ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດ ມຽນມາ ທັບມ້າງ ກຸ່ມຊາວພຸດ ທີ່ໂຈມຕີ ຮ້ານຄ້າ ມຸສລິມ (ວີດີໂອ)


ຜູ້ກຳກັບການຕຳຫຼວດ Zaw Min Oo ຖະແຫຼງຕໍ່ສື່ມວນຊົນ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ກ່ຽວກັບການກໍ່ຈະລາຈົນ ທີ່ເມືອງ Mandalay (2 ກໍລະກົດ 2014)
ຜູ້ກຳກັບການຕຳຫຼວດ Zaw Min Oo ຖະແຫຼງຕໍ່ສື່ມວນຊົນ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ກ່ຽວກັບການກໍ່ຈະລາຈົນ ທີ່ເມືອງ Mandalay (2 ກໍລະກົດ 2014)

ຕຳຫລວດ​ມຽນມາ ຢູ່​ໃນ​ເມືອງ​ Mandalay ຊຶ່ງເປັນເມືອງໃຫຍ່​ອັນ
ດັບ​ສອງ ຂອງປະເທດ ​ໄດ້​ໃຊ້​ລູກປືນ​ຢາງ​ໃນ​ວັນ​ພຸດ​ມື້​ນີ້ ຍິງ​ຂັບ​ໄລ່
​ຝູງຊົນຊາວ​ພຸດ​ກຸ່ມ​ນຶ່ງ ທີ່​ໄດ້​ໂຈມ​ຕີຮ້ານ​ນໍ້່າຊາ​ ທີ່​ຊາວ​ມຸສລິ​ມ​ເປັນ
​ເຈົ້າ​ຂອງແຫ່ງນຶ່ງ.

​ຖະ​ແຫລ​ງການ​ສະ​ບັບນຶ່ງ​ຂອງ​ຕຳຫລວດ ກ່າວ​ວ່າ ຫ້າ​ຄົນ​ໄດ້​ຮັບ
​ບາດ​ເຈັບ ຈາກ​ການ​ທັບ​ມ້າງ​ການກໍ່ຈະລາຈົນດັ່ງກ່າວ ​ຊຶ່ງ​ເປັນ
ເຫດການ​ຫລ້າ​ສຸດຂອງ​ຄວາມ​ຮຸນ ​ແຮງທາງສາສະໜາ ລະຫວ່າງ
ຊາວ​ພຸດແລະມຸສລິ​ມ ​ຢູ່ໃນ​ມຽນມາ.

ບັນດາ​ຜູ້​ເຫັນ​ເຫດການກ່າວ​ວ່າ ຊາວ​ພຸດ​ຫລາຍ​ຮ້ອຍຄົນ ທີ່ພາ
ກັນ​ຖື​ມີດ ແລະ ກ້ອນ​ຫີນໄດ້ໂຈມ​ຕີ​ຮ້ານນ້ຳຊາ ຫລັງ​ຈາກ​ມີ​ຂ່າວ​ລື​ວ່າ ​ຊາວມຸສລິ​ມຜູ້​ເປັນເຈົ້າ​ຂອງ​ຮ້ານ ​ໄດ້​ຂົ່​ມຂືນຜູ້​ຍິງ​ທີ່ເປັນ​ຊາວ​ພຸດ​.

ພວກ​ກໍ່​ຈະລາຈົນຍັງພາກັນ​ທັບ​ມ້າງ ຮ້ານອື່ນໆທີ່ຊາວ​ມຸສລິ​ມ​ເປັນເຈົ້າ​ຂອງ​ ​ແລະ​ຈູດ​ເຜົາ
​ລົດ​ລາ​ຫລາຍ​ຄັນ ກ່ອນ​ທີ່​ກຳລັງຕຳຫລວດ​ເປັນຈຳນວນ​ຫລວງຫລາຍສາ ມາດຟື້ນຟູ
ຄວາມເປັນລະບຽບຮຽບຮ້ອຍໄດ້ ​ໃນ​ເວລາ​ຕໍ່​ມາ ​ໃນ​ວັນ​ພຸດ​ມື້​ນີ້.

ຢ່່າງ​ໜ້ອຍ 200 ຄົນ ສ່ວນ​ໃຫຍ່​ເປັນ​ສະມາຊິກ​ຂອງ​ປະຊາ​ຄົມ​ມຸສລິ​ມທີ່ເປັນຊົນ ກຸ່ມນ້ອຍ
ໃນມຽນມາ ໄດ້​ເສຍ​ຊີວິດ​ຍ້ອນຄວາມ​ວຸ້ນ​ວາຍ​ທາງສາສະໜາ ນັບ​ແຕ່​ເດືອນ​ມິຖຸນາ ປີ
2012 ເປັນຕົ້ນມາ. ຫລາຍ​ສິບ​ພັນ​ຄົນ ຍັງ​ໄດ້​ຖືກ​ປ່ອຍປະ​ບໍ່​ໃຫ້ມີ​ທີ່ຢູ່​ອາ​ໄສ.

MYANMAR VIOLENCE VO
please wait
Embed

No media source currently available

0:00 0:00:58 0:00

XS
SM
MD
LG