ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມກະບົດຊົນເຜົ່າ ໃນມຽນມາ ກ່າວອ້າງວ່າ ຕົນຍຶດຄ້າຍທະຫານແຫ່ງນຶ່ງ ໃກ້ຊາຍແດນປະເທດໄທ


ຮູບພາບວັນທີ 30 ມີນາ 2021 ທີ່ເຫັນທະຫານມຽນມາ ຢືນຢູ່ຄ້າຍທະຫານ ຕັ້ງຢູ່ໃກ້ກັບແມ່ນໍ້າຊານວິນ ຊາຍແດນປະເທດໄທ.
ຮູບພາບວັນທີ 30 ມີນາ 2021 ທີ່ເຫັນທະຫານມຽນມາ ຢືນຢູ່ຄ້າຍທະຫານ ຕັ້ງຢູ່ໃກ້ກັບແມ່ນໍ້າຊານວິນ ຊາຍແດນປະເທດໄທ.

ກະບົດຊົນເຜົ່າມຽນມາກຸ່ມນຶ່ງ ກ່າວວ່າ ຕົນໄດ້ຍຶດເອົາຄ້າຍທະຫານຢູ່ໃກ້ກັບ ຊາຍແດນ
ກັບປະເທດໄທ ທາງພາກຕາເວັນອອກຂອງປະເທດ.

ການສູ້ລົບໄດ້ເກີດຂຶ້ນໃນຕອນເຊົ້າວັນອັງຄານມື້ນີ້ ຢູ່ໃນເຂດໃກ້ແມ່ນໍ້າຊາລວິນ ທີ່ແບ່ງ
ມຽນມາ ແລະປະເທດໄທ. ພວກຊາວບ້ານຢູ່ທາງຝັ່ງໄທຂອງແມ່ນໍ້າ ໄດ້ ລາຍງານວ່າໄດ້
ຍິນສຽງປືນຢ່າງໜັກດັງຂຶ້ນ ໃນຕອນກ່ອນແຈ້ງ.

ທ່ານປາໂດ ຊໍ ຕໍ ນີ ໂຄສົກຄົນນຶ່ງຂອງສະຫະພັນແຫ່ງຊາດກະຫຼ່ຽງ ກ່າວວ່າ ກຸ່ມຂອງຕົນ
ໄດ້ເຂົ້າຍຶດເອົາຄ້າຍທະຫານ ໃນເວລາປະມານ 5 ໂມງເຊົ້າ ຕາມເວລາໃນທ້ອງຖິ່ນ
(2230 GMT) ບັນດາຜູ້ເຫັນເຫດການ ທາງຂອງຝັ່ງໄທ ກ່າວວ່າ ເຂົາເຈົ້າໄດ້ເຫັນທະ
ຫານມຽນມາຢ່າງໜ້ອຍຫົກຄົນ ໄດ້ແລ່ນໜີຈາກ ຄ້າຍ.

ກຳລັງກະບົດກະຫຼ່ຽງ ໄດ້ພົວພັນໃນການສູ້ລົບຢ່າງໜັກ ກັບທະຫານມຽນມາ ນັບແຕ່ໄດ້ມີ
ການໂຄ່ນລົ້ມ ລັຖະບານປະຊາທິປະໄຕ ໃນວັນທີ 1 ກຸມພາທີ່ ຜ່ານມາ ໂດຍທຳການໂຈມ
ຕີຄ້າຍທະຫານ ແລະປ້ອມຕຳຫຼວດຢູ່ໃນລັດ ກະຫຼ່ຽງ. ທະຫານໄດ້ຕອບໂຕ້ຄືນດ້ວຍການ
ໂຈມຕີທາງອາກາດຕໍ່ພວກກະບົດ ກະຫຼ່ຽງ ເຮັດໃຫ້ພົນລະເຮືອນ 24,000 ຄົນ ບໍ່ມີທີ່ຢູ່ອາ
ໄສ ຫວ່າງບໍ່ເທົ່າໃດອາທິດທີ່ຜ່ານມານີ້.

ກະຫຼ່ຽງແມ່ນນຶ່ງໃນກຳລັງກະບົດຫຼາຍໆຊົນເຜົ່າຂອງຂອງມຽນມາ ຜູ້ທີ່ເຂົ້າຂ້າງ ກັບພວກ
ປະທ້ວງ ຜູ້ທີ່ໄດ້ຈັດການເດີນປະທ້ວງຢ່າງໃຫຍ່ ໃນແຕ່ລະວັນ ຢູ່ທົ່ວ ປະເທດມຽນມາໂດຍ
ຮຽກຮ້ອງໃຫ້ຜູ້ນໍາທີ່ແທ້ຈິງ ທ່ານນາງອອງ ຊານ ຊູ ຈີ ແລະລັດຖະບານທີ່ໄດ້ຮັບເລືອກຢ່າງ
ເປັນປະຊາທິປະໄຕ ຂອງທ່ານນາງ ກັບ ຄືນສູ່ອຳນາດ.

ທະຫານໄດ້ກ່າວອ້າງວ່າ ມີການສໍ້ໂກງຄະແນນສຽງຢ່າງແຜ່ກວ້າງ ໃນການ ເລືອກຕັ້ງທົ່ວ
ໄປໃນເດືອນພະຈິກປີກາຍນີ້ ທີ່ເປັນເຫດພາໃຫ້ມີການໂຄ່ນລົ້ມ ລັດຖະບານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG