ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການພິຈາລະນາຄະດີ ຕໍ່ຜູ້ນໍາພົນລະເຮືອນ ຂອງມຽນມາ ທີ່ຖືກປົດອອກຈາກຕໍາແໜ່ງ ເລີ້ມຄືນອີກ


ໃນໂທລະພາບ ມຽວວັດດີ (Myawaddy) ໄດ້ໃຫ້ເຫັນຮູູບພາບຂອງຜູູ້ນໍາທີ່ຖືກປົດອອກຈາກຕໍາແໜ່ງ ທ່ານນາງ ອອງ ຊານ ຊູ ຈີ ປາກົດໂຕຢູ່ສານ ໃນລະຫວ່າງການລາຍງານຂ່າວກ່ຽວກັບຄະດີຂອງທ່ານນາງ ເຊິ່ງອ່ານໂດຍຜູ້ນໍາສະເໜີຂ່າວ ວັນຈັນ 24 ພຶດສະພາ ປີ 2021, ໃນນະຄອນຫລວງ ເນປີດໍ, ປະເທດມຽນມາ.
ໃນໂທລະພາບ ມຽວວັດດີ (Myawaddy) ໄດ້ໃຫ້ເຫັນຮູູບພາບຂອງຜູູ້ນໍາທີ່ຖືກປົດອອກຈາກຕໍາແໜ່ງ ທ່ານນາງ ອອງ ຊານ ຊູ ຈີ ປາກົດໂຕຢູ່ສານ ໃນລະຫວ່າງການລາຍງານຂ່າວກ່ຽວກັບຄະດີຂອງທ່ານນາງ ເຊິ່ງອ່ານໂດຍຜູ້ນໍາສະເໜີຂ່າວ ວັນຈັນ 24 ພຶດສະພາ ປີ 2021, ໃນນະຄອນຫລວງ ເນປີດໍ, ປະເທດມຽນມາ.

ທ່ານນາງ ອອງຊານ ຊູ ຈີ (Aung San Suu Kyi) ຜູ້ນໍາພົນລະເຮືອນທີ່ຖືກປົດອອກຈາກຕໍາແໜ່ງຂອງມຽນມາ ໄດ້ກັບຄືນໄປທີ່ຫ້ອງພິຈາລະນາຄະດີຂອງສານໃນນະຄອນຫຼວງເນປີດໍ ຂອງມຽນມາໃນມື້ວັນອັງຄານນີ້ ເພື່ອຂຶ້ນສານ ໃນສອງຂໍ້ຫາ ທີ່ກ່ຽວຂ້ອງກັບການສໍ້ລາດບັງຫລວງທີ່ຮ້າຍແຮງທີ່ສຸດ ທີ່ລັດຖະບານທະຫານຈັບກຸມທ່ານນາງເມື່ອຕົ້ນປີນີ້.

ທ່ານນາງ ຊູ ຈີ ໃນໄວ 75 ປີ ກໍາລັງປະເຊີນກັບຂໍ້ຫາ ລະເມີດກົດໝາຍວ່າດ້ວຍຄວາມລັບຂອງທາງການ, ຮັບເອົາການຈ່າຍເງິນສົດຢ່າງຜິດກົດໝາຍຈໍານວນ 600,000 ໂດລາ ບວກກັບຄໍາ 11 ກິໂລ ແລະການໃຊ້ທີ່ດິນໃນທາງທີ່ຜິດສໍາລັບມູນລະນິທິການກຸສົນທີ່ບໍ່ຫວັງຜົນກໍາໄລຂອງທ່ານນາງ.

ການຮັບຟັງຄຳໃຫ້ການອີກຕ່າງຫາກ ໄດ້ຖືກຈັດຂຶ້ນໃນວັນຈັນ ໃນຂໍ້ຫາມີເຄື່ອງ ສົ່ງວິທະຍຸ ວອກກີ-ທອກກີ (Walkie-Talkie) ໂດຍບໍ່ມີໃບອະນຸຍາດ ແລະລະເມີດຂໍ້ຈໍາກັດ ການສະກັດກັ້ນການລະບາດຂອງພະຍາດ COVID-19 ໃນລະຫວ່າງການໂຄສະນາຫາສຽງເລືອກຕັ້ງລັດຖະສະພາເມື່ອປີກາຍນີ້.

ທ່ານ ຄິນ ມອງ ຊໍ (Khin Maung Zaw) ທະນາຍຄວາມຂອງທ່ານນາງ ຊູ ຈີ ໄດ້ອອກມາຖະແຫລງວ່າ ທ່ານນາງ ຊູ ຈີ ເບິ່ງຄື ບໍ່ຄ່ອຍດີປານໃດ ແຕ່ກໍ “ມີທ່າທາງວ່າໃຫ້ຄວາມສົນໃຈ ແລະໃຈຈົດໃຈຈໍ່ຮັບຟັງ” ໃນລະຫວ່າງການພິຈາ ລະນາຄະດີໃນວັນຈັນວານນີ້.

ທະນາຍຄວາມຂອງທ່ານນາງຍັງໄດ້ກ່າວອີກວ່າ ອະດີດປະທານາທິບໍດີ ຢູ ວິນ ມິນ (U Win Myint) ກໍ່ໄດ້ຖືກດຳເນີນຄະດີ ໃນວັນຈັນວານນີ້ເຊັ່ນກັນ ໃນຂໍ້ຫາລະເມີດກົດໝາຍຄຸ້ມຄອງໄພພິບັດແຫ່ງຊາດ.

ທະນາຍຄວາມໄດ້ກ່າວກັບນັກຂ່າວວ່າ ພວກເຂົາຄາດວ່າການພິຈາລະນາຄະດີໃນປັດຈຸບັນຍັງຈະດຳເນີນຕໍ່ໄປ ຈົນເຖິງທ້າຍເດືອນກໍລະກົດ.

ອ່ານຂ່າວນີ້ເພີ້ມເຕີມເປັນພາສາອັງກິດ

XS
SM
MD
LG