ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະທານາທິບໍດີ ມຽນມາ ລາອອກຈາກ ຕຳແໜ່ງ ເພາະຢາກຈະພັກຜ່ອນ

ທີ່ປຶກສາຂອງລັດຖະບານ ມຽນມາ ທ່ານນາງ ອອງ ຊານ ຊູ ຈີ (Aung San Suu Kyi) ແລະ ປະທານາທິບໍດີ ຂອງມຽນມາ ທ່ານ ທິນ ຈໍ (Htin Kyaw) ເຂົ້າຮ່ວມໃນການຖ່າຍຮູບຮ່ວມກັນ ຫຼັງຈາກພິທີເປີດ ກອງປະຊຸມ ປານລອງ ໃນຍຸກສະໄໝ ສັດຕະວັດທີ 21 ທີ່ນະຄອນຫຼວງ ເນປິຕໍ ຂອງມຽນມາ, ວັນທີ 24 ພຶດສະພາ 2017.

ປະທານາທິບໍດີມຽນມາ ທ່ານທິນ ຈໍ (Htin Kyaw) ໄດ້ລາອອກຈາກຕຳແໜ່ງ ໃນວັນພຸດ
ມື້ນີ້ ໂດຍກ່າວວ່າ ທ່ານຕ້ອງການ ຢາກຈະພັກຜ່ອນ ຈາກວຽກການຂອງທ່ານ.

ທ່ານທິນ ຈໍ (Htin Kyaw) ອາຍຸ 71 ປີ ເປັນປະທານາທິບໍດີທີ່ໄດ້ຖືກເລືອກ ຕາມແນວ
ທາງປະຊາທິປະໄຕ ຄົນທຳອິດຂອງປະເທດ ໃນຮອບຫລາຍໆທົດສະວັດ ແຕ່ໄດ້ຮັບ
ໜ້າທີ່ ຊຶ່ງສ່ວນໃຫຍ່ແລ້ວ ແມ່ນໃນບົດບາດທາງພິທີການເທົ່ານັ້ນ ຫລັງຈາກເພື່ອນຂອງ
ທ່ານ ຄື ທ່ານນາງອອງ ຊານ ຊູ ຈີ ໄດ້ກາຍເປັນຜູ້ນຳທີ່ແທ້ຈິງຂອງປະເທດ ໃນຖານະ
ທີ່ປຶກສາຂອງລັດຖະບານ. ຕາມລັດຖະທຳມະນູນແລ້ວ ທ່ານນາງໄດ້ຖືກຫ້າມບໍ່ໃຫ້
ກຳຕຳແໜ່ງປະທານາທິບໍດີຂອງປະເທດ.

ຮອງປະທານາທິບໍດີມິນ ຊະເວ (Myint Swe) ຊຶ່ງເຄີຍເປັນອະດີດນາຍພົນ ຈະເຂົ້າຮັບ
ຕຳແໜ່ງເປັນປະທານາທິບໍດີຊົ່ວຄາວຂອງມຽນມາ ຈົນກວ່າຜູ້ນຳທີ່ເຮັດວຽກເຕັມເວລາ
ຈະຖືກຮັບເລືອກ.

ທຳນຽບປະທານາທິບໍດີກ່າວວ່າ ດັ່ງທີ່ໄດ້ກຳນົດໄວ້ຢູ່ໃນລັດຖະທຳມະນູນ ການເລືອກ
ເອົາປະທານາທິບໍດີຄົນໃໝ່ ຈະມີຂຶ້ນພາຍໃນ 7 ວັນ.

Myanmar Politics
please wait
Embed

No media source currently available

0:00 0:00:29 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG