ລັດຖະບານມຽນມາ ກ່າວວ່າ ພວກກະບົດຊົນເຜົ່າໄດ້ໂຈມຕີ
ຄ້າຍທະຫານແຫ່ງ ນຶ່ງໃກ້ກັບຊາຍແດນຈີນ ໃນອາທິດແລ້ວນີ້
ໂດຍໄດ້ສັງຫານທະຫານເຈັດຄົນ ແລະໄດ້ຮັບບາດເຈັບອີກ
20 ຄົນ.
ສື່ມວນຊົນຂອງທາງການລາຍງານໃນວັນຈັນວານນີ້ວ່າ ພວກ
ນັກລົບ Kokang ໄດ້ອ້ອມຄ້າຍທະຫານດັ່ງກ່າວ ເປັນເວລາ
ສອງມື້ ຢູ່ທີ່ລັດສານ ທາງພາກເໜືອ ຂອງປະເທດ.
ກອງທັບປົດປ່ອຍແຫ່ງຊາດ Ta’ang ຫລື TNLA ທີ່ເປັນພັນ
ທະມິດກັບພວກກອງໂຈນ Kokang ກ່າວວ່າ ການສູ້ລົບຢູ່ໃນ
ຂົງເຂດຍັງດຳເນີນຢູ່ຕໍ່ໄປໃນວັນຈັນວານນີ້. ທ່ານ Tar Phone Kyaw ເລຂາທິການຂອງ
ກຸ່ມ TNLA ໄດ້ໂຕ້ແຍ້ງລາຍງານຂອງລັດຖະບານ ແລະຖິ້ມໂທດໃສ່ກອງທັບມຽນມາກ່ຽວ
ກັບຄວາມ ຮຸນແຮງໃນຄັ້ງນີ້.
ທ່ານ Tar Phone Kyaw ກ່າວວ່າ “ຂົງເຂດບ່ອນທີ່ເກີດການສູ້ລົບໃນອາທິດນີ້ ແມ່ນ
ຄວບຄຸມໂດຍກຸ່ມຂອງພວກເຮົາ ຄືກຸ່ມ TNLA ແລະ Kokang ແລະການສູ້ລົບໄດ້ເກີດຂື້ນ
ຢູ່ທີ່ນັ້ນ ເພາະວ່າກອງທະຫານລັດຖະບານເຂົ້າໄປໃນຂົງເຂດດັ່ງກ່າວ. ພວກເຮົາບໍ່ໄດ້ທຳ
ການໂຈມຕີຄ້າຍທະຫານໃດໆ ທີ່ຄວບຄຸມໂດຍ ກຳລັງລັດຖະບານ.”
ນອກຈາກລາຍງານຂອງສື່ມວນຂອງລັດແລ້ວ ບັນດາເຈົ້າໜ້າທີ່ ລັດຖະບານ ແລະ
ທະຫານຍັງບໍ່ທັນໃຫ້ຄວາມເຫັນກ່ຽວກັບການສູ້ລົບກັນແຕ່ຢ່າງໃດ. ແລະຈຳນວນຜູ້ໄດ້ຮັບ
ບາດເຈັບລົ້ມຕາຍກໍຍັງບໍ່ທັນເປັນທີ່ຊາບໄດ້ເທື່ອ.
ພວກ Kokang ແມ່ນອະດີດກຳລັງສູ້ລົບ ທີ່ສະໜັບສະໜູນຄອມມິວນິສ ທີ່ໄດ້ຕໍ່ສູ້ກັບລັດ
ຖະບານມາຈົນເຖິງການລົງນາມຢຸດຍິງໃນປີ 1989. ການສູ້ລົບໄດ້ເລີ້ມຂື້ນອີກໃນປີ 2009.
ໃນຂະນະດຽວກັນ ລັດຖະບານກ່າວວ່າ ຕົນໄດ້ເຈລະຈາຢູ່່ທີ່ ຊຽງໃໝ່ ປະເທດໄທ ກັບ
ຄະນະປະສານງານການຢຸດຍິງໃນທົ່ວປະເທດຫລື NCCT ຊຶ່ງເປັນກຸ່່ມ ທີ່ຕາງໜ້າ ໃຫ້
ແກ່ຂະບວນການເຄື່ອນໄຫວຂອງພວກກະບົດ ຫລາຍໆຊົນເຜົ່າ.