ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຽນ ຊຽນ ຂອງມຽນມາ ຊຸກຍູ້ ໃຫ້ ກຸ່ມກະບົດ ທຸກຝ່າຍ ຕົກລົງຢຸດຍິງ


ປະທານາທິບໍດີ ມຽນມາ ທ່ານ Thein Sein (ຂວາດ້ານຫຼັງ) ຈັບມືກັບບັນດາຜູ້ນຳ ກຸ່ມ​ກຳລັງປະກອບ​ອາວຸດ ຂອງພວກຊົນຊາດຊົນເຜົ່າ​ ໃນລະຫວ່າງກອງປະຊຸມ ຂໍ້ຕົກລົງຢຸດຍິງທົ່ວປະເທດ ຫຼື Nationwide Ceasefire Agreement (NCA) ລະຫວ່າງ ບັນດາຜູ້ຕາງໜ້າ ຂອງລັດຖະບານ ມຽນມາ ແລະ ບັນດາຜູ້ນຳຂອງກຸ່ມ​ດັ່ງກ່າວນັ້ນ​ ຢູ່ທີ່ນະຄອນຫຼວງ ເນປີຕໍ ຂອງມຽນມາ, ວັນທີ 9 ກັນຍາ 2015.
ປະທານາທິບໍດີ ມຽນມາ ທ່ານ Thein Sein (ຂວາດ້ານຫຼັງ) ຈັບມືກັບບັນດາຜູ້ນຳ ກຸ່ມ​ກຳລັງປະກອບ​ອາວຸດ ຂອງພວກຊົນຊາດຊົນເຜົ່າ​ ໃນລະຫວ່າງກອງປະຊຸມ ຂໍ້ຕົກລົງຢຸດຍິງທົ່ວປະເທດ ຫຼື Nationwide Ceasefire Agreement (NCA) ລະຫວ່າງ ບັນດາຜູ້ຕາງໜ້າ ຂອງລັດຖະບານ ມຽນມາ ແລະ ບັນດາຜູ້ນຳຂອງກຸ່ມ​ດັ່ງກ່າວນັ້ນ​ ຢູ່ທີ່ນະຄອນຫຼວງ ເນປີຕໍ ຂອງມຽນມາ, ວັນທີ 9 ກັນຍາ 2015.

ປະທານາທິບໍດີມຽນມາ​ ທ່ານ Thein Sein ​ໄດ້​ພົບ​ປະ​ກັບ​ບັນດາ
​ຜູ້​ເຈລະຈາ​ຂອງ​ກຸ່ມ​ກະບົດຊົນຊາດຊົນເຜົ່າ​ ​ໂດຍຮຽກຮ້ອງໃຫ້
ພວກ​ເຂົາ​ເຈົ້າ​ລົງ​ນາມ ໃນ​ຂໍ້​ຕົກລົງ​ຢຸດ​ຍິງ​ທົ່ວ​ປະ​ເທດ ກ່ອນ​ໜ້າ
ການ​ເລືອກຕັ້ງ​ທົ່ວໄປຂອງ​ປະ​ເທດ ໃນ​ເດື​ອນພະຈິກປີນີ້.

​ກອງ​ປະຊຸມໃນ​ວັນພຸດ​ມື້​ນີ້ ຊຶ່ງຈັດຂຶ້ນຢູ່ທີ່​ນະຄອນຫຼວງເນ​ປີ​ຕໍ
ແມ່ນ ເປັນການປາກົດຕົວຄັ້ງທຳ​ອິດ ​ຂອງປະທານາທິບໍດີ​ ນັບ​ຕັ້ງ
​ແຕ່ໄດ້ມີ​ການ​ເລີ້ມຕົ້ນ​ໂຄສະນາ​ຫາ​ສຽງ ສຳ​ຫລັບ​ການ​ເລືອກຕັ້ງ​
ໃນ​ວັນ​ທີ 8 ພະຈິກ​ ຈະ​ມາ​ເຖິງນີ້.

