ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, 14 ມິຖຸນາ 2026

ອິນ​ໂດ​ເນ​ເຊຍ ແລະ ມາ​ເລ​ເຊຍ ​ຕົກລົງ​ທີ່​ຈະ​ໃຫ້​ທີ່ ​ພັກ​ພາ​ອາ​ໄສຊົ່ວຄາວ ​ແກ່ຊາວອົບ​ພະຍົບ

SE Asia Boat People
please wait
Embed

No media source currently available

0:00 0:00:41 0:00

ວີດີໂອກ່ຽວກັບ ຊາວອົບພະຍົບເອເຊຍອາຄະເນ

ອິນ​ໂດ​ເນ​ເຊຍ ແລະ ມາ​ເລ​ເຊຍ ​ໄດ້​ຕົກລົງ​ທີ່​ຈະ​ໃຫ້​ທີ່​ພັກ​ພາ​ອາ​ໄສ
​ຊົ່ວຄາວ​ແກ່ຊາວອົບ​ພະຍົບ ​ແລະ​ພວກ​ເຄາະ​ຮ້າຍ​ຈາກ​ການ​ຄ້າ​
ມະນຸດ ​ຫຼາຍ​ພັນ​ຄົນ ທີ່​ຕົກ​ຄ້າງ​ຢູ່​ກາງ​ທະເລ​.

ຄວາມກ້າວໜ້າດັ່ງກ່າວ ​ໄດ້​ມີ​ຂຶ້ນ​ໃນ​ວັນ​ພຸດ​ມື້​ນີ້ ຫຼັງ​ຈາກ​ທີ່​ໄດ້​ມີ
ການປະຊຸ​ມລະຫວ່າງບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​
ອິນ​ໂດ​ເນ​ເຊຍ ມາ​ເລ​ເຊຍ ​ແລະ ​ໄທ ຊຶ່ງ​ເປັນ​ພວກປະ​ເທດ​ທີ່​ໄດ້
​ລັ່ງ​ເລ​ໃຈ​ຕໍ່ການ​ຊ່ອຍ​ເຫຼືອ​ພວກ​ອົບ​ພະຍົບ​ເຫຼົ່າ​ນີ້.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍ ທ່ານ Anifah Aman
​ໄດ້​ກ່າວ​ວ່າ ພາຍ​ໃຕ້ຂໍ້ຕົກ ລົງນີ້ ​ມາ​ເລ​ເຊຍ ແລະ ອິນ​ໂດ​ເນ​ເຊຍ ​“ຈະ​ສືບ​ຕໍ່​ໃຫ້ການ​ຊ່ອຍ​ເຫຼືອ​ດ້ານ​ມະນຸດ​ສະ​ທຳ”ຕໍ່​ຊາວ​ອົບພະຍົບທີ່​ຄາດ​ວ່າ​ມີ​ປະມານ 7 ພັນ ຄົນນັ້ນ.

ທ່ານ Aman ກ່າວຕື່ມວ່າ: “ພວກ​ເຮົາ​ຍັງໄດ້​ຕົກລົງ​ທີ່​ຈະ​ສະ​ເໜີ​ໃຫ້​ທີ່​ພັກ​ພາ​ອາ​ໄສຊົ່ວຄາວ ແກ່ພວກອົບພະຍົບເຫຼົ່ານີ້ໂດຍມີຂໍ້ຈຳກັດ​ວ່າ ຂັ້ນຕອນການຕັ້ງຖິ່ນຖານໃໝ່ແລະການສົ່ງ
ເຂົາເຈົ້າກັບຄືນ ຈະມີຂຶ້ນ​ພາຍ​ໃນ​ໜຶ່ງ​ປີ​ ໂດຍປະຊາ​ຄົມ​ນາໆ​ຊາດ.”

ລັດຖະມົນຕີ​ການ​ຕ່າງປະ​ເທດມາເລເຊຍ ​ໄດ້​ຮຽກຮ້ອງໃຫ້ປະ​ເທດອື່ນໆ​ແລະ​ບັນດາອົງການ
​ບໍ່​ຂຶ້ນ​ກັບ​ລັດຖະບານ​ທັງຫຼາຍ​ ໃຫ້ການ​ຊ່ອຍ​ເຫຼືອ ​ໃນການປະຕິບັດງານ​ທີ່​ວ່າ​ນີ້​ດ້ວຍ.

ມີ​ເກືອບ​ 3 ພັນ ຄົນ ​ໃນ​ອັນ​ທີ່​ເອີ້ນ​ວ່າອົບພະຍົບທາງ​ເຮືອ ຫຼື boat people ​ໄດ້​ຖືກ​ຊ່ອຍ​ກູ້​ຊີວິດໄວ້ ຫຼື​ບໍ່ ​ກໍ​ໄດ້​ໄປ​ຮອດ​ໄປ​ເຖິງ​ຝັ່ງ​ມາ​ເລ​ເຊຍ ​ອິນ​ໂດ​ເນ​ເຊຍ ແລະ ໄທ. ​ແຕ່​ບັນດາ ກຸ່ມປົກປ້ອງສິດທິມະນຸດ​ເຕືອນ​ວ່າ ຍັງ​ມີ​ອີກ​ຫຼາຍ​ພັນ​ຄົນ ທີ່​ຍັງ​ຕົກຄ້າງ​ຢູ່​ໃນ​ທະ​ເລ ​ແລະ​ວ່າ ເຂົ້າປາ​ອາຫານ​ຂອງພວກເຂົາໃກ້ຈະໝົດ​ລົງ​ແລ້ວ.

ວິ​ກິດ​ການ​ດັ່ງກ່າວ​ ​ໄດ້​ເລີ້ມ​ຂຶ້ນ ​ໃນ​ຕົ້ນ​ເດືອນ​ນີ້ ເວລາປະ​ເທດ​ໄທ ​ເລີ້ມ​ທຳ​ການ​ປາບ​ປາມຕາ​ໜ່າງການ​ຄ້າ​ມະນຸດ ທີ່​ແນເປົ້າ​ໝາຍ​ໃສ່ຊາວໂຣຮິງຢາ. ພວກ​ທີ່​ທຳການ​ຄ້າ ​ໄດ້​ພາກັນຫລົບ​ໜີຖິ້ມ​ໃຫ້​ພວກ​ເຄາະ​ຮ້າຍຕົກຄ້າງ​ຢູ່​ກາງທະ​ເລ.

ມຽນມາ ຊຶ່ງ​ໄດ້​ຮັບ​ການ​ຕິຕຽນ​ຈາກ​ທາງ​ນາໆ​ຊາດ ກ່ຽວກັບ​ບົດບາດຂອງຕົນໃນເລື້ຶອງຊາວ​ອົບ​ພະຍົບ​ຢູ່ເອ​ເຊຍ​ອາຄະ​ເນ ​ໄດ້​ກ່າວໃນ​ເຊົ້າ​ວັນ​ພຸດ​ມື້​ນີ້ວ່າ ຕົນ​ກໍພ້ອມ​ແລ້ວ​ທີ່​ຈະ​ໃຫ້ການ​ຊ່ອຍ​ເຫຼືອ​ພວກ​ທີ່​ຕົກ​ຄ້າງ​ຢູ່​ໃນ​ທະ​ເລ​ນັ້ນ.

ອິນໂດເນເຊຍ ມາເລເຊຍ ໃຫ້ບ່ອນພັກ ຊົ່ວຄາວ ແກ່ ອົບພະຍົບ

Migrants sit on their boat as they wait to be rescued by Acehnese fishermen on the sea off East Aceh, Indonesia, May 20, 2015.
1/5 Migrants sit on their boat as they wait to be rescued by Acehnese fishermen on the sea off East Aceh, Indonesia, May 20, 2015.
Rescued migrants rest as they are given food and drink upon arrival in Simpang Tiga, Aceh province, Indonesia, May 20, 2015.
2/5 Rescued migrants rest as they are given food and drink upon arrival in Simpang Tiga, Aceh province, Indonesia, May 20, 2015.
An Acehnese fishing boat full of rescued migrants approaches the dock in Simpang Tiga, Aceh province, Indonesia, May 20, 2015.
3/5 An Acehnese fishing boat full of rescued migrants approaches the dock in Simpang Tiga, Aceh province, Indonesia, May 20, 2015.
Rescued migrants weep upon arrival in Simpang Tiga, Aceh province, Indonesia, May 20, 2015.
4/5 Rescued migrants weep upon arrival in Simpang Tiga, Aceh province, Indonesia, May 20, 2015.
A rescued migrant weeps upon arrival in Simpang Tiga, Aceh province, Indonesia, May 20, 2015.
5/5 A rescued migrant weeps upon arrival in Simpang Tiga, Aceh province, Indonesia, May 20, 2015.
Previous slide
Next slide

XS
SM
MD
LG