ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກຂ່າວມຽນມາ ປະເຊີນໜ້າກັບ ການກ່າວຫາລາຍງານກົດໝາຍລັບ


ນັກຂ່າວ ທ່ານ​ວາ ​ໂລນ ​ແລະ​ທ່ານ​ກີ​ຢໍ ​ໂຊ ​ໂອທີ່ນັ່ງຢູ່ໃນລົດ
ຕຳຫຼວດ ກຳລັງຖືກພາໂຕໄປສານ ຢູ່ນະຄອນຢາງກຸ້ງ ປະເທດ
ມຽນມາ.
ນັກຂ່າວ ທ່ານ​ວາ ​ໂລນ ​ແລະ​ທ່ານ​ກີ​ຢໍ ​ໂຊ ​ໂອທີ່ນັ່ງຢູ່ໃນລົດ ຕຳຫຼວດ ກຳລັງຖືກພາໂຕໄປສານ ຢູ່ນະຄອນຢາງກຸ້ງ ປະເທດ ມຽນມາ.

ຜູ້​ພິພາກສາຄົນ​ນຶ່ງ​ໃນ​ມຽນມາ ​ໄດ້​ຕັດສິນ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ນັກ​ຂ່າວ​ຈາກ​ອົງການ​ຂ່າວ
ຣອຍ​ເຕີ​ສອງ​ຄົນ ຈະ​ປະ​ເຊີ​ນໜ້າ​ກັບ​ການ​ດຳ​ເນີນ​ຄະ​ດີ ​ໃນ​ຂໍ້ກ່າວ​ຫາ​ຝ່າ​ຝືນ​ກົດໝາຍ
​ລັບ​ຂອງ​ປະ​ເທດ ​ໂດຍ​ລາຍ​ງານ​ວິ​ກິ​ດກ​ານ​ໂຣຮິງ​ຢາ. ການ​ຕັດສິນ​ດັ່ງກ່າວໄດ້ເກີດ​ຂຶ້ນ
​ຫຼັງ​ຈາກ​ຫຼາຍ​ເດືອນ ​ຂອງການ​ຮັບ​ຟັງ​ຂັ້ນ​ຕົ້ນ.

ທ່ານ​ວາ ​ໂລນ ອາຍຸ 32 ປີ ​ແລະ​ທ່ານ​ກີ​ຢໍ ​ໂຊ ​ໂອ ອາຍຸ 28 ປີ ​ໄ​ດ້ຖືກ​ກ່າວ​ຫາ​ວ່າຝ່າ
ຝືນ​ຄວາມ​ລັບ​ທາ​ງການ ທີ່​ນຳ​ໄປ​ສູ່​ການ​ລົງໂທດ​ເປັນ​ເວລາ 14 ປີ​ຢູ່​ໃນ​ຄຸກ.

ປະທານ​ອົງການ​ຂ່າວຣອຍ​ເຕີ ​ແລະ​ຫົວໜ້າບັນນາ​ທິການ ທ່ານ​ສະ​ແຕັບເຝັ​ນ ​ເອດ​ເລີ
ກ່າວ​ຢູ່່ໃນ​ຖະ​ແຫຼ​ງການ​ວ່າ “ພວກ​ເຮົາ​ຜິ​ດຫວັງ​ທີ່​ສຸດ​ທີ່​ສານ​ໄດ້​ປະຕິ​ເສດ​ເຮັດໃຫ້ການ
ປ້ອງ​ກັນສິ້ນ​ສຸດລົງ ​ແລະ​ການ​ດຳ​ເນີນ​ທີ່​ບໍ່​ມີ​ເຫດຜົນຕ້ານ​ ທ່ານ​ວາ ​ໂລ​ນ ​ແລະ​ທ່ານ​ກິ​ຢໍ
​ໂຊ ​ໂອ. ພວກ​ນັກຂ່າວ​ເຫລົ່າ​ນີ້ ​ປະຕິບັດ​ໜ້າ​ທີ່​ເຂົາ​ເຈົ້າ ຢ່າງ​ເປັນ​ເປັນ​ອິດສະຫຼະ ​ແລະ​
ບໍ່​ໄດ້​ເຂົ້າ​ຂ້າງ​ອອກ​ຂາ​ທາງ​ໃດ ​ແລະ​ບໍ່ມີ​ຄວາມ​ຈິງ ​ຫຼື ຫລັກ​ຖານທີ່​ສະ​ເໜີ​ໃຫ້​ເຫັນ​ວ່າ ​
ເຂົາ​ເຈົ້າ​ກະທຳ​ຄວາມ​ຜິ​ດ​ໃດໆ ຫຼື​ຝ່າຝືນ​ກົດໝາຍ.”

ພວກນັກຂ່າວພາກັນເດີນປະທ້ວງຮ້ອງໃຫ້ມີລາຍງານຂ່າວຢ່າງເລລີ ໃນນະຕອນຢາງກຸ້ງ ປະເທດມຽນມາ ທີ 7 ມັງກອນ 2014.
ພວກນັກຂ່າວພາກັນເດີນປະທ້ວງຮ້ອງໃຫ້ມີລາຍງານຂ່າວຢ່າງເລລີ ໃນນະຕອນຢາງກຸ້ງ ປະເທດມຽນມາ ທີ 7 ມັງກອນ 2014.

ທັງ​ສອງ​ຄົນໄດ້ຖືກ​ກັກ​ຂັງມາ ​ນັບ​ແຕ່​ເຂົາ​ເຈົ້າ​ໄດ້ຖືກ​ຈັບ​ແຕ່​ເດືອນ​ທັນວາ ​ທີ່​ຜ່ານ​ມາ ​
ແລະໄດ້ຖືກ​ກ່າວ​ຫາ​ວ່າ​ ເຮັດໃຫ້ເອກ​ກະສາ​ນທີ່​ສຳຄັນຮົ່ວ​ໄຫຼ ​ໃນ​ການ​ທັບ​ມ້າງ​ຂອງ​ທະ
ຫານຢູ່​ໃນ​ວິ​ກິດ​ການ​ໃນ​ລັດຣາຄາຍ ທີ່​ເປັນ​ບ້າ​ນ​ເຮືອນ​ຂອງ​ຊາວ​ມຸສລິ​ມໂຣຮິງ​ຢາທີ່​ເປັນ​ປະຊາຊົນເຜົ່າ​ນ້ອຍ.

ນັກ​ຂ່າວ​ທັງ​ສອງໄດ້​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດສອງຄົນ ​ທີ່ເຂົາ​ເຈົ້າ​ກ່າວ​ວ່າ ​ເຂົາ​ເຈົ້າ​
ບໍ່ເຄີ​ຍພົບ​ພໍ້​ມາ​ກ່ອນໃນພາກ​ເໜືອຂອງ​ນະຄອນ​ຢ່າງ​ກຸ້ງ. ​ຕໍ່​ມາ​ພວກ​ຜູ້​ຊາຍດັ່ງກ່າວໄດ້
​ບອກ​ຍາດຕິ​ພີ່ນ້ອງ​ວ່າ ​ບໍ່ດົນ​ຫຼັງຈາກ​ເຂົາ​ເຈົ້າ​ໄດ້​ເອົາ​ເອກ​ກະສາ​ນ​ຈຳນວນ​ນຶ່ງໃຫ້​ ​ເຂົາ
​ເຈົ້າ​ກໍໄດ້​ຖືກ​ຈັບ​ເກືອບວ່າ​ທັນ​ທີ່.

ຕຳຫຼວດຢືນຍາມຢູ່ສານ ບ່ອນທີ່ ທ່ານ​ວາ ​ໂລນ ແລະ​ທ່ານ​ກີ​ຢໍ ​ໂຊ ​ໂອ ກຳລັຖືກດຳເນີນຄະດີ ໃນການກ່າວ​ຫາ​ວ່າຝ່າຝືນ​ຄວາມ​ລັບ​ທາ​ງການ.
ຕຳຫຼວດຢືນຍາມຢູ່ສານ ບ່ອນທີ່ ທ່ານ​ວາ ​ໂລນ ແລະ​ທ່ານ​ກີ​ຢໍ ​ໂຊ ​ໂອ ກຳລັຖືກດຳເນີນຄະດີ ໃນການກ່າວ​ຫາ​ວ່າຝ່າຝືນ​ຄວາມ​ລັບ​ທາ​ງການ.

ການ​ກັກ​ຂັງ​ພວກ​ເຂົາ​ເຈົ້າ ​ໄດ້​ເຮັດ​ໃຫ້​ເກີດມີ​ການຮ້ອງ​ໂຮ​ຈາກ​ບັນດາ​ກຸ່ມ​ສິດທິ​ມະນຸດ​
ສາກົນ.

ທ່ານແອດ​ເລີ ກ່າວວ່າ ການ​ຕັດສິນ​ຂອງ​ສານໃນວັນ​ຈັນ​ “​ໄດ້​ສົ່ງ​ຄວາມ​ສົງ​ໄສ​ທີ່​ຮ້າຍ​
ແຮງ​ຕໍ່ ຄວາມ​ໝັ້ນ​ໝາຍ​ຂອງ​ມຽນມາ​ທີ່ມີ​ຕໍ່​ເສລີພາບ​ຂ່າວ​ສານ ​ແລະ​ກົດ​ລະບຽບຂອງ​
ກົດໝາຍ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Myanmar Journalists
please wait
Embed

No media source currently available

0:00 0:01:35 0:00

XS
SM
MD
LG