ມີລາຍງານຂ່າວ ກ່ຽວກັບຂໍ້ຕົກລົງ ທີ່ມຽນມາຈະຊື້ເຮືອບິນອາຍພົ່ນຫຼາຍລຳຈາກ
ຣັດເຊຍ ເຊິ່ງໄດ້ກໍ່ໃຫ້ເກີດມີການວິພາກວິຈານ ຂອງບາງຄົນທີ່ກ່າວວ່າ ປະເທດ
ມຽນມາ ໃຊ້ຈ່າຍຫຼາຍເກີນໄປ ໃນດ້ານການທະຫານ ແລະບໍ່ພຽງພໍໃນດ້ານການ
ສຶກສາ ແລະດ້ານທີ່ເປັນບູລິມະສິດອື່ນໆ.
ໃນວັນທີ 22 ມັງກອນ ຜ່ານມາ ອົງການຂ່າວ TASS ຂອງຣັດເຊຍ ໄດ້ລາຍງານວ່າ
ມຽນມາ ພວມວາງແຜນທີ່ຈະຊື້ເຮືອບິນອາຍພົ່ນລຸ້ນ SU-30 ຈາກຣັດ ເຊຍ 6 ລຳ
ໃນການຕົກລົງທີ່ສື່ມວນຊົນຂອງມຽນມາ ລາຍງານວ່າ ມີມູນຄ່າປະມານ 200 ລ້ານ
ໂດລາ.
ຍັງບໍ່ສາມາດຕິດຕໍ່ ບັນດາເຈົ້າໜ້າທີ່ ລັດຖະບານມຽນມາ ເພື່ອຂໍຄຳເຫັນ ກ່ຽວກັບ
ລາຍງານຂອງອົງການຂ່າວ TASS.
ຂໍ້ຕົກລົງດັ່ງກ່າວ ໄດ້ບັນລຸກັນ ໃນລະຫວ່າງ ການເດີນທາງໄປຢ້ຽມຢາມມຽນມາ
ຂອງທ່ານ ເຊີເກ ໂຊຍກູ (Sergey Shoigu) ລັດຖະມົນຕີປ້ອງກັນປະເທດ ຂອງ
ຣັດເຊຍ ອີງຕາມຮອງລັດຖະມົນຕີປ້ອງກັນປະເທດ ພົນໂທ ອາເລັກຊານເດີ ໂຟມິນ
(Alexander Fomin) ຜູ້ທີ່ໄດ້ກ່າວວ່າ ເຮືອບິນເຫຼົ່ານັ້ນ ຈະ “ກາຍເປັນເຮືອບິນລົບ
ທີ່ສຳຄັນ ຂອງກອງທັບອາກາດ ມຽນມາ ເພື່ອປົກປ້ອງເຂດແດນອັນຊອບທຳ ແລະ
ຂັບໄລ່ໄພຂົ່ມຂູ່ໃດໆ” ຂອງປະເທດ.
ພົນໂທ ໂຟມິນ ກ່າວຕື່ມວ່າ ມີພວກທະຫານມຽນມາ ປະມານ 600 ຄົນ ກຳລັງຮ່ຳຮຽນ
ຢູ່ໃນສະຖາບັນການສຶກສາດ້ານການທະຫານ ລະດັບສູງ ຂອງຣັດເຊຍ.
ໃນວັນທີ 25 ມັງກອນທີ່ຜ່ານມາ ໂຄສົກກະຊວງການຕ່າງປະເທດ ສະຫະລັດ ທ່ານ
ນາງແຮເຕີ ນາວເອີຕ (Heather Nauert) ໄດ້ບອກບັນດານັກຂ່າວວ່າ ການເຄື່ອນ
ໄຫວດັ່ງກ່າວ ເປັນສ່ວນນຶ່ງຂອງ “ຄວາມພະຍາຍາມຢ່າງຕໍ່ເນື່ອງ” ຂອງຣັດເຊຍ ເພື່ອ
ທີ່ຈະປະກອບອາວຸດ ໃຫ້ແກ່ພວກທະຫານ ທີ່ລະເມີດສິດທິມະນຸດ.