ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມຽນມາ ​ຈະປະກາດ ​ຜູ້​ທີ່​ຖືກ​ສະ​ເໜີ​ຊື່ ໃຫ້​ເປັນປະທານາທິບໍດີ ​ຄົນ​ຕໍ່​ໄປ​ ​ກ່ອນ​ກຳນົດ

ຜູ້ນຳ​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ ຫຼື National League for Democracy party (NLD) ທ່ານນາງ Aung San Suu Kyi, ຕຸ້ມຜ້າສີແດງ ໃນກອງປະຊຸມທີ່ນະຄອນຫຼວງ Naypyitaw ປະເທດ Myanmar.
ຜູ້ນຳ​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ ຫຼື National League for Democracy party (NLD) ທ່ານນາງ Aung San Suu Kyi, ຕຸ້ມຜ້າສີແດງ ໃນກອງປະຊຸມທີ່ນະຄອນຫຼວງ Naypyitaw ປະເທດ Myanmar.

ລັດຖະສະພາມຽນມາຈະ​ປະກາດ ກ່ຽວ​ກັບ​ຜູ້​ທີ່​ຖືກ​ສະ​ເໜີ​ຊື່ໃຫ້​ເປັນປະທານາທິບໍດີ​ຄົນ​ຕໍ່​ໄປ​ ​ໃນ​ວັນ​ທີ 10 ມີນາ ຈະ​ມາ​ເຖິງ​ນີ້ ນຶ່ງ​ສັບປະດາກ່ອນ​ກຳນົດ​ການ​ທີ່​ໄດ້​ວາງ​ແຜນ​ໄວ້.

​ກຳໜົດການ​ໃໝ່​ນີ້​ໄດ້ປະກາດ​ໃນ​ວັນ​ອັງຄານ​ມື້​ນີ້​ໂດຍ​ທ່ານ Win Khaing Than ​ປະທານ ​ສະ​ພາ​ສູງ ໂດຍ​ສະ​ເໜີ​ແນະ​ໃຫ້ເຫັນ​ວ່າ ຜູ້ນຳ​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ ທ່ານ​ນາງ Aung San Suu Kyi ​ບໍ່​ໄດ້​ບັນ​ລຸ​ການ​ຕົກລົງ​ກັບ​ລັດຖະບານ​ທະ​ຫານ ທີ່​ຈະຍົກ​ເລີກການ​ເກືອດ​ຫ້າມຂອງລັດຖະທຳ​ມະນູນ ​ທີ່ບໍ່​ໃຫ້ຜູ້​ມີຄູ່ຄອງ ຫຼືລູກ​ເຕົ້າ ​ເປັນ​ຄົນ​ຕ່າງປະ​ເທດ ເປັນ​ປະທານາທິບໍດີ​ໄດ້. ສາມີ​ຂອງ​ທ່ານ​ນາງ Aung San Suu Kyi ທີ່​ເຄີຍ ​ໄດ້​ຮັບລາງວັນ​ໂນ​ແບ​ລຂະ​ແໜງ​ສັນຕິພາບ ​ແມ່ນ​ເປັນ​ຄົນ​ອັງກິດ ​ພ້ອມ​ທັງ​ລູກ​ທັງ​ສອງ​ນຳ.

ພັກສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ຂອງ ທ່ານ​ນາງ Aung San Suu Kyi ​ໄດ້​ຮັບ​ໄຊຊະນະ​ຢ່າງ​ຖ້ວມ​ລົ້ນ ​ໃນ​ທັງ​ສອງ​ສະພາ ​ໃນ​ການ​ເລືອກ​ຕັ້ງເມື່ອເດືອນ​ພະຈິກ​ປີ​ກາຍ​ນີ້. ພາຍ​ໃຕ້ລັດຖະທຳ​ມະນູນ​ ລັດຖະສະພາ​ທັງ​ສອງ​ແລະ​ກອງທັບທີ່​ຄວບ​ຄຸມ 25 ​ເປີ​ເຊັນຂອງ ບ່ອນ​ນັ່ງ​ທັງໝົດນັ້ນ ຕ່າງ​ກໍຈະສາມາດ ​ເລືອກເອົາ​ຜູ້​ທີ່​ຈະ​ເປັນປະທານາທິບໍດີ ຂອງ​ຕົນ​ໄດ້.​ຈຳນວນ​ສຽງ​ທີ່​ຖືກ​ເລືອກ​ຫຼາຍ​ທີ່​ສຸດ​ນັ້ນ ຈະ​ໄດ້​ເປັນ​ປະທາ​ນາທິບໍດີ ໃນ​ຂະນະ​ທີ່​ທັງ​ສອງ​ຜູ້​ຖືກ​ເລືອກ​ຮອງ​ລົງ​ມາ ຈະ​ໄດ້​ເປັນ​ຮອງ​ປະທາ​ນາທິບໍດີ.

​ເຖິງແມ່ນ​ວ່າ ທ່ານນາງ​ໄດ້​ຖືກ​ຫ້າມ ບໍ່​ໃຫ້​ເຂົ້າກຳ​ຕຳ​ແໜ່​ງປະທານາທິບໍດີ​ຂອງ​ປະ​ເທດ​ກໍ ຕາມ ​ແຕ່ທ່ານ​ນາງ Aung San Suu Kyi ​ໄວ 70 ປີ​ ຍັງ​ຢືນ​ຢັດ​ວ່າ​ ທ່ານ​ນາງ​ຍັງ​ສາ ມາດ​ປົກຄອງ​ປະ​ເທດ ​ໂດຍ​ຜ່ານ​ທາງ​ຕົວ​ແທນ​ທີ່​ຖືກ​ເລື​ອກ. ​ເ​ເຕ່ຢ່າງ​ໃດ​ກໍ​ດີ ກອງທັບ​ຍັງຈະ​ຮັກ​
ສາ​ຫຼາຍ​ຕຳ​ແໜ່​ງທີ່​ສຳຄັນໆ​ເອົາ​ໄວ້ ຊຶ່ງ​ຮວມທັງ ກະຊວງປ້ອງ​ກັນປະ​ເທດ ກະຊວງພາຍ​ໃນ ​ແລະກະຊວງ​ຮັກສາ​ຄວາມ​ໝັ້ນຄົງຊາຍ​ແດນ.

ລັດຖະບານ​ຊຸດ​ໃໝ່ ຈະເຂົ້າຮັບ​ໜ້າ​ທີ່ໃນ​ວັນ​ທີ 1 ​ເມສາ ຈະ​ມາ​ນີ້.

ຜູ້ນຳພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ທ່ານນາງ Aung San Suu Kyi ຍ່າງກັບສະມາຊິກຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຊຶ່ງພັກຂອງທ່ານໄດ້ຮັບໄຊຊະນະຢ່າງຖ້ວມລົ້ນ ໃນທັງສອງສະພາ ໃນການເລືອກຕັ້ງເມື່ອເດືອນພະຈິກ ປີກາຍນີ້.

XS
SM
MD
LG