມີ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບສິ່ງ​ທີ່​ໄດ້​ເກີດ​ຂຶ້ນຫຼັງ​ຈາກ​ໄດ້​ເດີນ​ທາງ​ຮອດ​ປະ​ເທດ ຈີນ. ໝູ່​ຂອງ​ລາວ​ຍັງ​ຊອກ​ຫາບໍ່​ເຫັນ​ເທື່ອ, ອີງ​ຕາມ​ການ​ກ່າວ​ຂອງ​ຕຳຫຼວດ​ໃນ ມຽນ​ມາ.

ການ​ສົ່ງ​ນາງ​ກັບ​ຄືນ​ປະ​ເທດ​ໄດ້​ມີ​ຂຶ້ນ​ນຶ່ງວັນ ຫຼັງ​ຈາກ​ຕຳຫຼວດ​ໃນ​ເມືອງ ຣຸຍ​ລີ ທີ່​ຕັ້ງ​ຢູ່​ເຂດ​ຊາຍ​ແດນ​ໃນ​ແຂວງ ຢຸນ​ໜານ ໄດ້​ແຈ້ງ​ຜູ້​ບັນ​ຊາ​ການ​ຕຳຫຼວດ​ໃນ​ເມືອງ ມູ​ເຊ ຂອງ​ ມຽນ​ມາ ໃຫ້​ຕື່ນ​ຕົວສຳ​ລັບ​ຜູ້​ຊາຍ​ສີ່​ຄົນ ແລະ ແມ່​ຍິງ​ຄົນ​ນຶ່ງ “ທີ່​ມີ​ຄວາມ​ເປັນ​ໄປ​ໄດ້​ສູງວ່າ ​ຕິດ​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່,” ອີງ​ຕາມ​ໜັງ​ສື​ທີ່​ອອກ​ໃນວັນ​ທີ 5 ກຸມ​ພາ ແລະ ໄດ້​ຮັບ​ມາ​ໂດຍ​ວີ​ໂອ​ເອ​ພະ​ແນກ ມຽນ​ມາ.

ໃນ​ວັນ​ສຸກ​ທີ່​ຜ່ານ​ມາ, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ເມືອງ ມູເຊ, ຜູ້​ທີ່​ບໍ່​ຢາກ​ໃຫ້​ອອກ​ຊື່​ຂອງ​ລາວ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ພວກ​ເຮົາ​ກຳ​ລັງ​ຕາມ​ຫາ​ຄົນ ຈີນ ສີ່​ຄົນ​ທີ່​ກຳ​ລັງ​ສູນ​ຫາຍ​ຢູ່. ມື້​ວານນີ້, ພວກ​ເຮົາ​ໄດ້​ຊອກ​ຫາ​ຄົນ ຈີນ ທີ່​ຫາຍ​ໄປ​ນັ້ນ​ບໍ່​ດົນຫຼັງ​ຈາກ​ພວກ​ເຮົາ​ໄດ້​ຮັບ​ແຈ້ງ​ການ ແລະ ໄດ້​ພົບ​ເຫັນ​ແມ່​ຍິງ​ຄົນ​ນຶ່ງ​ໃນ​ເມືອງ ມູ​ເຊ. ຫຼັງ​ຈາກ​ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ​ຈາກ​ຝ່າຍ​ພວກ​ເຮົາ ແລະ ຝ່າຍ ຈີນ ໄດ້​ທຳ​ການກວດ​ກາ​ນັ້ນ, ລາວ​ໄດ້​ຖືກ​ພົບ​ວ່າ​ມີ​ສຸ​ຂະ​ພາບ​ແຂງ​ແຮງ​ດີ. ພວກ​ເຮົາ​ໄດ້​ສົ່ງ​ລາວ​ຄືນໃຫ້​ຕຳຫຼວດ ຈີນ ມື້​ວ່ານນີ້.”

ດ​ຣ. ຕິນ ໂມງ ຢຸນ, ຫົວ​ໜ້າ​ຂອງ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ໃນ​ທ້ອງ​ຖິ່ນ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ, “ພວກ​ເຮົາ​ກວດ​ກາ​ສະ​ຖານ​ທີ່​ຕ່າງໆ, ບ່ອນ​ທີ່​ຄົນ ຈີນ ທີ່​ຫາຍ​ໄປ​ນັ້ນ​ອາ​ໄດ້​ອາ​ໄສ​ຢູ່ ​ໃນ​ເມືອງ ມູເຊ ແລະ ຜູ້​ໃດ​ກໍ​ຕາມ​ທີ່​ອາດ​ໄດ້​ສຳ​ພັດ​ກັບ​ເຂົາ​ເຈົ້າ​ຈະ​ຖືກກວດ​ກາ. ພະ​ແນກ​ຂອງ​ພວກ​ເຮົາ​ໄດ້​ແຈ້ງ​ໃຫ້​ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ​ທຸກ​ຄົນກຽມ​ພ້ອມ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ການ​ຊີ້​ນຳ.”

ໃນ​ຈົດ​ໝາຍ​ນັ້ນ, ຕຳຫຼວດ ຣຸຍ​ລີ ໄດ້​ຂໍໃຫ້ຕຳຫຼວດ ມູເຊ “ຊອ​ກ​ຫາ​ຄົນ ຈີນ ຫ້າ​ຄົນ​ນັ້ນ ໃຫ້​ໄວ​ທີ່​ສຸດ​ເທົ່າ​ທີ່​ຈະ​ໄວ​ໄດ້, ຄວ​ບ​ຄຸມ​ເຂົາ​ເຈົ້າໃຫ້​ຕົງ​ກັບ​ເວ​ລາ ແລະ ແຈ້ງ​ໃຫ້​ພວກ​ເຮົາ​ຮູ້ ກ່ຽວ​ກັບ ສະ​ຖາ​ນະ​ການ. ໃນ​ຂັ້ນ​ຕອນ​ການ​ຊອກ​ຫາ​ນັ້ນ, ໃຫ້​ລະ​ວັງ​ກັບ​ການ​ປ້ອງ​ກັນ​ຕົນ​ເອງ ເພື່ອຫຼີກ​ລ່ຽງ​ການ​ຕິດ​ຕໍ່​ໄວ​ຣັ​ສນັ້ນ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG