ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ມຽນມາ ປະຕິເສດ ຕໍ່ລາຍງານ ຂອງ ສປຊ ກ່ຽວກັບ ວິກິດການ ໂຣຮິງຢາ


ໂຄສົກລັດຖະບານ ມຽນມາ ທ່ານ ຊໍ ໄຕ ກ່າວຄຳປາໄສ ຕໍ່ນັກຂ່າວ ໃນລະຫວ່າງ ກອງປະຊຸມລາຍງານຂ່າວ ທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງ ເນປີດໍ, ມຽນມາ. 13 ກັນຍາ, 2017.
ໂຄສົກລັດຖະບານ ມຽນມາ ທ່ານ ຊໍ ໄຕ ກ່າວຄຳປາໄສ ຕໍ່ນັກຂ່າວ ໃນລະຫວ່າງ ກອງປະຊຸມລາຍງານຂ່າວ ທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງ ເນປີດໍ, ມຽນມາ. 13 ກັນຍາ, 2017.

ມຽນມາ ໄດ້ປະຕິເສດຕໍ່ການຄົ້ນພົບ ຂອງຄະນະກຳມະການ ສືບສວນສອບສວນພິເສດ
ອົງການສະຫະປະຊາຊາດ ທີ່ກ່າວຫາກອງທັບວ່າຂ້າລ້າງເຊື້ອຊາດ ແລະລະເມີດສິດທິ
ມະນຸດອື່ນໆ ໃນການປາບປາມພວກ ຊົນກຸ່ມນ້ອຍຊາວມຸສລິມ ໂຣຮິງຢາ ເມື່ອປີກາຍນີ້.

ຄະນະກຳມະການຄົ້ນຫາຂໍ້ເທັດຈິງ ເມື່ອວັນຈັນວານທີ່ຜ່ານມາ ໄດ້ເປີດ ເຜີຍລາຍງານ
ສະບັບນຶ່ງ ທີ່ຕ້ອງຕິການປາບປາມຊາວ ໂຣຮິງຢາ ຂອງກອງທັບໃນລັດ ຣາໄຄນ໌ ເມື່ອ
ເດືອນສິງຫາປີກາຍ. ບັນດານັກສືບສວນສອບສວນໄດ້ຮຽກຮ້ອງ ໃຫ້ລົງໂທດ ນາຍພົນ
ມິນ ອອງ ແລັງ, ຜູ້ບັນ ຊາການສູງສຸດ ກອງທັບ ມຽນມາ, ແລະ ນາຍພົນອີກຫ້າຄົນ, ສຳ
ລັບການກໍ່ອາຊະຍະກຳຕໍ່ມະນຸດຊາດ ແລະ ອາຊະຍະກຳສົງຄາມ.

ແຕ່ໂຄສົກລັດຖະບານ ມຽນມາ ທ່ານ ຊໍ ໄຕ ໄດ້ກ່າວຕໍ່ສື່ມວນຊົນລັດ ຖະບານ ໃນວັນ
ພຸດມື້ນີ້ວ່າ “ພວກເຮົາບໍ່ເຫັນດີ ແລະ ບໍ່ຍອມຮັບມະຕິໃດໆ” ຂອງສະພາສິດທິມະນຸດ ອົງ
ການສະຫະປະຊາຊາດ, ເຊິ່ງໄດ້ຮັບຮອງເອົາລາຍງານດັ່ງກ່າວ, ຍ້ອນເຂົາເຈົ້າໄດ້ປະຕິ
ເສດທີ່ຈະອະນຸ ຍາດໃຫ້ບັນດານັກສືບສວນສອບສວນ ເຂົ້າໄປໃນປະເທດ.

ທ່ານ ຊໍ ໄຕ ໄດ້ກ່າວວ່າ ລັດຖະບານໄດ້ສ້າງຕັ້ງຄະນະກຳມາທິການສອບສວນ ຂອງຕົນ
ຂຶ້ນມາເອງ ເພື່ອຮັບມືກັບ “ການກ່າວຫາທີ່ບໍ່ຖືກຕ້ອງ” ໂດຍອົງການສະຫະປະຊາຊາດ
ແລະ ຄະນະກຳມະການສາ ກົນອື່ນໆ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG