ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາ ປ່ອຍຕົວນັກໂທດເກືອບ 6,000 ຄົນ ລວມທັງຄົນຕ່າງປະເທດ 4 ຄົນໃນການໃຫ້ອະໄພຍະໂທດນັກໂທດ


ຜູ້ຊາຍຄົນນຶ່ງແນມອອກມານອກປ່ອງຢ້ຽມລົດເມ ໃນຂະນະທີ່ປະຊາຊົນຊອກຫາສະມາຊິກຄອບຄົວຂອງເຂົາເຈົ້າໃນລົດເມທີ່ຂົນສົ່ງນັກໂທດທີ່ຖືກປ່ອຍຕົວຈາກຄຸກ ອິນເຊຍ, ນະຄອນ ຢ່າງກຸ້ງ, ມຽນມາ, 17 ພະຈິກ 2022.
ຜູ້ຊາຍຄົນນຶ່ງແນມອອກມານອກປ່ອງຢ້ຽມລົດເມ ໃນຂະນະທີ່ປະຊາຊົນຊອກຫາສະມາຊິກຄອບຄົວຂອງເຂົາເຈົ້າໃນລົດເມທີ່ຂົນສົ່ງນັກໂທດທີ່ຖືກປ່ອຍຕົວຈາກຄຸກ ອິນເຊຍ, ນະຄອນ ຢ່າງກຸ້ງ, ມຽນມາ, 17 ພະຈິກ 2022.

ລັດຖະບານທີ່ຖືກຄວບຄຸມໂດຍກອງທັບຂອງ ມຽນມາ ໄດ້ປະກາດໃນວັນພະຫັດ ວານນີ້ວ່າ ເຂົາເຈົ້າໄດ້ປ່ອຍຕົວນັກໂທດເກືອບ 6,000 ຄົນ ພາຍໃຕ້ການໃຫ້ ອະໄພຍະໂທດຢ່າງກວ້າງຂວາງ.

ພາຍພົນ ຊໍ ມິນ ຕຸນ, ໂຄສົກລັດຖະບານທະຫານຂອງ ມຽນມາ, ໄດ້ຢືນຢັນ ຕໍ່ວີໂອເອພະແນກພາສາມຽນມາ ກ່ຽວກັບການປ່ອຍຕົວບັນດານັກສິລະປະ, ນັກເຄື່ອນໄຫວ, ລັດຖະມົນຕີທ່ານນຶ່ງ, ເຈົ້າໜ້າທີ່ຄະນະກຳມາທິການການເລືອກຕັ້ງລະດັບສູງນຶ່ງຄົນ, ແລະ ຫົວໜ້າລັດຖະບານຄົນນຶ່ງຂອງລັດຖະບານ ທ່ານນາງ ອອງ ຊານ ຊູ ຈີ ທີ່ຖືກ​ໂຄ່ນ​ລົ້ມ, ພ້ອມກັບຄົນຕ່າງຊາດ 4 ຄົນ.

ໃນຜູ້ທີ່ຖືກປ່ອຍຕົວນັ້ນ ແມ່ນທ່ານ ຊອນ ເທີແນລ (Sean Turnell) ນັກເສດ ຖະສາດ ແລະທີ່ປຶກສາຂອງທ່ານນາງ ອອງ ຊານ ຊູ ຈີ, ອະດີດເອກອັກຄະລັດຖະທູດອັງກິດປະຈຳ ມຽນມາ, ທ່ານນາງ ວິກກີ ໂບແມນ (Vicky Bowman) ແລະ ສາມີຄົນ ມຽນມາ ຂອງທ່ານນາງ, ທ່ານ ເຕນ ລິນ, ທ່ານ ຈຽວ ໄຕ ໂອ ສັນຊາດ ອາເມຣິກັນ ແລະ ຊ່າງຖ່າຍພາບວິດີໂອ ສາລະຄະດີ ຍີ່ປຸ່ນ ທ່ານໂທຣຸ ຄູໂບຕະ. ທ່ານ ຊໍ ມິນ ຕຸນ ຍັງໄດ້ກ່າວວ່າຄົນຕ່າງປະເທດດັ່ງກ່າວຈະຖືກເນລະເທດໃນທັນທີ.

ເຖິງແມ່ນຈະມີການປ່ອຍຕົວໃນວັນພະຫັດວານນີ້ກໍຕາມ, ມັນຍັງມີນັກໂທດການ ເມືອງຫຼາຍພັນຄົນ ຖືກກັກຂັງຢູ່, ທ່ານ ມາກ ຟາມາເນີ (Mark Farmaner) ຜູ້ອຳນວຍການໃຫຍ່ຂອງອົງການໂຄສະນາ ມຽນມາ ຂອງອັງກິດ ໄດ້ກ່າວຕໍ່ ວີໂອເອ.

ທ່ານໄດ້ກ່າວວ່າ “ມັນເປັນສິ່ງທີ່ໜ້າຍິນດີຫຼາຍ ທີ່ໄດ້ເຫັນນັກໂທດການເມືອງ ພວກນີ້ຖືກປ່ອຍຕົວ. ມັນເປັນຂ່າວທີ່ວິເສດຫຼາຍສຳລັບຄອບຄົວຂອງເຂົາເຈົ້າ, ແຕ່ເຂົາເຈົ້າບໍ່ຄວນຖືກຈັບເຂົ້າຄຸກ ຕັ້ງແຕ່ຕອນທຳອິດ. ແລະ ນັກໂທດການ ເມືອງອີກຫຼາຍໆພັນຄົນ ທີ່ຍັງຖືກຂັງຄຸກຢູ່.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG