ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໗ ພຶດສະພາ ໒໐໒໔

ມຽ​ນ​ມາ ແຊງ​ກາຍ ອັ​ຟ​ກາ​ນິ​ສ​ຖານ ໃນ​ຖາ​ນະ​ເປັນ​ຜູ້​ຜະ​ລິດ​ຝິ່ນ​ ທີ່ຫຼາຍ​ທີ່​ສຸດ​ໃນ​ໂລກ


ຜູ້​ຊາຍ​ຄົນ​ນຶ່ງ​ຍ່າງ​ຜ່ານ​ທົ່ງຝິ່ນ​ທີ່​ກຳ​ລັງ​ເປັນ​ດອກ​ໃນ​ລັດ​ສານ, ມຽນ​ມາ, 2023. (UNODC)
ຜູ້​ຊາຍ​ຄົນ​ນຶ່ງ​ຍ່າງ​ຜ່ານ​ທົ່ງຝິ່ນ​ທີ່​ກຳ​ລັງ​ເປັນ​ດອກ​ໃນ​ລັດ​ສານ, ມຽນ​ມາ, 2023. (UNODC)

ມຽນ​ມາ ໄດ້​ແຊງ​ກາຍ ອັ​ຟ​ກາ​ນິ​ສ​ຖານ ໃນ​ຖາ​ນະ​ເປັນ​ຜູ້​ຜະ​ລິດ​ຝິ່ນ​ທີ່ຫຼາຍ​ທີ່​ສຸດ​ຂອງ​ໂລກ​ໃນ​ປີ 2023 ຫຼັງ​ຈາກ​ການ​ຂະ​ຫຍາຍ​ການ​ປູ​ກ​ຝັງ​ສາມ​ປີ​ລຽນ​ຕິດ ​ຍ້ອນ​ສົງ​ຄາມ​ກາງ​ເມືອງ​ຂອງ​ປະ​ເທດ, ອີງ​ຕາມ​ການ​ກ່າວ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ລາຍ​ງານ​ໃໝ່.

ຫຼັງ​ຈາ​ກ​ດົນ​ກວ່າ​ສອງ​ທົດ​ສະ​ວັດ​ໃນ​ຖາ​ນະ​ເປັນ​ຜູ້​ນຳ​ໜ້າ​ໝູ່​ໃນການ​ສະ​ໜອງ​ຝິ່ນ​ຂອງ​ໂລກ, ອັ​ຟ​ກາ​ນິ​ສ​ຖານ ໄດ້​ເຫັນ​ພື້ນ​ທີ່​ການ​ຝູກ​ຝິ່ນ ຫຼຸດ​ລົງ​ຈາກ 233,000 ເຮັກ​ຕາ​ໃນ​ປີ 2022 ເປັນ​ຕ່ຳ​ກວ່າ 11,000 ເຮັກ​ຕາ​ໃນ​ປີນີ້ ຍ້ອນ​ການ​ຫ້າມ​ເພາະ​ປູກຝິ່ນ ​ທີ່​ເຄັ່ງ​ຄັດ ​ຂອງ​ກຸ່ມ​ຕາ​ລີ​ບານ​ທີ່​ປົກ​ຄອງ​ປະ​ເທດ.

ໃນ​ເວ​ລາ​ດຽວ​ກັນ, ຊາວ​ກະ​ສິ​ກອນຫຼາຍ​ແລະ​ຫຼາຍກວ່າ​ເກົ່າ​ໃນ ມຽນ​ມາ ໄດ້​ຫັນ​ມາ​ປູກ​ຝິ່ນ​ນັບ​ຕັ້ງ​ແຕ່​ການ​ຕົກ​ຕ່ຳ​ຢ່າງ​ຮຸນ​ແຮງ​ຂອງ​ເສດ​ຖະ​ກິດ​ ລຸນຫຼັງ​ການ​ກໍ່​ລັດ​ຖະ​ປະ​ຫານ ​ໂດຍ​ທະ​ຫານ​ໃນ​ປີ 2021 ທີ່​ໄດ້​ເຮັດ​ໃຫ້​ປະ​ເທດ ​ເກີດ​ສົງ​ຄາມ​ກາງ​ເມືອງ​ທົ່ວ​ປະ​ເທດ. ຫຼັງ​ຈາກ​ການ​ເພີ່ມ​ຂຶ້ນ 33 ເປີ​ເຊັນ​ປີ​ກາຍນີ້, ພື້ນ​ທີ່​ທີ່​ຢູ່​ພາຍ​ໃຕ້​ການ​ປູກ​ຝິ່ນ​ໃນ​ ມຽນ​ມາ ໄດ້​ເພີ່ມຂຶ້ນ​ອີກ 18 ເປີ​ເຊັນ​ໃນ​ປີ 2023 ເປັນ 47,000 ເຮັກ​ຕາ, ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດຊື່​ວ່າ ການ​ສຳຫຼວດ​ຝິ່ນ​ໃນ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ 2023, ທີ່​ໄດ້​ເປີດ​ເຜີຍ​ໃນ​ວັ​ນ​ອັງ​ຄານມື້ນີ້.

ມັນ​ເຮັດ​ໃຫ້​ເປັນ​ພື້ນ​ທີ່​ທີ່ກວ້າງ​ທີ່​ສຸດທີ່ ມຽນ​ມາ ໄດ້​ປູກ​ຝິ່ນ​ນັບ​ຕັ້ງ​ປີ 2013 ເປັນ​ຕົ້ນ​ມາ, ແລະ ເປັນ​ຄັ້ງ​ທຳ​ອິດ​ທີ່​ເຂົາ​ເຈົ້າ​ໄດ້​ນຳ​ໜ້າ ອັ​ຟ​ກາ​ນິ​ສ​ຖານ ນັບ​ຕັ້ງ​ແຕ່​ປີ 2002 ເປັນ​ຕົ້ນ​ມາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG