ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງປະຊຸມ ລັດຖະມົນຕີ ເສດຖະກິດ ອາຊ່ຽນ ເລີ້ມຂຶ້ນ ຢູ່ມຽນມາ


ກອງປະຊຸມ ລັດຖະມົນຕີເສດຖະກິດ ໃນເຂດເອເຊຍ ຕາເວັນອອກສຽງໃຕ້ ໄຂຂຶ້ນຢູ່ທີ່ມຽນມາ.
ກອງປະຊຸມ ລັດຖະມົນຕີເສດຖະກິດ ໃນເຂດເອເຊຍ ຕາເວັນອອກສຽງໃຕ້ ໄຂຂຶ້ນຢູ່ທີ່ມຽນມາ.

ກອງ​ປະຊຸມ​ບັນດາລັດຖະມົນຕີ​ເສດຖະກິດປະຈຳ​ປີ ຂອງອາ​ຊ່ຽນ
ຫຼື ບັນດາປະຊາຊາດໃນເຂດເອເຊຍຕາເວັນອອກສຽງໃຕ້ໄດ້​ເປີ​ດ
ຂຶ້ນ​ຢູ່​ໃນ​ມຽນມາ ໂດຍຈະເພັ່ງເລັງໃສ່​ການ​ເຈລະຈາ​ ກ່ຽວກັບເຂດ
​ການ​ຄ້າ​ເສ​ລີ ຢູ່​ໃນ​ຂົງ​ເຂດ.

ໃນການກ່າວຄຳປາໄສເປີດກອງປະຊຸມ ທີ່ນະຄອນຫຼວງ
Naypyidaw ​ເມື່ອ​ວັນ​ຈັນ​ວານ​ນີ້ ປະທາ​ນາ​ທິບໍດີ Thein Sein ​
ໄດ້​ສະ​ແດງ​ອອກ​ເຖິງ​ຄວາມ​ຫວັງ​ວ່າ ມຽນມາ ຈະໄດ້​ຮັບ​ຜົນ​ປະ
ໂຫຍ​ດຈາກການຮວມຕົວ ຂອງຂົງ​ເຂດ​ອາ​ຊ່ຽນ.

ຢູ່​ໃນ​ການ​ເຈລະຈາ​ຕອນເປີດປະຊຸມ ​ໃນ​ວັນ​ຈັນ​ວານ​ນີ້ບັນດາ​
ລັດຖະມົນຕີ ​ໄດ້​ປຶກສາ​ຫາ​ລືກັນ ການ​ຜ່ອນຜັນ​ພາສີແລະ​ອາກອນ​ຕ່າງໆ ຂອງຂົງ​ເຂດ
ດັ່ງ​ກ່າວ ​ແລະ ການສ້າງຕັ້ງກົດ​ລະບຽບຕ່າງໆ ສຳ​ຫລັບ​ການ​ຄ້າ​ ກ່ອນ​ທີ່​ຈະ​ເລີ້ມຈັດຕັ້ງ
ປະຕິບັດ ປະຊາຄົມເສດຖະກິດອາ​ຊ່ຽນ ຫຼື ASEAN Economic Community ​ໃນ​ປີ
ໜ້າ​ນີ້.

ລັດຖະມົນຕີ​ຖະ​ແຫລ​ງຂ່າວ ທ່ານ Ye Htut ບອກ​ກັບ​ຜູ້​ສື່​ຂ່າວ​ວີ​ໂອ​ເອ ພະແນກພາສາ​
ມຽນມາ ​ວ່າ ​ໃນ​ຂະນະ​ທີ່​ເປັນ​ປະທານ​ວຽນຂອງ​ອາ​ຊ່ຽນ​ຢູ່​ນີ້ ມຽນມາ​ແມ່ນ​ຈະ​ສຸມ​ໃສ່ການ
ສົ່ງ​ເສີມ​ປູກ​ຈິດ​ສຳນຶກ ຊຶ່ງ​ຈຸດທີ່ສຳຄັນ ຈຸດນຶ່ງ ​ເພື່ອ​ສວຍເອົາໂອກາດ ກັບ​ເຂດ​ການ​ຄ້າ​
ເສລີ ທີ່​ກຳລັງ​ຈະ​ມາ​ເຖິງນີ້.

ທ່ານ ​ເວົ້າ​ຕື່ມ​ວ່າ ມຽນມາ ​ຫວັງ​ທີ່​ຈະ​ລຸດຜ່ອນ​ລະດັບຄວາມແຕກໂຕນ ໃນການ​ພັດທະນາ
​ກັບ​ບັນດາ​ສະມາຊິກ​ອື່ນໆ​ ຂອງ​ກຸ່ມຈັດຕັ້ງ ໃນ​ຂົງ​ເຂດດັ່ງກ່າວ ດ້ວຍການຊອກເອົາ ໂອກາດ ​ຕ່າງໆ ເພື່ອ​ສ້າງ​ວຽກ​ເຮັດ​ງານ​ທຳຫຼາຍຂຶ້ນ ​ແລະຊອກສະແຫວງຫາການລົງທຶນຂອງຕ່າງ
ປະ​ເທດ.

ບັນດາ​ຜູ້​ແທນ​ຈາກ​ສະຫະລັດ ຈີນ ຣັດ​ເຊຍ ຍີ່ປຸ່ນ ​ແລະປະເທດອື່ນໆ ​ໄດ້​ຖືກ​ເຊື້ອ​ເຊີນໃຫ້​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມທີ່ສຸມ​ໃສ່​ເລື້ອງການຄ້າ​ເສລີ ​ແລະ ການ​ລົງທຶນ ໃນອາທິດ​ນີ້.

ທ່ານ Ye Htut ​ໄດ້​ກ່າວອີກ​ວ່າ ທ່ານຄາດຄິດ​ວ່າ​ຈະ​ມີ​ການເຊັນ​ສັນຍາຫຼາຍສະບັບ ​ໃນການຕົກລົງ​ດ້ານ​ການ​ຄ້າ ໃນລະຫວ່າງ​ກອງ​ປະຊຸມ​ລະຍະ 4 ມື້ນີ້.

XS
SM
MD
LG