ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາ ເປີດການເຈລະຈາ ສັນຕິພາບ ທີ່ເປີດກວ້າງ ກວ່າເກົ່າ


ທີ່ປຶກສາລັດຖະບານ ມຽນມາ ທ່ານນາງ ອອງ ຊານ ຊູ ຈີ , ກາງ, ເຂົ້າຮ່ວມໃນການເຈລະຈາສັນຕິພາບ ກັບຕົວແທນ ເຊົາເຜົ່າຕ່າງໆ ໃນລະຫວ່າງ ການສະເຫຼີມສະຫຼອງ ວັນສະຫະພາບ ໃນລັດ ປາງລອງ, ມຽນມາ. 12 ກຸມພາ, 2017.
ທີ່ປຶກສາລັດຖະບານ ມຽນມາ ທ່ານນາງ ອອງ ຊານ ຊູ ຈີ , ກາງ, ເຂົ້າຮ່ວມໃນການເຈລະຈາສັນຕິພາບ ກັບຕົວແທນ ເຊົາເຜົ່າຕ່າງໆ ໃນລະຫວ່າງ ການສະເຫຼີມສະຫຼອງ ວັນສະຫະພາບ ໃນລັດ ປາງລອງ, ມຽນມາ. 12 ກຸມພາ, 2017.

ຜູ້ນຳຂອງປະເທດ ມຽນມາ ທ່ານນາງ ອອງ ຊານ ຊູ ຈີ ຈະເປີດການເຈລະຈາສັນຕິພາບ ຮອບໃໝ່ ​ໃນ​ວັນ​ພຸດ​ມື້ນີ້ ທີ່ລວມມີ ກຸ່ມກະບົດສາມກຸ່ມທີ່ຖືກຫ້າມ ກ່ອນໜ້ານີ້.

ກອງປະຊຸມດັ່ງກ່າວມີຈຸດເພັ່ງເລັງເພື່ອຍຸຕິການສູ້ຮົບ ທີ່ໄດ້ດຳເນີນມານັບຕັ້ງແຕ່ປະ ເທດໄດ້ຮັບເອກະລາດຈາກ ອັງກິດ ໃນປີ 1948. ມີກຳ ນົດວ່າ ກອງ​ປະຊຸມ​ດັ່ງກ່າວ ຈະເລີ່ມຂຶ້ນໃນນະຄອນຫຼວງ ເນປີດໍ ໃນວັນພຸດມື້ນີ້.

ກຸ່ມກະບົດຊົນເຜົ່າເຈັດກຸ່ມ ຍັງບໍ່ໄດ້ເຊັນຂໍ້ຕົກລົງຢຸດຍິງກັບລັດຖະບານ​ເທື່ອ ແຕ່ປັດຈຸ ບັນນີ້ມີແຜນທີ່ຈະເຂົ້າຮ່ວມ ກອງປະຊຸມສັນຕິພາບຂອງ ສະຫະພາບ.

ການຍຸຕິ​ສົງຄາມກາງເມືອງ ທີ່ດຳ​ເນີນມາເກືອບວ່າ​ຕະຫຼອດ ​ເປັນ​ເວລາ​ຫຼາຍທົດ​ສະ​ວັດ ແມ່ນບູລິມະສິດອັນດັບໜຶ່ງຂອງທ່ານນາງ ອອງ ຊານ ຊູ ຈີ ເຊິ່ງເພິ່ນເຫັນວ່າ ເປັນກະ
ແຈ ທີ່ຈະນຳໄປສູ່ການເປີດແຫຼ່ງຊັບພະ ຍາກອນ​ອັນອຸດົມສົມບູນທີ່​ມີ​ຄວາມ​ບົ່ມ​ຊ້ອນ
ຂອງປະເທດ ແລະ ຮັບປະ ກັນການພັດທະນາພື້ນຖານ ສຳລັບປະຊາຊົນຫຼາຍກວ່າ 50 ລ້ານຄົນຂອງພວກເຂົາເຈົ້າ.

ໃນເວລາທີ່ທ່ານນາງເຂົ້າຮັບຜິດຊອບຂະບວນການສັນຕິພາບໃນປີກາຍນີ້ ທ່ານນາງໄດ້
ທັບ​ມ້າງ ສູນກາງສັນຕິພາບ ທີ່ຖືກຕັ້ງຂຶ້ນໂດຍລັດຖະ ບານຊຸດກ່ອນທີ່​ເປັນ​ຜູ້ນຳ​ພາໃນ
ການເຈລະຈາກັບພວກກະບົດ. ບັນດານັກສັງເກດການບາງຄົນກ່າວວ່າ ການເຄື່ອນໄຫວ
ດັ່ງກ່າວນີ້ໄດ້ທຳລາຍ ຄວາມເຊື່ອຖືທີ່ໄດ້ຖືກສ້າງຂຶ້ນມາຫຼາຍປີ.

ຄວາມຂັດແຍ້ງຫຼາຍຄັ້ງໄດ້ລະເບີດຂຶ້ນຄືນອີກນັບຕັ້ງແຕ່ນັ້ນມາ, ເຮັດໃຫ້ປະຊາຊົນປະ
ມານ 160,000 ຄົນບໍ່ມີທີ່ຢູ່ອາໄສ, ອີງຕາມອົງການ ສະຫະປະຊາຊາດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Myanmar Peace Process
please wait
Embed

No media source currently available

0:00 0:01:12 0:00

XS
SM
MD
LG