ຄວາມພະຍາຍາມທີ່ຈະສົ່ງອົບພະຍົບຊົນເຜົ່າຂອງ ມຽນມາ ຫຼາຍກວ່າ 98,000 ຄົນ
ກັບຄືນປະເທດ ຂອງພວກເຂົາເຈົ້າ ດ້ວຍການສະໜັບສະໜູນຂອງ ອົງການສະຫະ
ປະຊາຊາດ ແມ່ນກຳລັງດຳເນີນໄປຢ່າງຊັກຊ້າ ແຕ່ໄດ້ຕົກຢູ່ພາຍໃຕ້ຄວາມກົດດັນ
ເພີ່ມຂຶ້ນ ໃນຂະນະທີ່ຜູ້ບໍລິຈາກຕ່າງປະເທດ ໄດ້ຕັດທຶນຂອງພວກເຂົາເຈົ້າ ໃນການ
ຊ່ວຍເຫຼືອສູນແຫ່ງຕ່າງໆ ໃນປະເທດ ໄທ ບ່ອນທີ່ພວກອົບພະຍົບອາໄສຢູ່.
ພະນັກງານມະນຸດສະທຳ ກ່າວວ່າ ຄວາມກົດດັນຈາກການຕັດທຶນໄດ້ມີຂຶ້ນຖ້າມກາງ
ສະພາບຄວາມບໍ່ແນ່ນອນ ໃນດ້ານຄວາມປອດໄພ ພ້ອມກັບບັນຫາຕ່າງໆ ກ່ຽວກັບ
ລະບົບໂຄງລ່າງພື້ນຖານ ແລະສາທາລະນະ ສຸກທີ່ບໍ່ພຽງພໍ ໃນພາກຕາເວັນອອກ
ສຽງໃຕ້ຂອງ ມຽນມາ ຫຼັງຈາກໄດ້ເກີດຄວາມຂັດແຍ້ງມາຫຼາຍປີ.
ສູນອົບພະຍົບເກົ້າແຫ່ງໃນເຂດຊາຍແດນ ໄທ ໄດ້ຖືກສ້າງຂຶ້ນນັບຕັ້ງ ແຕ່ກາງຊຸມປີ
1980 ໃນເວລາທີ່ອົບພະຍົບ ມຽນມາ ໄດ້ຫຼັ່ງໄຫຼເຂົ້າໄປໃນ ໄທ ເພື່ອຫຼົບໜີ ຈາກ ບັນຫາຂັດແຍ້ງລະຫວ່າງທະຫານຊົນ ເຜົ່າຕິດອາວຸດ ແລະ ກອງທັບ ມຽນມາ.
ແຕ່ໂຄງການທີ່ຈະສົ່ງອົບພະຍົບກັບປະເທດນັ້ນແມ່ນໄດ້ເພີ່ມສູງຂຶ້ນ ໃນຂະນະທີ່
ມຽນມາ ໄດ້ປ່ຽນເປັນປະເທດປະຊາທິປະໄຕ ຫຼັງຈາກການເລືອກຕັ້ງຂອງ ລັດຖະບານ
ພົນລະເຮືອນ ພາຍໃຕ້ການຄວບຄຸມຂອງທ່ານນາງ ອອງ ຊານ ຊູ ຈີ ໃນປີ 2015.
ລັດຖະບານດັ່ງກ່າວໄດ້ເຮັດຂໍ້ຕົກລົງປອງດອງຊາດ ພ້ອມກັບການຢຸດຍິງ ແລະ
ສັນຕິພາບ ກັບພວກທະຫານຊົນເຜົ່າ. ແຕ່ການດຳເນີນການແມ່ນຊັກຊ້າ.
ທ່ານ Saw Paul Sein Twa ຜູ້ອຳນວຍການໃຫຍ່ເຄືອຂ່າຍ ສິ່ງ ແວດລ້ອມ ແລະ
ການປະຕິບັດການສັງຄົມກະຫຼ່ຽງ ໄດ້ກ່າວວ່າ ຄວາມກົດດັນໃນການສົ່ງອົບພະຍົບ
ອອກຈາກສູນຕ່າງໆທີ່ເພີ່ມສູງຂຶ້ນ ໄດ້ຖືກກະຕຸ້ນໂດຍການຕັດທຶນຊ່ວຍເຫຼືອ ຈາກ
ຜູ້ບໍລິຈາກສາກົນ.
ທ່ານ Sein Twa ໄດ້ກ່າວຕໍ່ວີໂອເອວ່າ “ບັນດາຜູ້ບໍລິຈາກແມ່ນໄດ້ດຳເນີນການ
ໄວຫຼາຍ. ແລະ ສິ່ງທີ່ພວກເຮົາຢາກເຫັນກໍແມ່ນ ການສົ່ງກັບທີ່ເປັນລະບຽບ
ເຊິ່ງພວກເຮົາເຮັດວຽກຮ່ວມກັນ, ວາງແຜນເທື່ອລະບາດກ້າວ. ແຕ່ສິ່ງທີ່ກຳລັງ
ເກີດຂຶ້ນໃນຕອນນີ້ ແມ່ນເບິ່ງຄືຈະເປັນການສະໜັບສະໜູນ ໃຫ້ພວກອົບພະຍົບ
ເດີນທາງກັບປະເທດ, ຄືຈັດຕັ້ງໂຄງການບາງຢ່າງຂຶ້ນກັບອຳນາດການປົກຄອງ
ໄທ ແລະ ຫຼັງຈາກນັ້ນ ປະຊາຊົນ ຜູ້ທີ່ຢາກເດີນທາງກັບແມ່ນໃຫ້ໄປ ແລະ ລົງ
ທະບຽນ.”
ອົງການ The Border Consortium ທີ່ມີຫ້ອງການຕັ້ງຢູ່ປະເທດ ໄທ ໄດ້ກ່າວ
ໃນບົດລາຍງານປະຈຳປີ 2016 ຂອງພວກເຂົາເຈົ້າວ່າ ທຶນຊ່ວຍເຫຼືອທີ່ຖືກຕັດ
ແມ່ນຈາກປະເທດ ນໍເວ, ສະວີເດັນ ແລະໂຄງ ການມອບອຳນາດໃຫ້ທ້ອງຖິ່ນ
ຂອງອົງການການພັດທະນາສາກົນ ສະຫະລັດ.