ອະດີດ​ພົນ​ເອກ​ທະຫານ​ບົກທ່ານນີ້ ​ໄດ້​ພົບ​ປະ​ກັບບັນດາ​ຜູ້ຕາງໜ້າ
5 ທ່ານ ຂອງ​ພວກກະບົດສິບກວ່າ​ກຸ່ມ ທີ່​ໄດ້​ເ​ຂົ້າຮ່ວມ ​ໃນ​ການ​ເຈລະຈາ ທີ່​ດຳ​ເນີນມາ​ໄດ້​
ເກືອບ 2 ປີ​ແລ້ວ.

ທ່ານ​ກ່າວ​ວ່າ ຂໍ້​ຕົກລົງ​ຢຸດ​ຍິງ​ໃນ​ທົ່ວ​ປະ​ເທດ ​ເປັນ​ຂໍ້​ບັງຄັບ ຖ້າ​ປະ​ເທດ​ຫາກຕ້ອງການຢາກ​ເຫັນ ການ​ປະຕິ​ຮູ​ບ​ເພື່ອ​ປະຊາທິປະ​ໄຕ​ກ້າວໜ້າຕໍ່​ໄປ​ອີກ.

ທ່ານ Thein Sein ​ເວົ້າວ່າ “ປາດສະ​ຈາກ​ການ​ມີ​ສັນຕິພາບ ກັບກຸ່ມ​ກຳລັງປະກອບ​
ອາວຸດ​ຂອງພວກຊົນຊາດຊົນເຜົ່າ​ແລ້ວ ຂ້າພະ​ເຈົ້າຢາກ​ກ່າວ​ຢ່າງ​ໜັກ​ແໜ້ນ​ວ່າ ​
ໄລຍະ​ຂ້າມ​ຜ່ານ​ໄປ​ສູູ່ປະຊາທິປະ​ໄຕນັ້ນ ຈະບໍ່ສາມາດດຳເນີນການໄດ້ ເປັນຢ່າງດີ
ສຳ​ຫລັບ​ປະ​ເທດ​ຂອງ​ພວກ​ເຮົາ. ສະນັ້ນ ຂ້າພະ​ເຈົ້າຈຶ່ງຢາກ​ຊວນ​ເຊີນ​ໃຫ້ທຸກໆ​ຝ່າຍ
ເຂົ້າຮ່ວມການເຈລະ ຈາຫາລື​ ​ເພື່ອ​ໃຫ້​ໄດ້​ມາ​ຊຶ່ງ​ສັນຕິພາບ​ໃນ​ທົ່ວ​ປະ​ເທດດ້ວຍ​
ຄວາມຈິງໃຈ. ​ແລະ ຂ້າພະ​ເຈົ້າຫວັງ​ຢ່າງ​ຍິ່ງ​ວ່າ ກອງ​ປະຊຸມ​ໃນ​ມື້​ນີ້ ຈະ​ສາມາດ​
ເຈລະຈາ​ ເພື່ອໃຫ້​ມີ​ການ​ລົງ​ນາມໃນສົນທິສັນຍາ​ສັນຕິພາບ ກ່ອນ​ທ້າຍ​ເດືອນ​
ກັນຍາ​ນີ້.”

ລັດຖະບານ ​ແລະ ກຸ່ມ​ກະບົດ​ຕ່າງໆ ຍັງບໍ່​ເຫັນ​ດີ​ດ້ວຍ ກ່ຽວ​ກັບ​ວ່າ ຜູ້​ໃດ​ແທ້ ທີ່​ຈະ​ຕ້ອງ​ລົງ​
ນາມ​ໃນ​ຂໍ້​ຕົກລົງ​ຢຸດ​ຍິງ. ພວກ​ກະບົດ​ຫຼາຍໆກຸ່ມ ຕ້ອງການ​ຢາກ​ໃຫ້​ຮວມເອົາພວກ​ກະບົດ
ອີກຈຳນວນ​ນຶ່ງ ທີ່​ບໍ່ທັນ​ໄດ້​ຖືກ ຮັບ​ຮູ້​ໂດຍລັດຖະບານ ແລະ ເວລານີ້ກຳລັງ​ຕໍ່ສູ້​ ກັບລັດຖະບານ
​ຢູ່​ນັ້ນ ​ເຂົ້າມາ​ຮ່ວມນຳ​.

Myanmar Rebels
please wait
Embed

No media source currently available

0:00 0:01:43 0:00

XS
SM
MD
LG