ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າ​ໜ້າ​ທີ່​ມຽນມາ ອາດຈະເລື່ອນ ການເລືອກຕັ້ງ ສະພາ ​ອອກ​ໄປ


ຜູ້ນຳພັກຝ່າຍຄ້ານມຽນມາ ທ່ານນາງອອງຊານ ຊູຈີ
ຜູ້ນຳພັກຝ່າຍຄ້ານມຽນມາ ທ່ານນາງອອງຊານ ຊູຈີ

ເຈົ້າ​ໜ້າ​ທີ່ເລືອກ​ຕັ້ງ​ຂອງ​ມຽນມາ ພາກັນ​ພິຈາລະນາ​ວ່າ​ ຈະ​ເລື່ອນ​
ການ​ເລືອກ​ຕັ້ງ​ລັດຖະສະພາ​ອອກ​ໄປ​ຫຼືບໍ່ ຊຶ່ງ​ມີ​ໝາຍ​ກຳນົດ​ໃນ
ເດືອນ​ໜ້າ​ນີ້ ​ຍ້ອນເກີດ​ເຫດ​ໄພພິບັດທຳມະຊາດ ເມື່ອ​ໝໍ່ໆ​ມາ​ນີ້.

ຄະນະ​ກຳມາ​ທິການເລືອກ​ຕັ້ງ ​ໄດ້ພົບ​ປະກັນ​ໃນ​ວັນ​ອັງຄານ​ມື້​ນີ້ ​
ໃນ​ເມືອງ​ຫຼວງ Naypyitaw ​ແລະ​ປຶກສາ​ຫາລື​ກັບ​ຫຼາຍໆ​ພັກ
​ການ​ເມືອງ ຊຶ່ງ​ຮວມທັງ​ຜູ້ນຳ​ພັກ​ສັນ​ນິບາດ ​ແຫ່ງຊາດເພື່ອປະ
ຊາທິປະ​ໄຕ ຫຼື NLD ທ່ານ​ນາງ Aung San Suu Kyi ນຳ.
​ເຈົ້າ​ໜ້າ​ທີ່​ຂອງ​ພັກ NLD ຄົນນຶ່ງ​ໄດ້​ບອກ​ກັບ VOA ພະແນກ
ພາສາມຽນມາວ່າ ມີພຽງພັກຂອງທ່ານພຽງພັກດຽວເທົ່ານັ້ນ ທີ່
ບໍ່ເຫັນກັບການເລື່ອນເວລາໃນການເລືອກຕັ້ງ ທີ່ກຳນົດໃສ່ວັນ
ທີ 8 ພະຈິກນັ້ນ.

ມີຫຼາຍສິບຄົນເສຍຊີວິດ ຫຼັງຈາກໄດ້ເກີດໄພນ້ຳຖ້ວມ ແລະດິນເຈື່ອນ ເປັນເວລາຫຼາຍ
ສັບປະດານັ້ນ ໃນພາກເໜືອແລະພາກຕາເວັນຕົກຂອງມຽນມາ.

ເຈົ້າ​ໜ້າ​ທີ່​ຂອງພັກ NLD ກ່າວວ່າ ຄະນະ​ກຳມາ​ທິການເລືອກ​ຕັ້ງ ຕ້ອງການທີ່ຈະຊັ່ງຊາ ເບິ່ງປະຕິກິລິຍາຂອງປະຊາຊົນ ຕໍ່ຄວາມຄິດເຫັນທີ່ວ່ານີ້ ກ່ອນທີ່ຈະມີການຕັດສິນໃຈ
ຂັ້ນສຸດທ້າຍ.

XS
SM
MD
LG